Archive for the 'Announcements' Category

ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ເຂົ້າຮ່ວມ “ກອງປະຊຸມຄະນະກໍາມະການປະສານງານດ້ານການບໍລິການອາຊຽນ (CSS) ຄັ້ງທີ 88 (Surveying Working Group)” ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-13 ຕຸລາ 2017 ທີ່ ສຽມລຽບ, ກໍາປູເຈຍ.

                  ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ໄດ້ເຂົ້າຮ່ວມ “ກອງປະຊຸມຄະນະກໍາມະການປະສານງານດ້ານການບໍລິການອາຊຽນ (CCS) ຄັ້ງທີ 88 (Surveying Working Group)” ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-13 ຕຸລາ 2017 ທີ່ ສຽມລຽບ, ກໍາປູເຈຍ. ໂດຍມີວິຊາການຕາງໜ້າກົມແຜນທີ່ແຫ່ງຊາດ ເຂົ້າຮ່ວມຈຳນວນ 01 ທ່ານ. ກອງປະຊຸມຄັ້ງທີ 22 ຂອງເຈົ້້າໜ້າທີ່ໃນກອບສັນຍາການຮັບຮູ້ຮ່ວມກັນຂອງຄຸນນະວຸດທິດ້ານການສໍາຫຼວດ ເຊິ່ງເປັນໜຶ່ງໃນກອງປະຊຸມຄັ້ງທີ 88 ຂອງ ຄະນະກໍາມະການປະສານງານດ້ານການບໍລິການອາຊຽນ (CSS). ກອງປະຊຸມແມ່ນເປັນປະທານໂດຍ ດຣ ວິໄຊ ຈິວາໄລ ຈາກ ຣາຊະອານາຈັກໄທ ພ້ອມທັງບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ຍົກເວັ້ນ ອິນໂດເນເຊຍ, ມຽນມາ ແລະ ສສ ຫວຽດນາມ ພ້ອມທັງບັນດາຜູ້ຕາງໜ້າຈາກສະຫະພັນການສໍາຫຼວດທີ່ດິນ ແລະ ລະບົບເຕັກໂນໂລຊີສາລະສົນເທດດ້ານພູມສາດ (Geomatics) […]

ກົມແຜນທີ່ແຫ່ງຊາດອວຍພອນການນຳກະຊວງພາຍໃນ

ເພື່ອເປັນການສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ ພສ 2559 ທີ່ຈະຫມູນວຽນມາບັນຈົບ ຄົບຮອບອີກວາລະຫນຶ່ງ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ທ່ານ ດຣ. ທອງຈັນ ມະນີໄຊ ຮອງລັດຖະມົນ ຕີກະຊວງພາຍໃນ ຜູ້ຊີ້ນໍາກົມແຜນທີ່ແຫ່ງຊາດ. ໃນຕອນເຊົ້າຂອງວັນທີ 6 ເມສາ 2016 ນີ້, ຄະນະນໍາຂັ້ນກົມ, ຂັ້ນພະແນກ ແລະ ຕາງໜ້າໃຫ້ແກ່ 3 ອົງການຈັດຕັ້ງມະຫາຊົນໄດ້ເຂົ້າມອບກະຕ່າສຸຂະພາບແດ່ທ່ານ ທີ່ຫ້ອງການ ກົມແຜນທີ່ແຫ່ງຊາດ. ໃນໂອກາດນີ້ທ່ານ ບົວສົດ ສຸວັນນະກຸມມານ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ລາຍງານຜົນສໍາ ເລັດໂດຍຫຍໍ້ຂອງການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ພະນັກງານລັດຖະກອນທັງຫມົດທົ່ວກົມແຜນທີ່ແຫ່ງຊາດ ສາມາດຍາດມາໄດ້ເຊິ່ງລວມມີ: ການສ້າງ ແລະ ດັດແກ້ຂໍ້ມູນ, ການບໍລິການຂໍ້ມູນ, ການມອບພັນທະໃຫ້ລັດ ແລະ ອື່ນໆ. ຈາກນັ້ນ ທ່ານ ຮອງລັດຖະມົນຕີໄດ້ໂອ້ລົມຕໍ່ພະນັກງານຜູ້ເຂົ້າຮ່ວມ, ທ່ານໄດ້ເນັ້ນຢໍ້າວ່າ: ການພັດທະນາ ສາຍຕັ້ງໃນທ້ອງຖິ່ນແມ່ນມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງຍ້ອນວ່າພວກເຂົາເຫລົ່ານັ້ນຈະເປັນຜູ້ຊ່ວຍຜັກດັນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງກົມ ກໍ່ຄືວຽກສໍາຫລວດວັດແທກ, […]

Next