ການຝຶກອົບຮົມ ການສ້າງເຟຣມ ແລະ ອົງປະກອບແຜນທີ່ ດ້ວຍ Arc Map

By daosamlong on June 22, 2020

ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ໃດ້ຈັດຕັ້ງການຝຶກອົບຮົມໃຫ້ພະນັກງານລັດຖະກອນພາຍໃນກົມຂື້ນ ໃນຫົວຂໍ້ ການ​ສ້າງ​ເຟຼມ​ແຜນ​ທີ່ ດ້ວຍ Arc MAP ລະຫວ່າງວັນທີ 15-19/06/2020 ທີ່ກົມແຜນທີ່ແຫ່ງຊາດ.

ການຈັດຕັ້ງຝຶກອົບຮົມແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຖ່າຍທອດຄວາມຮູ້ ຄວາມສາມາດທາງດ້ານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄຫມ ແນ່ໃສ່ເຮັດໃຫ້ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງ ເພື່ອໝູນໃຊ້ເຂົ້າໃນວຽກງານສ້າງແຜນທີ່ ທີ່ທັນສະໄຫມ ເພື່ອຮອງຮັບໃນການສ້າງແຜນທີ່ອອກສູ່ສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຖືກຕ້ອງຕາມຂໍ້ກຳນົດທາງດ້ານເຕັກນິ

1.ລາຍລະອຽດຂອງການຝຶກອົບຮົມ

ການຝຶກອົບຮົມແມ່ນໄດ້ແບ່ງເປັນສອງພາກຄື:

1.1. ຝຶກທາງດ້ານທິດສະດີ

  •  ຄວາມຮູ້ພື້ນຖານກ່ຽວກັບແຜນທີ່
  • ຄວາມຮູ້ພື້ນຖານກ່ຽວກັບລະບົບຂໍ້ມູນເຄົ້າການວັດແທກ Datum

1.2. ການຝຶກແບບປະຕິບັດຕົວຈິງ.

  • ການສ້າງຖານຂໍ້ມູນແຜນທີ່, ລະບົບຂໍ້ມູນເຄົ້າການວັດແທກ Datum ດ້ວຍ Global mapper& Arc MAP;
  • ການສ້າງ IN DEX ແຜນທີ່ມາດຕາສ່ວນຕ່າງໆ ຢ່າງເປັນລະບົບ;
  • ການປັບຕໍ່າແໜ່ງ ແລະ ການປ້ອນລະບົບຖານຂໍ້ມູນ ດ້ວຍ Global mapper& Arc MAP;
  • ການສ້າງຖານຂໍ້ມູນບັນທຶກ Attribute table ເພື່ີອດັດແກ້ຂໍ້ມູນ ໃຫ້ຖືກຕ້ອງຕາມມາດຖານເຕັກນິກ
  • ການສ້າງເຟຣມ ແລະ ບັນດາອົງປະກອບຕ່າງໆຂອງເຟຣມແຜນທີ່.

Comments are closed.