Author Archive

ເຜີຍແຜ່ຟິມສາລະຄະດີກ່ຽວກັບກົມແຜນທີ່ແຫ່ງຊາດ

ຟິມສາລະຄະດີກ່ຽວກັບກົມແຜນທີ່ແຫ່ງຊາດ ໄດ້ຖືກສ້າງສໍາເລັດ ແລະ ຖືກເຜີຍແຜ່. ຟີມສາລະຄະດີນີ້ໄດ້ນໍາສະເໜີກ່ຽວກັບປະຫວັດຄວາມເປັນມາຂອງກົມແຜນທີ່ແຫ່ງຊາດໃນອະດີດ ລວມທັງຜະລິດຕະພັນ, ການບໍລິການ ແລະ ການເຄື່ອນໄຫວວຽກງານທັງພາກສະໜາມ ແລະ ໃນຫ້ອງການຂອງກົມແຜນທີ່ໃນປະຈຸບັນ.

ກົມແຜນທີ່ແຫ່ງຊາດຕັ້ງຫ້ອງການທົດລອງດ້ານການບໍລິການຂໍ້ມູນແຜນທີ່ຂັ້ນແຂວງ

ກົມແຜນທີ່ແຫ່ງຊາດໄດ້ຄັດເລືອກເອົາຫ້ອງການຂອງໜາຍງານແຜນທີ່ ທີ່ເມືອງປາກເຊ ແຂວງຈໍາປາສັກ ເພື່ອຕັ້ງເປັນຫ້ອງການຕົວແບບ ໃນການທົດລອງການບໍລິການຂໍ້ມູນແຜນທີ່ຂອງກົມແຜນທີ່ແຫ່ງຊາດ. ໂດຍການຊ່ວຍເຫຼືອຂອງໂຄງການສ້າງຄວາມເຂັ້ມແຂງດ້ານບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ (SNGS-EP) ກົມແຜນທີ່ແຫ່ງຊາດ ໄດ້ສົ່ງທິມງານ IT ຂອງຕົນໄປເຮັດວຽກຮ່ວມກັບພະນັກງານຂັ້ນແຂວງ ທີ່ເມືອງປາກເຊ ເປັນເວລາໜຶ່ງອາທິດ ໂດຍໄດ້ດໍາເນີນການຕິດຕັ້ງອຸປະກອນ IT ແລະ ສະໜອງການຝຶກອົບຮົມໃຫ້ແກ່ພະນັກງານຂັ້ນແຂວງ. ໂດຍການນໍາໃຊ້ອຸປະກອນ ແລະ ການຝຶກອົບຮົມທີ່ສະໜອງໃຫ້ ພະນັກງານຂັ້ນແຂວງສາມາດເຂົ້າເຖີງຂໍ້ມູນແຜນທີ່ພາບຖ່າຍທາງອາກາດ (orthophotos) ພ້ອມທັງສາມາດສາທິດຄວາມອາດສາມາດຂອງກົມແຜນທີ່ແຫ່ງຊາດໃນການສະໜອງຂໍ້ມູນໃຫ້ແກ່ຂະະແໜງການອື່ນໆຂອງລັດຖະບານ ແລະ ລູກຄ້າທົ່ວໄປ. ຄວາມສໍາເລັດໃນການສ້າງຕັ້ງຫ້ອງການຕົວແບບໃນຄັ້ງນີ້ ຈະສາມາດຊ່ວຍກົມແຜນທີ່ແຫ່ງຊາດໃນການສ້າງຕັ້ງຫ້ອງການທີ່ຄ້າຍຄືກັນນີ້ໃນແຂວງອື່ນໆໃນອະນາຄົກ.

Next