Author Archive

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານຫົວໜ້າກົມແຜນທີ່ແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 14ກໍລະກົດ 2023 ທີ່ຜ່ານມາ, ທີ່ກົມແຜນທີ່ແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ສີໄຄ ສໍສິລິບຸນມາ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ເກົ່າ) ແລະ ທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ໃໝ່), ໃຫ້ກຽດເປັນປະທານໃນພິທີດັ່ງກ່າວມີທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີ ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄະນະ, ທ່ານ ຄະນະກົມກວດກາ ຕະຫລອດເຖິງພະນັກງານ-ລັດຖະກອນຂອງກົມແຜນທີ່ແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ສີໄຄ ສໍສິລິບຸນມາ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ເກົ່າ) ໄດ້ຂື້ນຜ່ານບົດສະຫລຸບ ການເຄື່ອນໄຫວນໍາພາຊີ້ນໍາຂອງຕົນນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ລວມໄລຍະເວລາໃນການດຳລົງຕໍາແໜ່ງ2 ປີ 8 ເດືອນ ຊຶ່ງໄລຍະຜ່ານມາ ສາມາດຍາດຜົນງານໄດ້ຫລາຍດ້ານໂດຍສະເພາະແມ່ນດ້ານວິຊາສະເພາະເປັນຕົ້ນແມ່ນ ສໍາເລັດການຮ່າງກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ຊຶ່ງໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນວັນທີ […]

ກອງປະຊຸມສຳມະນາຄັ້ງທີ 3 ຂອງສູນຂໍ້ມູນຂ່າວສານພາບຖ່າຍດາວທຽມຈີນ-ອາຊຽນ

ເພື່ອເປັນການເພີ່ມທະວີການຮ່ວມມືໃນຂົງເຂດສໍາຫຼວດວັດແທກ ເວົ້າລວມ ເວົ້າສະເພາະແມ່ນຂົງເຂດພາຍຖ່າຍດາວທຽມ (ການສໍາຫລວດໄລຍະໄກ) ລະຫວ່າງ ສປ.ຈີນ ກັບບັນດາປະເທດອາຊຽນ ພ້ອມທັງເປັນການປຶກສາຫາລືໃນການສ້າງກົນໄກຮ່ວມມືຫລາຍຝ່າຍຢ່າງຫມັ້ນຄົງ ແລະ ຍາວນານ, ຊຸກຍູ້ການແລກປ່ຽນຂໍ້ມູນຮອບດ້ານ ແລະ ການນຳໃຊ້ດາວທຽມຊັບພະຍາກອນທຳມະຊາດຂອງຈີນຢ່າງເລິກເຊີ່ງ ແລະ ມີປະສິດທິພາບ, ຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະຮັບຜິດຊອບດ້ານວິຊາການໄດ້ຈັດກອງປະຊຸມສໍາມະນາຂອງຕົນຂຶ້ນຢູ່ນະຄອນໜານໜິງແຂວງກວາງຊີຂອງປະເທດສປ.ຈີນ ໃນລະຫວ່າງວັນທີ ວັນທີ 17-21 ພຶດສະພາ2023ທີ່ຜ່ານມາຊຶ່ງມີຜູ້ຕາງໜ້າ​ຈາກ​ອົງການ​ທີ່ຮັບຜິດຊອບວຽກງານ ​ດາວ​ທຽມ​ແລະ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ຂອງ 9 ປະ​ເທດ​ອາ​ຊຽນ ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ສປປ ລາວ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ​ໄທ, ຫວຽດນາມພ້ອມ​ທັງ​ຜູ້ຕາງໜ້າຈາກຂະແໜງການ​ອຸດສາຫະກຳ​ສປ.ຈີນ ​ເຂົ້າ​ຮ່ວມ​ລວມທັງໝົດ 120 ທ່ານ​.ຕາງໜ້າຈາກ ສປປ ລາວທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ, ຫົວໜ້າກົມແຜນທີ່ແຫ່ງຊາດ (ໃນນາມຄະນະຮັບຜິດຊອບຊີ້ນໍາລວມ) ແລະ ທ່ານ ບຸນເພັງ ແພງຂັວນ ຫົວໜ້າພະແນກ ພາບຖ່າຍ (ໃນນາມສະມາຊິກຂອງຄະນະຮັບຜິດຊອບດ້ານວິຊາການ). ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງກ່າວ​ແມ່ນ​ເວ​ທີ​ສຳ​ຄັນ​ສຳ​ລັບ​ການ​ຮ່ວມ​ມື​ສາ​ກົນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດສໍາຫຼວດວັດແທກໄລຍະໄກ​ […]

Next
Previous