Achievements

By admin on January 10, 2012

ຜົນງານ (ຜົນສຳເລັດ) ຂອງກົມແຜນທີ່ແຫ່ງຊາດ 2006 – 2011

1.1 ດ້ານການເມືອງແນວຄິດ

– ກົມໄດ້ເອົາໃຈໃສ່ໃນການສຶກສາອົບຮົມນຳພາແນວຄິດ, ດຳເນີນຊີວິດການເມືອງ, ສຳຫຼວດກວດກາ ພາຍໃນຢ່າງເປັນປົກກະຕິ. ພະນັກງານ, ລັດຖະກອນ ພາຍໃນກົມສ່ວນຫຼວງຫຼາຍມີສະຕິຕໍ່ການຈັດຕັ້ງ, ເຄົາ ລົບນັບຖືລັດຖະທຳມະນູນກົດໝາຍ, ລະບຽບລັດຖະກອນ, ປະຕິບັດຂໍ້ກຳນົດລະບຽບວິໄນຕ່າງໆໄດ້ດີພໍສົມ ຄວນ.

– ຈັດຕັ້ງເຜີຍແຜ່ຄົ້ນຄວ້າຮ່ຳຮຽນການເມືອງເຊື່ອມຊືມແນວທາງນະໂຍບາຍມະຕິຄຳສັ່ງຂອງພັກ, ລະບຽບ ກົດໝາຍຂອງລັດ ແລະວັນສຳຄັນຂອງຊາດ ທີ່ຄະນະພັກ, ອຳນາດການປົກຄອງຂອງສຳນັກງານນາຍົກລັດ ຖະມົນຕີ ກໍຄືກົມຈັດຂຶ້ນ ລວມທັງໝົດ 43 ຄັ້ງ, ມີຜູ້ເຂົ້າຮ່ວມ 1,817 ເທື່ອຄົນ.

1.2 ວຽກພັກ, ພະນັກງານ ແລະອົງການຈັດຕັ້ງມະຫາຊົນ

   – ໜ່ວຍພັກກົມແຜນທີ່ແຫ່ງຊາດ ພາຍໃຕ້ການຊີ້ນຳໆພາຂອງຄະນະພັກຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄດ້ປະຕິບັດໜ້າທີ່ການເມືອງຂອງຕົນສຳເລັດຜົນໃນຫຼາຍດ້ານ, ປັບປຸງໜ່ວຍພັກໃຫ້ເຂັ້ມແຂງ ທາງດ້ານການເມືອງແນວຄິດ ແລະການຈັດຕັ້ງ. ໃນປີ 2006 ມີສະມາຊິກພັກ 44 ສ/ຫ, ປະຈຸບັນ 2010-2011 ມີສະມາຊິກພັກ 58 ສ/ຫ, ເພດຍິງ 9 ສ/ຫ, ໄປປະຕິບັດວຽກງານໂຄງການຊາຍແດນລະຫວ່າງ ຊາດ 10 ສ/ຫ,ບຳນານ 3 ສ/ຫ, ໜ່ວຍພັກຮັກສາໄດ້ມູນເຊື້ອເປັນໜ່ວຍພັກແຂງ, ຮູ້ນຳພາຮອບ ດ້ານໄດ້ 4 ຄັ້ງຕິດຕໍ່ກັນ. ນັບແຕ່ການສ້າງຕັ້ງໜ່ວຍພັກປີ 1987 ມາຮອດປະຈຸບັນ ໜ່ວຍພັກກົມແຜນທີ່ແຫ່ງຊາດໄດ້ ເປີດ ກອງປະຊຸມໃຫຍ່ຂອງໜ່ວຍໄດ້ 4 ຄັ້ງ, ໃນໄລຍະ 5 ປີ ຜ່ານມາໄດ້ຈັດຕັ້ງຮຽນເອກະສານສະນັບ ສະ ໜູນພັກ 14 ຄົນ, ຮຽນກົດໝາຍຂອງພັກ 9 ຄົນ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າພັກ 6 ສ/ຫ.

