Archive for the 'News' Category

ກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ

ໃນວັນທີ 25 ກໍລະກົດ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໄດ້ມີການຈັດກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ, ຊຶ່ງໃນກອງປະຊຸມໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ມີທ່ານ ຫົວໜ້າກົມ, ຮອງກົມ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ມີຜູ້ອຳນວຍການ, ປະທານ, ຮອງປະທານ, ຊ່ຽວຊານ ຈາກບໍລິສັດຕ່າງໆ ທີ່ເຄື່ອນໄຫວວຽກງານດ້ານການສຳຫຼວດວັດແທກ ແລະ ສ້າງແຜນທີ່ ພ້ອມດ້ວຍພະນັກງານວິຊາການທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ ລວມທັງໝົດຈຳນວນ 122 ທ່ານ ຈາກ 81 ພາກສ່ວນ; ເພື່ອປະຕິບັດຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ກົມແຜນທີ່ແຫ່ງຊາດ ກັບ ບໍລີສັດ ຢູນິກເທັກ ຈຳກັດ ສະບັບລົງວັນທີ 27 ເມສາ 2023; ຂໍ້ຕົກລົງຂອງລັດຖະມົນຕີກະຊວງພາຍໃນ​ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການທົດລອງ ສ້າງແຜນທີ່ 3 ມິຕິ(3D) ຂອງນະຄອນຫຼວງວຽງຈັນ […]

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານຫົວໜ້າກົມແຜນທີ່ແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 14ກໍລະກົດ 2023 ທີ່ຜ່ານມາ, ທີ່ກົມແຜນທີ່ແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ສີໄຄ ສໍສິລິບຸນມາ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ເກົ່າ) ແລະ ທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ໃໝ່), ໃຫ້ກຽດເປັນປະທານໃນພິທີດັ່ງກ່າວມີທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີ ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄະນະ, ທ່ານ ຄະນະກົມກວດກາ ຕະຫລອດເຖິງພະນັກງານ-ລັດຖະກອນຂອງກົມແຜນທີ່ແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ສີໄຄ ສໍສິລິບຸນມາ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ເກົ່າ) ໄດ້ຂື້ນຜ່ານບົດສະຫລຸບ ການເຄື່ອນໄຫວນໍາພາຊີ້ນໍາຂອງຕົນນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ລວມໄລຍະເວລາໃນການດຳລົງຕໍາແໜ່ງ2 ປີ 8 ເດືອນ ຊຶ່ງໄລຍະຜ່ານມາ ສາມາດຍາດຜົນງານໄດ້ຫລາຍດ້ານໂດຍສະເພາະແມ່ນດ້ານວິຊາສະເພາະເປັນຕົ້ນແມ່ນ ສໍາເລັດການຮ່າງກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ຊຶ່ງໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນວັນທີ […]

Next
Previous