ກອງປະຊຸມ ພົບປະປະຈຳປີ 2023 ລະຫວ່າງ ກົມແຜນທີ່ກອງທັບ, ກົມໃຫ່ຍເສນາທິການ ກະຊວງປ້ອງກັນປະເທດ, ກົມແຜນທີ່ແຫ່ງຊາດ ແລະ ສູນສຳຫຼວດວັດແທກ ແລະ ແຜນທີ່ ກະຊວງພາຍໃນ
ໂດຍປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃນປີທີ່ຜ່ານມາ, ກອງປະຊຸມພົບປະລະຫວ່າງ ກົມແຜນທີ່ກອງທັບ, ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ; ກົມແຜນທີ່ແຫ່ງຊາດ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່ ກະຊວງ ພາຍໃນໄດ້ໄຂຂຶ້ນໃນເວລາ 14.00 ໂມງ ຂອງວັນທີ 27 ເມສາ 2023 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ. ກົມແຜນທີ່ກອງທັບນໍາໂດຍສະຫາຍ ພົນຈັດຕະວາ ທອງຈັນ ວັນນະສີ ຫົວໜ້າກົມ; ກົມແຜນທີ່ແຫ່ງຊາດ ນໍາໂດຍສະຫາຍ ນາງ ສີໄຄ ສໍສິລິບຸນມາ ຫົວໜ້າກົມ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່ ນໍາໂດຍສະຫາຍ ສາຍຄໍາ ສີຫາລາດ ຮອງຫົວໜ້າສູນ, ມີບັນດາສະຫາຍໃນຄະນະກົມ ແລະ ຄະນະພະແນກຈາກສາມພາກສ່ວນເຂົ້າຮ່ວມ ລວມທັງຫມົດ 18 ສະຫາຍ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນສະຫນິດສະຫນົມ, ເຕັມໄປດ້ວຍຄວາມສາມັກຄີ ແລະ ເຂົ້າໃຈ ເຊິ່ງກັນ ແລະ ກັນ. ສາມພາກສ່ວນໄດ້ຕີລາຄາຕໍ່ຫມາກຜົນຂອງການຮ່ວມມື ຊ່ວຍເຫຼືອທາງດ້ານຂໍ້ມູນແຜນທີ່, […]