Author Archive

ປະກອບຄໍາຄິດເຫັນກ່ຽວກັບເວັບໄຊຂອງພວກເຮົາ

ກົມແຜ່ນທີ່ແຫ່ງຊາດໃດ້ເປີດໃຫ້ບໍລິການເວັບໄຊໃໝ່ ດັ່ງນັ້ນພວກເຮົາຍັງຕ້ອງການພັດທະນາ ແລະ ເພີ່ມສາລະຂໍ້ມູນທີ່ເປັນປະໂຫຍດເຂົ້າໃນເວັບໄຊເພື່ອຮັບໃຊ້ທ່ານ. ຖ້າຫາກທ່ານມີຄໍາຄິດຄໍາເຫັນ ຫຼື ຕ້ອງການເພີ່ມ Link ຂອງອົງການທ່ານເຂົ້າໃນເວັບໄຊເຮົາ ກະລຸນາຕິດຕໍ່ໄດ້ທີ່ info@ngdlaos.la  

ຝຶກອົບຮົມສຳມະນາເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ

ການຈັດຕັ້ງການຝຶກອົບຮົມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ.ຈັດ ຢູ່ຫ້ອງປະຊຸມຂອງຫ້ອງຮັບແຂກຫຼັກສີ່ ເມືອງປາກເຊ ແຂວງ ຈໍາປາສັກ ລະຫ່ວາງວັນທີ 15-18 ຕຸລາ 2012. ໂດຍເປັນປະທ່ານ ຮ່ວມຂອງ ທ່ານ ນ . ສີໄຄ ສໍສີລິບຸນມາ ຮອງຫົວໜ້າກົມແຜນທີ່ ແຫ່ງຊາດ ທັງເປັນປະທານການຈັດຕັ້ງຝຶກອົບຮົມ ແລະ ທ່ານ ສະຖຽນ ສາຍໂສພາ ຫົວໜ້າພະແນກພາຍໃນຂອງ ແຂວງຈຳປາສັກ   ເຊີ່ງຜູ້ເຂົ້າຮ່ວມ ລວມມີ ພາກລັດຖະບານ 14 ພາກສ່ວນລວມມີ 33 ທ່ານ ຄື : ພະແນກກະສິກຳປະຈຳແຂວງຈຳປາສັກ ຂະແໜງທີ່ດິນ ພະແນກ ພາຍໃນຂອງແຂວງຈຳປາສັກ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ຂະແໜງນໍ້າປະປາ ພະແນກ ສາທາລະນະສຸກ […]

Next
Previous