Archive for the 'News' Category

ພະນັກງານ-ລັດຖະກອນ ກົມແຜນທີ່ແຫ່ງຊາດເຂົ້າຮ່ວມພິທີປະດັບຫຼຽນທີ່ລະນຶກ 70 ປີ ວັນສ້າງຕັ້ງພັກ

ໃນຕອນບ່າຍ ວັນທີ 17 ມີນາ 2025 ພະນັກງານລັດຖະກອນຂອງກົມແຜນທີ່ແຫ່ງຊາດໄດ້ເຂົ້າຮ່ວມພິທີມອບຫຼຽນກາລະນຶກ 70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພາຍໃນ, ມີບັນດາສະຫາຍຄະນະພັກ, ຄະນະນຳ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານທົ່ວກະຊວງພາຍໃນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີຄັ້ງນີ້ ມີພະນັກງານຂອງກົມແຜນທີ່ແຫ່ງຊາດຈໍານວນ 05 ທ່ານໄດ້ຮັບການປະດັບຫຼຽນກາທີ່ລະນຶກ 70 ປີ; ພ້ອມກັນນີ້, ໜ່ວຍພັກກົມແຜນທີ່ແຫ່ງຊາດໄດ້ຖືກຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024. ພ້ອມນັ້ນ ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນດີເດັ່ນ ປະຈໍາປີ 2024, ໃນນັ້ນ ມີພະນັກງານກົມແຜນທີ່ແຫ່ງຊາດ ທີ່ໄດ້ຮັບໃບຍ້ອງຍໍປະເພດ 01 ຈໍານວນ 19 […]

ແຈ້ງການ ການຄຸ້ມຄອງ ແລະ ຕິດຕາມ ການກວດກາວຽກງານສຳຫຼວດ ແລະ ສ້າງແຜນທີ່

Next