ການຝຶກອົບຮົມ ການສ້າງເຟຣມ ແລະ ອົງປະກອບແຜນທີ່ ດ້ວຍ Arc Map
ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ໃດ້ຈັດຕັ້ງການຝຶກອົບຮົມໃຫ້ພະນັກງານລັດຖະກອນພາຍໃນກົມຂື້ນ ໃນຫົວຂໍ້ ການສ້າງເຟຼມແຜນທີ່ ດ້ວຍ Arc MAP ລະຫວ່າງວັນທີ 15-19/06/2020 ທີ່ກົມແຜນທີ່ແຫ່ງຊາດ.
ການຈັດຕັ້ງຝຶກອົບຮົມແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຖ່າຍທອດຄວາມຮູ້ ຄວາມສາມາດທາງດ້ານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄຫມ ແນ່ໃສ່ເຮັດໃຫ້ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງ ເພື່ອໝູນໃຊ້ເຂົ້າໃນວຽກງານສ້າງແຜນທີ່ ທີ່ທັນສະໄຫມ ເພື່ອຮອງຮັບໃນການສ້າງແຜນທີ່ອອກສູ່ສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຖືກຕ້ອງຕາມຂໍ້ກຳນົດທາງດ້ານເຕັກນິ
1.ລາຍລະອຽດຂອງການຝຶກອົບຮົມ
ການຝຶກອົບຮົມແມ່ນໄດ້ແບ່ງເປັນສອງພາກຄື:
1.1. ຝຶກທາງດ້ານທິດສະດີ
- ຄວາມຮູ້ພື້ນຖານກ່ຽວກັບແຜນທີ່
- ຄວາມຮູ້ພື້ນຖານກ່ຽວກັບລະບົບຂໍ້ມູນເຄົ້າການວັດແທກ Datum
1.2. ການຝຶກແບບປະຕິບັດຕົວຈິງ.
- ການສ້າງຖານຂໍ້ມູນແຜນທີ່, ລະບົບຂໍ້ມູນເຄົ້າການວັດແທກ Datum ດ້ວຍ Global mapper& Arc MAP;
- ການສ້າງ IN DEX ແຜນທີ່ມາດຕາສ່ວນຕ່າງໆ ຢ່າງເປັນລະບົບ;
- ການປັບຕໍ່າແໜ່ງ ແລະ ການປ້ອນລະບົບຖານຂໍ້ມູນ ດ້ວຍ Global mapper& Arc MAP;
- ການສ້າງຖານຂໍ້ມູນບັນທຶກ Attribute table ເພື່ີອດັດແກ້ຂໍ້ມູນ ໃຫ້ຖືກຕ້ອງຕາມມາດຖານເຕັກນິກ
- ການສ້າງເຟຣມ ແລະ ບັນດາອົງປະກອບຕ່າງໆຂອງເຟຣມແຜນທີ່.

Permanent link to this post (61 words, 1 image, estimated 15 secs reading time)
ກົມແຜນທີ່ແຫ່ງຊາດອວຍພອນການນຳກະຊວງພາຍໃນ

ເພື່ອເປັນການສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ ພສ 2559 ທີ່ຈະຫມູນວຽນມາບັນຈົບ ຄົບຮອບອີກວາລະຫນຶ່ງ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ທ່ານ ດຣ. ທອງຈັນ ມະນີໄຊ ຮອງລັດຖະມົນ ຕີກະຊວງພາຍໃນ ຜູ້ຊີ້ນໍາກົມແຜນທີ່ແຫ່ງຊາດ. ໃນຕອນເຊົ້າຂອງວັນທີ 6 ເມສາ 2016 ນີ້, ຄະນະນໍາຂັ້ນກົມ, ຂັ້ນພະແນກ ແລະ ຕາງໜ້າໃຫ້ແກ່ 3 ອົງການຈັດຕັ້ງມະຫາຊົນໄດ້ເຂົ້າມອບກະຕ່າສຸຂະພາບແດ່ທ່ານ ທີ່ຫ້ອງການ ກົມແຜນທີ່ແຫ່ງຊາດ. ໃນໂອກາດນີ້ທ່ານ ບົວສົດ ສຸວັນນະກຸມມານ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ລາຍງານຜົນສໍາ ເລັດໂດຍຫຍໍ້ຂອງການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ພະນັກງານລັດຖະກອນທັງຫມົດທົ່ວກົມແຜນທີ່ແຫ່ງຊາດ ສາມາດຍາດມາໄດ້ເຊິ່ງລວມມີ: ການສ້າງ ແລະ ດັດແກ້ຂໍ້ມູນ, ການບໍລິການຂໍ້ມູນ, ການມອບພັນທະໃຫ້ລັດ ແລະ ອື່ນໆ. ຈາກນັ້ນ ທ່ານ ຮອງລັດຖະມົນຕີໄດ້ໂອ້ລົມຕໍ່ພະນັກງານຜູ້ເຂົ້າຮ່ວມ, ທ່ານໄດ້ເນັ້ນຢໍ້າວ່າ: ການພັດທະນາ ສາຍຕັ້ງໃນທ້ອງຖິ່ນແມ່ນມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງຍ້ອນວ່າພວກເຂົາເຫລົ່ານັ້ນຈະເປັນຜູ້ຊ່ວຍຜັກດັນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງກົມ ກໍ່ຄືວຽກສໍາຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃຫ້ມີຄວາມກ້າວໜ້າ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
Permanent link to this post (61 words, 1 image, estimated 15 secs reading time)