Author Archive

ຝຶກອົບຮົມ GIS, ວັນທີ 10-14 ທັນວາ 2012 (GIS Training, December 10-14, 2012)

ກົມແຜນທີ່ແຫ່ງຊາດ ໄດ້ຝຶກອົບຮົມ ພື້ນຖານນຳໃຊ້ ArcGIS ເຂົ້າໃນການຕົກແຕ່ງແຜນທີ່ ໃຫ້ແກ່ພະນັກງານວິຊາການ ຈາກ ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດລາວ ແຕ່ວັນທີ 10-14/12/2012 ຈຸດປະສົງ: ເພື່ອໃຫ້ນັກວິຊາການອ້ອມຂ້າງກະຊວງຮູ້ວິທີການຕົກແຕ່ງແຜນທີ່ ແລະ ວິທີການປ່ຽນລະບົບເຄົ້າພິກັດລາວ97 ເຂົ້າໃນແຜນທີ່ – ໃນຕອນເຊົ້າຂອງວັນທີ 10/12/2012 ໄດ້ມີການເປີດພິທີການຝຶກອົບຮົມ ພື້ນຖານນຳໃຊ້ ArcGIS ເຂົ້າໃນການຕົກແຕ່ງແຜນທີ່ ຢູ່ທີ ໂຮງແຮມຊັກນະຄອນ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນ ປະທານຝຶກອົບຮົມໂດຍທ່ານ ຮອງຫົວໜ້າກອງເລຂາຄະນະ ກຳມະການແມ່ນໍ້າຂອງແຫ່ງຊາດລາວ ແລະ ທ່ານ ຮອງຫົວໜ້າກົມແຜນທີ່ແຫ່ງຊາດ   – ທ່ານສາມາດດາວໂລດຮູບໄດ້ທີ Gallery ເຂົ້າຫາ Photo

ຄະນະກົມແຜນທີ່ແຫ່ງຊາດ ຕ້ອນຮັບແຂກຈາກ ສສ ຫວຽດນາມ

ຕອນບ່າຍຂອງວັນທີ 08/11/2012, ຄະນະກົມແຜນທີ່ແຫ່ງຊາດ ແລະ ຫົວໜ້າພະແນກທີ່ກ່ຽວຂ້ອງ ຕ້ອນຮັບແຂກຈາກ ກົມວັດແທກ ແລະ ແຜນທີ່ ສສ ຫວຽດນາມ ຈຳນວນ 6 ທ່ານ. – ກອງປະຊຸມໄດ້ໄຂຂື້ນໃນຕອນບ່າຍ ເວລາ 1:30 ນາທີ ຂອງວັນທີ 08/11/2012 ນີ້, ກອງປະຊຸມໄດ້ກ່າວການປຶກສາຫາລື ກ່ຽວກັບວຽກງານການສ້າງແຜນທີ່ໃນເຂດແດນ ສປປ ລາວ ໂດຍໂຄງການຊ່ວຍສ້າງແຜນທີ່ ຈາກລັດຖະບານ ສສ ຫວຽດນາມ.

Next
Previous