ກົມແຜນທີ່ແຫ່ງຊາດ (ກຜທ) ໄດ້ເຂົ້າຮ່ວມງານຕະຫຼາດນັດຫາວຽກເຮັດງານທໍາ (Job Fair) ຄັ້ງທີ 4 ທີ່ ຄະນະວິສະວະກຳສາດ

By daosamlong on June 11, 2015

ກົມແຜນທີ່ແຫ່ງຊາດ (ກຜທ) ໄດ້ເຂົ້າຮ່ວມງານຕະຫຼາດນັດຫາວຽກເຮັດງານທໍາ (Job Fair) ຄັ້ງທີ 4 ທີ່ຈັດຂື້ນຢູ່ວິທະຍາເຂດໂສກປ່າຫຼວງ ໃນວັນທີ 29 ພຶດສະພາ2015. ງານດັ່ງກ່າວ ຈັດຂື້ນໂດຍຄະນະວິສະວິກໍາສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ວັດຖຸປະສົງຫຼັກຂອງການຈັດງານໃນຄັ້ງນີ້ແມ່ນ ເພື່ອລົດຊ່ອງຫ່ວາງແຫ່ງການຕິດຕໍ່ສື່ສານລະຫ່ວາງ ໂລກແຫ່ງວິຊາການ ແລະ ຊຸມຊົນທຸລະກິດ.

ບ່ອນວາງສະແດງຂອງ ກຜທ

ບ່ອນວາງສະແດງຂອງ ກຜທ

ເຖີງແມ່ນວ່າງານ Job Fair ຄັ້ງນີ້ ຈະເພັ່ງເປົ້າໝາຍໃສ່ນັກສຶກສາທີ່ຈະຮຽນຈົມໃນສົກຮຽນນີ້ກໍຕາມ, ແຕ່ບັນດານັກຮຽນນັກສຶກສາຈາກໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມປາຍ ກໍ່ຖືກເຊີນໃຫ້ເຂົ້າຮ່ວມ ເຊັ່ນກັນ. ງານນີ້ໄດ້ໃຫ້ໂອກາດແກ່ຜູ້ເຂົ້າຮ່ວມ ໃນການສ້າງແຜນອາຊີບຢ່າງຈະແຈ້ງ ລວມທັງການຄົ້ນຄ້ວາຫາໂອກາດທາງດ້ານການສຶກສາ ແລະ ການຝຶກອົບຮົມຕ່າງໆ ພ້ອມການລົງຝຶກງານທີ່ພວກເຂົາຕ້ອງການ. ໃນປະຈຸບັນ, ມີນັກສຶກສາປະມານ 5,000 ຄົນ ໄດ້ລົງທະບຽນໃນ 10 ຂະແໜງທີ່ແຕກຕ່າງກັນ ພາຍໃນຄະນະວິສະວະກໍາສາດ.

ບ່ອນວາງສະແດງຜະລິດຕະພັນຕ່າງໆ ຂອງ ກຜທ

ບ່ອນວາງສະແດງຜະລິດຕະພັນຕ່າງໆ ຂອງ ກຜທ

ໃນງານດັ່ງກ່າວ, ພະນັກງານຂອງ ກຜທ ໄດ້ນໍາສະແດງເຄື່ອງມືອຸປະກອນ ແລະ ວິທີການທີ່ນໍາໃຊ້ໃນການສ້າງແຜນທີ່ ແລະ ຜະລິດຕະພັນຕ່າງໆໃນກົມແຜນທີ່ ເຊິ່ງມີນັກສຶກສາທີ່ສົນໃຈເຂົ້າຮັບຊົມຈໍານວນ 1,800 ຄົນ. ການນໍາສະເໜີຂອງ ກຜທ ຖືວ່າເປັນສ່ວນໜຶ່ງທີ່ໄດ້ຮັບຄວາມສົນໃຈຫຼາຍໃນງານ ເພາະວ່າມີກິດຈະກໍາຫຼາຍຢ່າງທີ່ອໍານວຍໃຫ້ຜູ້ຊົມສາມາດສໍາພັດໄດ້ກັບປະສົບການຕົວຈິງກັບເຄື່ອງມືອຸປະກອນການສໍາຫຼວດວັດແທກ ແລະ ສ້າງແຜນທີ່. ຄາດວ່າ ມີນັກສຶກສາຫຼາຍຄົນໃນງານ ໄດ້ຮັບແຮງບັນດານໃຈຈາກ ການນໍາສະເໜີຂອງ ກຜທ,​ ແລະ ກຜທ ເອງກໍ່ກໍາລັງຂົນຂວາຍຫາພະນັກງານ/ວິຊາການຜູ້ທີ່ມີພອນສະຫວັນ ແລະ ການສຶກສາ ເພື່ອເຂົ້າຮ່ວມງານ ໃນປະຈຸບັນ ກໍ່ຄືອະນາຄົດ.

ການນຳສະເໜີກອງສຳຫຼວດ ລວມສູນ

ການນຳສະເໜີກອງສຳຫຼວດ ລວມສູນ

Comments are closed.