ການເຂົ້າຮ່ວມກອງປະຊຸມກ່ຽວກັບ ວຽກງານສຳຫຼວດ-ວັດແທກ ແລະ ແຜນທີ່ ອາຊຽນ ຄັ້ງຄີ 12 ທີ່ປະເທດຟີລິບປິນ
ຄະນະວິຊາການ ກົມແຜນທີ່ແຫ່ງຊາດ ແລະ ສູນສຳຫຼວດວັດແທກ ແລະ ແຜນທີ່, ກະຊວງພາຍໃນຈຳນວນ04 ທ່ານ ພ້ອມດ້ວຍຊ່ຽວຊານປະຈຳ ໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ ຈຳນວນ 02 ທ່ານ ໄດ້ເຂົ້າຮ່ວມປະຊຸມ ການສຳຫຼວດ-ວັດແທກ ແລະແຜນທີ່ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 12 ທີ່ປະເທດຟີລິບປິນລະຫວ່າງ ວັນທີ 18-20 ມີຖຸນາ 2013 ຊຶ່ງຄະນະວິຊາການ ປະກອບດ້ວຍ: 1. ທ່ານ ບົວສົດ ສຸວັນນະກຸມມານ ຫົວຫນ້າກົມແຜນທີ່ແຫ່ງຊາດ 2. ທ່ານ ບົວວັນພຸດທະວົງ ຮອງຫົວຫນ້າ ສູນສຳຫຼວດວັດແທກ ແລະ ແຜນທີ່ 3. ທ່ານ ບຸດດີແພງເໝາະ ຫົວໜ້າກອງເຄື່ອງມືສຳຫຼວດສູນສຳຫຼວດວັດແທກ ແລະ ແຜນທີ່ 4. ທ່ານ ບຸດສີບົວຄຳວິໄລ ຮອງຫົວໜ້າພະແນກແຜນການ–ການເງິນແລະການຮ່ວມມື ກົມແຜນທີ່ແຫ່ງຊາດ 5. ທ່ານ ກາຣີຊູໂອມີແນັນ ຊ່ຽວຊານປະຈຳໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ 6. […]