Archive for the 'ແຈ້ງການ' Category

ກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່\\Surveying and Mapping Law

ດາວໂຫຼດຄຣິກ  ກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່

ການວັດແທກ GPS ເຊື່ອມໂຍງສາກົນ Asia-Facific ປະຈຳປີ 2021

ການວັດແທກ ເພື່ອເຊື່ອມໂຍງກັບພາກພື້ນອາຊີປາຊີຟິກ ແມ່ນໂຄງການໜຶ່ງທີ່ນອນຄວາມຮັບຜິດຊອບຂອງອົງການຄຸ້ມຄອງຂໍ້ມູນຂ່າວສານພູມສາດສາກົນ (ຄະນະກໍາມະການ ພາກພື້ນອາຊີປາຊີຟິກ) ເຊິ່ງມີປະເທດສະມາຊິກທັງໝົດ 56 ປະເທດລວມທັງ ສປປລາວ.  ການວັດແທກເຊື່ອມໂຍງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2016 ແລະ ໄດ້ຈັດຂຶ້ນໃນເດືອນກັນຍາຂອງທຸກໆປີ, ສໍາລັບປີ 2021 ນີ້  ແມ່ນຈະໄດ້ຈັດຕັ້ງປະຕິບັດເລີ່ມແຕ່ ເວລາ 00:00:00 UTC ກົງກັບເວລາ 07:00:00 ໂມງ ຂອງວັນທີ 12 ກັນຍາ 2021 ຫາ 07:00:00 ໂມງ ຂອງວັນທີ 19 ກັນຍາ 2021 ລວມໄລຍະເວລາໃນການວັດແທກ 7 ວັນ 7 ຄືນ. ກົມແຜນທີ່ແຫ່ງຊາດຈະໄດ້ເຂົ້າຮ່ວມວັດແທກໃນສາມຈຸດຄື: ຈຸດ ເມືອງ ໂຂງ ແຂວງຈໍາປາສັກ, ຈຸດເຄົ້າພິກັດແຫ່ງຊາດໜອງແຕ່ງ ແລະ ຈຸດ ເມືອງພູຄູນ ແຂວງຫຼວງພະບາງ. ນອກນັ້ນ, ຍັງມີພາກສ່ວນ ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກົມຄຸ້ມຄອງທີ່ດິນ, […]

Next