– ກົມແຜນທີ່ແຫ່ງຊາດໄດ້ເອົາໃຈໃສ່ ແລະ ນັບຖືເປັນສຳຄັນວຽກງານບຳລຸງກໍ່ສ້າງພັກ ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະເຕັກນິກ, ທິດສະດີການເມືອງ, ການຄຸ້ມຄອງລັດ ແລະກົດ ໝາຍ, ພາສາຕ່າງປະເທດ, ຄອມພິວເຕີ, ກໍ່ສ້າງພະນັກງານສືບທອດ ທີ່ພຽບພ້ອມໄປດ້ວຍຄວາມຮູ້ຄວາມ ສາມາດ, ມີທັດສະນະຫຼັກໝັ້ນການເມືອງດີ, ມີນ້ຳໃຈຮັກຊາດຮັກລະບອບປະຊາທິປະໄຕ ໃນນັ້ນເປີດການບຳ ລຸງ ແລະ ຮຽນນຳໂຄງການວຽກງານຕົວຈິງພາຍໃນກົມ ຈຳນວນ 270 ເທື່ອຄົນ ແລະຢູ່ພາຍ ໃນປະເທດ 39 ທື່ອຄົນ, ສົ່ງໄປຍົກລະດັບທັດສະນະສຶກສາ ແລະຮຽນຕໍ່ຕ່າງ ປະເທດມີຈຳນວນ 4 ເທື່ອຄົນ ແລະຮັບ ນັກຮຽນນັກສຶກສາຝຶກງານຢູ່ພາຍໃນກົມ 72 ເທື່ອຄົນ.

– ກົມໄດ້ເອົາໃຈໃສຊີ້ນຳນຳພາວຽກງານຊາວໜຸ່ມ,ແມ່ຍິງ ແລະ ກຳມະບານ ເພື່ອເຄື່ອນໄຫວຕາມພາລະ ບົດບາດຂອງຕົນ. ປີ 2006 ກົມແຜນທີ່ແຫ່ງຊາດມີສະມາຊິກຊາວໜຸ່ມ 53 ສ/ຫ, ສະຫະພັນແມ່ຍິງ 28 ສ/ຫ ແລະກຳມະບານ 62 ສ/ຫ. ມາຮອດ ປີ 2010 ມີສະມາຊິກຊາວໜຸ່ມ 85 ສ/ຫ, ສະຫະພັນ ແມ່ຍິງ 35 ສ/ຫ, ແລະກຳມະບານ 95 ສ/ຫ. ນອນັ້ນກໍຍັງໄດ້ສ້າງຂະບວນການອອກແຮງງານລວມ, ແຂ່ງຂັນກິລາ ແລະປ້ອງກັນເວນຍາມຢ່າງຕັ້ງໜ້າ.

1.3 ວຽກງານຄຸ້ມຄອງລັດ

– ໃນໄລຍະ 5 ປີ ຜ່ານມາ ກົມຖືເປັນສຳຄັນ ແລະ ເອົາໃຈໃສ່ການຄຸ້ມຄອງມະຫາພາກໄດ້ຕັ້ງໜ້າຄົ້ນ ຄວ້າຮ່າງດຳລັດ ແລະນິຕິກຳ. ເພື່ອນຳສະເໜີລັດຖະບານ ແລະພາກສ່ວນກ່ຽວຂ້ອງພິຈາລະນາຮັບຮອງເອົາ ແລະປະກາດໃຊ້ເປັນທາງການ ເພື່ອຄຸ້ມຄອງວຽກງານສຳຫຼວດ ແລະສ້າງແຜນທີ່.

– ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນ ທີ່ຢູ່ນະຄອນຫຼວງວຽງຈັນ 5 ຄັ້ງ.

– ຈັດຕັ້ງຝຶກອົບຮົບແນະນຳວິທີການນຳໃຊ້ອຸປະກອນເຄື່ອງມືສຳຫຼວດວັດແທກໃຫ້ແກ່ບັນດາອົງການ, ພາກ ສ່ວນໂຄງການຕ່າງໆ ຈຳນວນ 12 ຄັ້ງ.

