Author Archive

ກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການຄັ້ງທີ VI (The VI Steering Committee Meeting)

ໃນວັນທີ 17 ຕຸລາ 2013 ນີ້ ໄດ້ມີການໄຂກອງປະຊຸມຂອງ ຄະນະຮັບຜິດຊອບຊີ້ນຳໂຄງການ ສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ ຂື້ນ ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດກະຊວງພາຍໃນ ໂດຍການເປັນປະທານຂອງທ່ານ ດຣ. ທອງຈັນມະນີໄຊ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ເຊິ່ງມີບັນດາສະມາຊິກຈາກໂຄງການ ແລະ ບັນດາກະຊວງອ້ອມຂ້າງເຊັ່ນ: ກະຊວງການຕ່າງປະເທດ, ກະຊວງສຶກສາທິການ, ກະຊວງກະສິກຳ-ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຊ່ຽວຊານທີ່ປຶກສາຈຳນວນ 06 ທ່ານ, ຕາງຫນ້າລັດຖະບານແຟງລັງໃນນາມຜູ້ໃຫ້ທຶນ ຈຳນວນ 03 ທ່ານ ລວມທັງໝົດ 19 ທ່ານ ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄລຍະ 06 ເດືອນຜ່ານ ມາ ພ້ອມທັງທົບທວນ ຄວາມຄືບຫນ້າຂອງບັນຫາຕ່າງໆທີ່ໄດ້ມີການນຳສະເໜີໃນກອງປະຊຸມຄັ້ງທີ່ຜ່ານມາ. ພ້ອມນັ້ນກໍ່ໄດ້ວາງຄາດຫມາຍແຜນການໃນການຈັດຕັ້ງປະຕິບັດວຽກງານໂຄງການແຕ່ນີ້ຫາກາງເດືອນມີນາ 2014 ກອງປະຊຸມໄດ້ດຳເນີນໄປເປັນເວລາ 01 ວັນ ແລະ ໄດ້ອັດລົງໃນຕອນແລງຂອງວັນດຽວກັນນີ້

ການເຂົ້າຮ່ວມກອງປະຊຸມກ່ຽວກັບ ວຽກງານສຳຫຼວດ-ວັດແທກ ແລະ ແຜນທີ່ ອາຊຽນ ຄັ້ງຄີ 12 ທີ່ປະເທດຟີລິບປິນ

ຄະນະວິຊາການ ກົມແຜນທີ່ແຫ່ງຊາດ ແລະ ສູນສຳຫຼວດວັດແທກ ແລະ ແຜນທີ່, ກະຊວງພາຍໃນຈຳນວນ04 ທ່ານ ພ້ອມດ້ວຍຊ່ຽວຊານປະຈຳ ໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ ຈຳນວນ 02 ທ່ານ ໄດ້​ເຂົ້າ​ຮ່ວມ​ປະຊຸມ ການ​ສຳ​ຫຼວດ-ວັດ​ແທກ ແລະແຜນທີ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 12 ທີ່​ປະ​ເທດ​ຟີ​ລິບ​ປິນລະຫວ່າງ​ ວັນ​ທີ 18-20 ມີຖຸນາ 2013 ຊຶ່ງຄະນະວິຊາການ ປະກອບ​ດ້ວຍ: 1. ທ່ານ ບົວສົດ ສຸວັນນະກຸມມານ  ຫົວຫນ້າກົມແຜນທີ່ແຫ່ງຊາດ 2. ທ່ານ ບົວວັນພຸດທະວົງ         ຮອງຫົວຫນ້າ ສູນສຳຫຼວດວັດແທກ ແລະ ແຜນທີ່ 3. ທ່ານ ບຸດດີແພງເໝາະ          ຫົວໜ້າກອງເຄື່ອງມືສຳຫຼວດສູນສຳຫຼວດວັດແທກ ແລະ ແຜນທີ່ 4. ທ່ານ ບຸດສີບົວຄຳວິໄລ         ຮອງຫົວໜ້າພະແນກແຜນການ–ການເງິນແລະການຮ່ວມມື ກົມແຜນທີ່ແຫ່ງຊາດ 5. ທ່ານ ກາຣີຊູໂອມີແນັນ          ຊ່ຽວຊານປະຈຳໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ 6. […]

Next
Previous