Author Archive

ກອງປະຊຸມເຜີຍແຜ່ ຜົນຂອງກອງປະຊຸມຄະນະປະສານງານດ້ານການບໍລິການອາຊຽນຄັ້ງທີ 104 ແລະ ປຶກສາຫາລືການຈັດຕັ້ງປະຕິບັດສັນຍາການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານແຮງງານທີ່ມີສີມືໃນອາຊຽນ.

ໃນວັນທີ 16 ມິຖຸນາ 2023 ທີ່ຜ່ານມາ, ຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດຈໍານວນ 02 ທ່ານ ຊຶ່ງນໍາໂດຍ ທ່ານ ນາງ ຄໍາວັນ ລໍຄໍາຢອງ ຫົວໜ້າພະແນກຂໍ້ມູນຂ່າວສານພູມສາດ ກົມແຜນທີ່ແຫ່ງຊາດ (ຜູ້ຮັບຜິດຊອບປະສານງານວຽກງານການຄ້າ ແລະ ການບໍລິການອາຊຽນຂອງຂະແໜງການສໍາຫຼວດວັດແທກ) ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ຜົນຂອງກອງປະຊຸມຄະນະປະສານງານດ້ານການບໍລິການອາຊຽນຄັ້ງທີ 104 ແລະ ປຶກສາຫາລືການຈັດຕັ້ງປະຕິບັດສັນຍາການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານແຮງງານທີ່ມີສີມືໃນອາຊຽນ ຊຶ່ງຈັດຂຶ້ນທີ່ໂຮງແຮມລາວເທວ ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ. ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ເຂັມເດັດ ສີຫາວົງ ຮອງຫົວໜ້າກົມ ນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ. ຈຸດປະສົງຂອງກອງປະຊຸມເພື່ອ: ຮັບຟັງການເຜີຍແຜ່ຜົນຂອງກອງປະຊຸມຄະນະປະສານງານດ້ານການບໍລິການອາຊຽນຄັ້ງທີ 104ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-19ພຶດສະພາ 2023 ທີ່ຢອກຢາກາຕາ ປະເທດອິນໂດເນເຊຍ; ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ MRAຂອງ 7 ຂະແໜງການບູລິມະສິດ (ວິສະວະກອນສະຖາປານິກ, ສໍາຫຼວດວັດແທກ, ບັນຊີ, ທັນຕະແພດ, ພະຍາບານ, ແພດປິ່ນປົວ); […]

ກອງປະຊຸມລາຍງານຄວາມຄືບໜ້າໄລຍະກາງສະໄໝ ຂອງໂຄງການສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານພູມສາດ ແລະ ເສີມສ້າງຄວາມອາດສາມາດ ເພື່ອການພັດທະນາເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ, ສປປ ລາວ.

ໃນວັນທີ 13 ມິຖຸນາ 2023 ທີ່ຜ່ານມາ, ຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດຈໍານວນ 04 ທ່ານ ຊຶ່ງນໍາໂດຍ ທ່ານ ນາງ ສີໄຄ ສໍສິລິບຸນມາ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າໄລຍະກາງສະໄໝ ຂອງໂຄງການສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານພູມສາດ ແລະ ເສີມສ້າງຄວາມອາດສາມາດ ເພື່ອການພັດທະນາ ເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ, ສປປ ລາວ. ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ແລະ ທ່ານ ນາງ ມີຍ໋ອງຈິນ ລີ ຫົວໜ້າຫ້ອງການອົງການໄຈກາປະຈໍາ ສປປ ລາວ. ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການຊຶ່ງເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນມັງກອນ 2019 ແລະ ຈະສິ້ນສຸດລົງໃນເດືອນເມສາ 2024, ຮອດປັດຈຸບັນການຈັດຕັ້ງປະຕິບັດໂຄງການແມ່ນສໍາເລັດໄປແລ້ວຫລາຍກິດຈະກຳເຊັ່ນ: ການສ້າງແຜນທີ່ພູມສັນຖານມາດຕາສ່ວນ 1:2 000, ການຝຶກອົບຮົມຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ; ພ້ອມນັ້ນ ໂຄງການກຳລັງປັບປຸງສູນຝຶກອົບຮົມວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່ຢູ່ກະຊວງພາຍໃນ ຊຶ່ງຄາດວ່າຈະສໍາເລັດພາຍໃນປີ 2023 ນີ້. ໃນກອງປະຊຸມ ຄັ້ງນີ້ໄດ້ມີຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດ […]

Next
Previous