– ເຮັດໜັງສືມອບໝາຍຈຸດເຄົ້າພິກັດ, ຈຸດຄວາມດຶງດູດພິພົບ ແລະ ຈຸດລະດັບສູງແຫ່ງຊາດໃຫ້ອຳນາດ ການປົກຄອງທ້ອງຖິ່ນ, ບ້ານ, ເມືອງ ແລະແຂວງ.

1.4 ວຽກວິຊາສະເພາະ ແລະເຄື່ອນໄຫວບໍລິຫານວິຊາການ

– ເອົໃຈໃສ່ສະໜອງຂໍ້ມູນການສຳຫຼວດວັດແທກ, ຮູບຖ່າຍທາງອາກາດ ແລະແຜນທີ່ ໃນມາດຕາສ່ວນ ຕ່າງໆໃຫ້ແກ່ບັນດາກະຊວງ, ກົມກອງ, ຂະແໜງການ, ທ້ອງຖິ່ນ ແລະບັດາອົງການຈັດຕັ້ງຕ່າງໆ. ມີ 257,983 ໃບ, ແຜນທີ່ລະບົບຕົວເລກ 8,377 ໃບ, ປື້ມແຜນທີ່ 235 ຫົວ, ຮູບ ຖ່າຍທາງອາກາດ 4,688 ໃບ, ຈຸດເຄົ້າພິກັດ ແລະ ລະດັບສູງ 209 ຈຸດ, ໜ່ວຍໂລກຈຳລອງ 6,202 ໜ່ວຍ ແລະອອກແບບຕົກ ແຕ່ງແຕ້ມ ແລະພິມແຜນທີ່ຕ່າງໆ 141,677 ໃບ.

– ສຳເລັດໂຄງການສ້າງແຜນທີ່ພູມສັນຖານ ມາດຕາສ່ວນ 1/10,000 ເຂດເທດສະບານເມືອງໂພນສະຫວັນ ແຂວງ ຊຽງຂວາງ, ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ, ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງ ຫົວ ພັນ, ຕົວເມືອງປາກເຊ ແຂວງ ຈຳປາສັກ.

– ວຽກງານຊາຍແດນ: ພະນັກງານວິຊາການ ຈຳນວນ 24 ສ/ຫຮ່ວມມືກັບພາສ່ວນກ່ຽວຂ້ອງປະຕິບັດ ໂຄງການຊາຍແດນ ລາວ-ໄທ, ລາວ-ກຳປູເຈຍ, ລາວ-ຫວຽດນາມ ແລະ ລາວ-ຈີນ

– ສຳເລັດໂຄງການກວດກາ, ປັບປຸງບູລະນະ ແລະວັດແທກຄືນຈຸດລະດັບສູງຕາມສາຍທາງຫຼວງ ເລກ 9 ເຊໂນ ຫາ ບ້ານແດນສະຫວັນ, ນາເຕີຍ ແຂວງ ຫຼວງນ້ຳທາ ຫາ ຫ້ວຍຊາຍ ແຂວງ ບໍ່ ແກ້ວ ຄວາມຍາວ ໄປກັບ 910 km.

– ສຳເລັດໂຄງການບູລະນະສ້ອມແປງຈຸດເຄົ້າພິກດແຫ່ງຊາດ(GPS)ຂັ້ນທີ 1 ໃນຂອບເຂດທົ່ວປະເທດ ຈຳນວນ 25 ຈຸດ.

– ຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຂໍ້ມູນແຜນທີ່ຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ໂດຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສາທາລະນະລັດ ແຟງລັງ ໃຫ້ແກ່ ສປປ ລາວ.

