Archive for the 'Events' Category

ກອງປະຊຸມພົບປະສາມຝ່າຍ ປະຈໍາປີ 2021

ກອງປະຊຸມພົບປະສາມຝ່າຍ ປະຈໍາປີ 2021 ລະຫວ່າງ ກົມແຜນທີ່ແຫ່ງຊາດ, ສູນສໍາຫຼວດວັດແທກ ແລະ ແຜນທີ່ (ກະຊວງພາຍໃນ) ແລະ ກົມແຜນທີ່ກອງທັບ (ກະຊວງປ້ອງກັນປະເທດ) ໄດ້ໄຂຂຶ້ນໃນວັນທີ 16 ກັນຍາ 2021 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ໂດຍມີບັນດາທ່ານ ຫົວໜ້າກົມ, ຮອງກົມ ແລະ ຫົວໜ້າສູນ, ຮອງສູນ ຈາກສາມພາກສ່ວນເຂົ້າຮ່ວມທັງໝົດຈໍານວນ 09 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄືນການຮ່ວມມືໃນໄລຍະ 01 ປີຜ່ານມາ ແລະ ວາງທິດທາງຮ່ວມມືກ່ຽວກັບວຽກງານສໍາຫຼວດວັດແທກ ແລະ ແຜນທີ່ສໍາລັບສົກປີ 2022. ກອງປະຊຸມໄດ້ຍົກຫຼາຍບັນຫາຂຶ້ນມາປຶກສາຫາລື ແລະ ໄດ້ຕົກລົງເຫັນດີເປັນເອກະພາບຄື: 1. ເຫັນດີປັບປຸງບົດບັນທຶກການຮ່ວມມືຄືນໃໝ່; 2. ຕົກລົງເຫັນດີເປັນເອກະພາບໃນການແລກປ່ຽນຂໍ້ມູນ ແລະ ແຜນທີ່; 3. ເຫັນດີສ້າງຕັ້ງໜ່ວຍງານສຶກສາຄົ້ນຄ້ວາເຕັກນິກວິທະຍາສາດກ່ຽວກັບວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່.

ການຝຶກອົບຮົມ ການສ້າງເຟຣມ ແລະ ອົງປະກອບແຜນທີ່ ດ້ວຍ Arc Map

ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ໃດ້ຈັດຕັ້ງການຝຶກອົບຮົມໃຫ້ພະນັກງານລັດຖະກອນພາຍໃນກົມຂື້ນ ໃນຫົວຂໍ້ ການ​ສ້າງ​ເຟຼມ​ແຜນ​ທີ່ ດ້ວຍ Arc MAP ລະຫວ່າງວັນທີ 15-19/06/2020 ທີ່ກົມແຜນທີ່ແຫ່ງຊາດ. ການຈັດຕັ້ງຝຶກອົບຮົມແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຖ່າຍທອດຄວາມຮູ້ ຄວາມສາມາດທາງດ້ານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄຫມ ແນ່ໃສ່ເຮັດໃຫ້ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງ ເພື່ອໝູນໃຊ້ເຂົ້າໃນວຽກງານສ້າງແຜນທີ່ ທີ່ທັນສະໄຫມ ເພື່ອຮອງຮັບໃນການສ້າງແຜນທີ່ອອກສູ່ສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຖືກຕ້ອງຕາມຂໍ້ກຳນົດທາງດ້ານເຕັກນິ 1.ລາຍລະອຽດຂອງການຝຶກອົບຮົມ ການຝຶກອົບຮົມແມ່ນໄດ້ແບ່ງເປັນສອງພາກຄື: 1.1. ຝຶກທາງດ້ານທິດສະດີ  ຄວາມຮູ້ພື້ນຖານກ່ຽວກັບແຜນທີ່ ຄວາມຮູ້ພື້ນຖານກ່ຽວກັບລະບົບຂໍ້ມູນເຄົ້າການວັດແທກ Datum 1.2. ການຝຶກແບບປະຕິບັດຕົວຈິງ. ການສ້າງຖານຂໍ້ມູນແຜນທີ່, ລະບົບຂໍ້ມູນເຄົ້າການວັດແທກ Datum ດ້ວຍ Global mapper& Arc MAP; ການສ້າງ IN DEX ແຜນທີ່ມາດຕາສ່ວນຕ່າງໆ ຢ່າງເປັນລະບົບ; ການປັບຕໍ່າແໜ່ງ ແລະ ການປ້ອນລະບົບຖານຂໍ້ມູນ ດ້ວຍ Global mapper& Arc MAP; ການສ້າງຖານຂໍ້ມູນບັນທຶກ Attribute table […]

Next