ຝຶກອົບຮົມສຳມະນາເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ

By admin on May 5, 2015

ການຈັດຕັ້ງການຝຶກອົບຮົມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ.ຈັດ ຢູ່ຫ້ອງປະຊຸມຂອງຫ້ອງຮັບແຂກຫຼັກສີ່ ເມືອງປາກເຊ ແຂວງ ຈໍາປາສັກ

ລະຫ່ວາງວັນທີ 15-18 ຕຸລາ 2012.

ໂດຍເປັນປະທ່ານ ຮ່ວມຂອງ ທ່ານ ນ . ສີໄຄ ສໍສີລິບຸນມາ ຮອງຫົວໜ້າກົມແຜນທີ່ ແຫ່ງຊາດ ທັງເປັນປະທານການຈັດຕັ້ງຝຶກອົບຮົມ ແລະ ທ່ານ ສະຖຽນ ສາຍໂສພາ ຫົວໜ້າພະແນກພາຍໃນຂອງ ແຂວງຈຳປາສັກ

 

ເຊີ່ງຜູ້ເຂົ້າຮ່ວມ ລວມມີ ພາກລັດຖະບານ 14 ພາກສ່ວນລວມມີ 33 ທ່ານ ຄື :

  1. ພະແນກກະສິກຳປະຈຳແຂວງຈຳປາສັກ
  2. ຂະແໜງທີ່ດິນ
  3. ພະແນກ ພາຍໃນຂອງແຂວງຈຳປາສັກ
  4. ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ
  5. ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ
  6. ຂະແໜງນໍ້າປະປາ
  7. ພະແນກ ສາທາລະນະສຸກ
  8. ຫ້ອງການ ແຂວງຈຳປາສັກ
  9. ກົມ ໂຍທາທິການ-ຂົນສົ່ງ
  10. ພະແນກ ແຜນການ ແລະ ການລົງທຶນ ແຂວງຈຳປາສັກ
  11. ອົງການການພັດທະນາຕົວເມືອງ ປາກເຊ ແຂວງຈຳປາສັກ (UDAA)
  12. ພະແນກ ພາຍໃນເມືອງ ປາກເຊ ແຂວງຈຳປາສັກ
  13. ພະແນກພາຍໃນ ຈາກແຂວງ ເຊກອງ
  14. ພະແນກພາຍໃນ ຈາກແຂວງ ອັດຕະປື

ແລະ ພາກທີ່ບໍ່ຂື້ນກັບລັດຖະບານ ຫຼື NGO (ຈໍານວນ4 ອົງການ)

 

ການຈັດຕັ້ງການຝຶກອົບຮົມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ. ແລະ ຍັງເປັນຈຸດເລີ່ມທີ່ດີໃນການປະສານງານທີ່ດີຂື້ນລະຫ່ວາງຫ້ອງການສູນກາງ ແລະ ຫ້ອງການທ້ອງຖິ່ນ. ການຈັດການຝຶກອົບຮົມສຳມະນາແມ່ນຈະມີ ການແນະນຳກ່ຽວກັບກົມແຜນທີ່ແຫ່ງຊາດ ໂດຍທົ່ວໄປ, ຜະລິດຕະພັນຂອງ ກົມແຜນທີ່ແຫ່ງຊາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ເວັບໄຊ, ວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ICT.ການຈັດຕັ້ງການຝຶກອົບຮົມສຳມະນາ ລວມມີການເຮັດບົດນຳສະເໜີ ແລະ ການຝຶກອົບຮົມໃນການປະຕິບັດຕົວຈິງໃນການນຳໃຊ້ Geospatial Data ທີ່ສະໜອງໃຫ້ໂດຍກົມແຜນທີ່ແຫ່ງຊາດ. ພ້ອມຍັງຈະໄດ້ມີການແນະນຳ ການບໍລິການຕ່າງໆ ກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃນຂອບເຂດທົ່ວປະເທດ.

Comments are closed.