– ວຽກງານບັງເອີນ: ຈັດຕັ້ງປະຕິບັດໂຄງການຮັບເໝົາສຳຫຼວດວັດແທກ, ບິນຖ່າຍພາບ ແລະ ແຕ້ມແຜນ ທີ່ ໃຫ້ແກ່ບໍລິສັດ ເພື່ອສະໜອງໃຫ້ແກ່ໂຄງການສຳຫຼວດ ແລະສ້າງເຄື່ອນໄຟຟ້ານ້ຳຕົກ, ຂຸດຄົ້ນບໍ່ ແຮ່, ປ້ອງກັນຕາຝັ່ງເຈື່ອນ, ສ້າງແຜນປ້ອງກັນນ້ຳຖ້ວມ, ກໍ່ສ້າງ-ຂົວທາງ, ຊົນລະປະທານ, ແລວສົ່ງສາຍໄຟຟ້າ ແຮງສູງ, ຜັງເມືອງ, ທາງລົດໄຟ ແລະອື່ນໆ ຈຳນວນ 58 ໂຄງການ. ສາມາດ ສ້າງລາຍຮັບ ແລະ ມອບ ພັນທະເຂົ້າງົບປະມານລັດໄດ້ເປັນຈຳນວນ 428,000,000 ກີບ (ສີຮ້ອຍຊາວແປດລ້ານກີບ).

1.5 ວຽກຈັດຕັ້ງນະໂຍບາຍສະຫວັດດີການສັງຄົມ

ໃນລໄຍະ 5 ປີ ຜ່ານມາ, ຄະນະພັກ ແລະອຳນາດການປົກຄອງກົມແຜນທີ່ແຫ່ງຊາດໄດ້ເອົາໃຈໃສ່ວຽກ ຈັດຕັ້ງນະໂຍບາຍ ແລະສະຫວັດດີການສັງຄົມຕໍ່ພະນັກງານ ລັດຖະກອນພາຍໃນກົມ.

ຮັບພະນັກງານໃໝ່ຈຳນວນ 10 ຄົນ, ສົ່ງໄປຍົກລະດັບຝຶກງານ ແລະຮຽນຕໍ່ຕ່າງປະເທດ 35 ເທື່ອຄົນ, ບຳລຸງຍົກລະດັບພະນັກງານຢູ່ພາຍໃນປະເທດ 39 ເທື່ອຄົນ, ຍ້ອງຍໍຊົມເຊີຍ 31 ເທື່ອຄົນ, ນະໂຍບາຍລາ ພັກປະຈຳປີ 85 ເທື່ອຄົນ, ເລື່ອນຊັ້ນ 16 ຄົນ, ເລື່ອນຂັ້ນເງິນເດືອນ 261 ເທື່ອຄົນ

1.6 ການຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນ

Study trip in Vietnam

ພາຍຫຼັງທີ່ພັກ ແລະ ລັດຖະບານດຳເນີນແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ກົມ ແຜນທີ່ແຫ່ງຊາດໄດ້ມີການຮ່ວມມືກັບຫຼາຍປະເທດໃນທົ່ວໂລກ ເຊັ່ນ: ຫວຽດນາມ, ຈີນ, ແຟງລັງ, ຊູແອດ, ອົດສະຕາລີ, ນອກແວ, ຝລັ່ງ, ເຢຍລະມັນ, ອິນເດຍ, ອິນໂດເນເຊຍ, ມາເລ ເຊຍ, ໄທ ແລະ ບັນດາອົງ ການສຳຫຼວດວັດແທກ ແລະສ້າງແຜນທີ່ໃນພາກພື້ນອາຊີປາຊຟິກກໍຄືໂລກ, ໄດ້ເຂົ້າຮ່ວມສະມາຊິກຂອງ ອົງ ການສຳຫຼວດວັດແທກສາກົນ(FIG). ສົ່ງຄະນະຜູ້ແທນຂັ້ນນຳ ແລະວິຊາການກົມ ໄປຢ້ຽມຢາມ ແລະເຮັດວຽກ ຢູ່ຕ່າງປະເທດ ຈຳນວນ 104 ເທື່ອຄົນ. ຮັບແຂກ ແລະຊຽວຊານວິຊາການຕ່າງປະເທດ ຈຳນວນ 33 ຄັ້ງ, ມີ 231 ເທື່ອຄົນ.

 

Comments are closed.