ພະນັກງານ-ລັດຖະກອນ ກົມແຜນທີ່ແຫ່ງຊາດເຂົ້າຮ່ວມພິທີປະດັບຫຼຽນທີ່ລະນຶກ 70 ປີ ວັນສ້າງຕັ້ງພັກ
ໃນຕອນບ່າຍ ວັນທີ 17 ມີນາ 2025 ພະນັກງານລັດຖະກອນຂອງກົມແຜນທີ່ແຫ່ງຊາດໄດ້ເຂົ້າຮ່ວມພິທີມອບຫຼຽນກາລະນຶກ 70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພາຍໃນ, ມີບັນດາສະຫາຍຄະນະພັກ, ຄະນະນຳ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານທົ່ວກະຊວງພາຍໃນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຄັ້ງນີ້ ມີພະນັກງານຂອງກົມແຜນທີ່ແຫ່ງຊາດຈໍານວນ 05 ທ່ານໄດ້ຮັບການປະດັບຫຼຽນກາທີ່ລະນຶກ 70 ປີ; ພ້ອມກັນນີ້, ໜ່ວຍພັກກົມແຜນທີ່ແຫ່ງຊາດໄດ້ຖືກຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024. ພ້ອມນັ້ນ ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນດີເດັ່ນ ປະຈໍາປີ 2024, ໃນນັ້ນ ມີພະນັກງານກົມແຜນທີ່ແຫ່ງຊາດ ທີ່ໄດ້ຮັບໃບຍ້ອງຍໍປະເພດ 01 ຈໍານວນ 19 ທ່ານ; ຍ້ອງຍໍປະເພດ 02 ຈໍານວນ 16 ທ່ານ.
ໃນຕອນທ້າຍ, ປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາໜ່ວຍພັກ ກໍຄືພະນັກງານ-ລັດຖະກອນ ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້; ຫລຽນກາລະນຶກ, ໃບຢັ້ງຢືນໜ່ວຍພັກປອດໃສ ແລະ ໃບຍ້ອງຍໍ ໃນຄັ້ງນີ້ ເປັນສິ່ງໜຶ່ງທີ່ສະແດງເຖິງນາມມະຍົດອັນລໍ້າຄ່າຂອງພັກ ແລະ ລັດ ທີ່ໄດ້ມອບໃຫ້ກະຊວງ, ໜ່ວຍພັກ, ບັນດາກົມ, ພະນັກງານ-ລັດຖະກອນ ທີ່ມີຜົນງານອັນພົ້ນເດັ່ນ ໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງການຈັດຕັ້ງພັກ ແລະ ບຸກຄົນໃນແຕ່ລະໄລຍະໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄຳສັ່ງ, ຕ່າງໆ ຂອງພັກ ແລະ ກົດໝາຍຂອງລັດໄປພ້ອມໆ ກັບການປັບປຸງແບບແຜນວິທີເຮັດວຽກຂອງກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທຸກສະຫາຍ ພ້ອມທັງສຸມເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄວາມສາມັກຄີເປັນປຶກແຜ່ນ, ດ້ວຍຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ແລະ ພ້ອມພຽງກັນຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ, ສຸດກົກສຸດປາຍ ແລະ ມີຜົນສໍາເລັດສູງ.