ກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການຄັ້ງທີ VI (The VI Steering Committee Meeting)

By KL on October 18, 2013

ໃນວັນທີ 17 ຕຸລາ 2013 ນີ້ ໄດ້ມີການໄຂກອງປະຊຸມຂອງ ຄະນະຮັບຜິດຊອບຊີ້ນຳໂຄງການ ສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ ຂື້ນ ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດກະຊວງພາຍໃນ ໂດຍການເປັນປະທານຂອງທ່ານ ດຣ. ທອງຈັນມະນີໄຊ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ເຊິ່ງມີບັນດາສະມາຊິກຈາກໂຄງການ ແລະ ບັນດາກະຊວງອ້ອມຂ້າງເຊັ່ນ: ກະຊວງການຕ່າງປະເທດ, ກະຊວງສຶກສາທິການ, ກະຊວງກະສິກຳ-ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຊ່ຽວຊານທີ່ປຶກສາຈຳນວນ 06 ທ່ານ, ຕາງຫນ້າລັດຖະບານແຟງລັງໃນນາມຜູ້ໃຫ້ທຶນ ຈຳນວນ 03 ທ່ານ ລວມທັງໝົດ 19 ທ່ານ ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄລຍະ 06 ເດືອນຜ່ານ ມາ ພ້ອມທັງທົບທວນ ຄວາມຄືບຫນ້າຂອງບັນຫາຕ່າງໆທີ່ໄດ້ມີການນຳສະເໜີໃນກອງປະຊຸມຄັ້ງທີ່ຜ່ານມາ. ພ້ອມນັ້ນກໍ່ໄດ້ວາງຄາດຫມາຍແຜນການໃນການຈັດຕັ້ງປະຕິບັດວຽກງານໂຄງການແຕ່ນີ້ຫາກາງເດືອນມີນາ 2014

ກອງປະຊຸມໄດ້ດຳເນີນໄປເປັນເວລາ 01 ວັນ ແລະ ໄດ້ອັດລົງໃນຕອນແລງຂອງວັນດຽວກັນນີ້

DSCN8786

Comments are closed.