Author Archive

ຕ້ອນຮັບແຂກຈາກ ຕົວແທນ ທີ່ມາຈາກສະຖາບັນສຳຫຼວດວັດແທກ, ປະເທດມາເລເຊຍ

ການພົບປະ, ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມແຜນທີ່ແຫ່ງຊາດຂອງຄະນະຜູ້ແທນກົມສຳຫຼວດວັດແທກ ແລະ ສ້າງແຜນທີ່ຈາກຣາຊະອານາຈັກ ມາເລເຊຍ ຄັ້ງວັນທີ 01 ມີນາ 2013 ເວລາ  09:30 ນາທີ. ——##——– ຄະນະຜູ້ແທນຂອງທາງຝ່າຍມາເລເຊຍ ນຳພາໂດຍທ່ານ Hasan Jamil, ຮອງຫົວໜ້າກົມສຳຫຼວດວັດແທກ ແລະ ແຜນທີ່. ຄະນະຜູ້ແທນ ປະກອບມີທັງໝົດ 19 ທ່ານ ເຊິ່ງເປັນຕົວແທນຈາກຂະແໜງຈີໂອເມຕິກ ແລະ ວັດແທກທີ່ດິນ (GLS), ສະຖາບັນສຳຫຼວດວັດແທກ (RISM), ແລະ ສະມາຄົມນັກສຳຫຼວດວັດແທກ (PEJUTA). ຕົວແທນທີ່ມາຈາກສະຖາບັນສຳຫຼວດວັດແທກ ແມ່ນມາຈາກອົງການຈັດຕັ້ງຂອງລັດ, ມະຫາວິທະຍາໄລ, ແລະ ນັກສຳຫຼວດວັດແທກ. ການຢ້ຽມຢາມ ສປປລາວ ຂອງຄະນະຜູ້ແທນປະເທດ ມາເລເຊຍໃນຄັ້ງນີ້ ແມ່ນກິດຈະກຳໜຶ່ງທີ່ໄດ້ມີການວາງແຜນໃນແຕ່ລະປີໃນການຢ້ຽມຢາມບັນດາເພື່ອນຮ່ວມອາຊີບໂດຍສະເພາະບັນດາປະ ເທດໃນຂົງເຂດອາຊີ ກໍ່ຄືສະມາຊິກ ອາຊຽນດ້ວຍກັນ. ເປົ້າໝາຍຕົ້ນຕໍຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮຽນຮູ້ຊຶ່ງກັນ ແລະ ກັນ, ເສີມສ້າງຄວາມຮ່ວມມືໃຫ້ຮັດແໜ້ນຂື້ນ ແລະ ແລກປ່ຽນບົດຮຽນທີ່ກ່ຽວຂ້ອງກັບວິຊາສະເພາະໃຫ້ຂະຫຍາຍຂື້ນຕື່ມ ເຊິ່ງຫັວງວ່າ ການພົບປະໃນຄັ້ງນີ້ຈະ ສາມາດ […]

ສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ 130 ປີ ໃນວັນທີ່ 8.3.2013 ໄດ້ໜູນວຽນມາບັນຈົບຄົບຮອບ ອີກວາລະໜື່ງ.

ຄະນະກົມການ, 3 ອົງການຈັດຕັ້ງມະຫາຊົນຂອງກົມແຜນທີ່ແຫ່ງຊາດໄດ້ສະເຫຼີມສະຫຼອງວັນແມ່ຍີງສາກົນ ຄົບຮອບ 130 ປີ, ຊື່ງມີເນື້ອໃນ ແລະ ຄວາມໝາຍຢ່າງຍິ່ງໃນວັນດັງກ່າວ. ທ່ານ ຫົວໜ້າກົມແຜນທີ່ແຫ່ງຊາດໄດ້ເລົ່າຄືນມູນ ເຊື້ອອັນດີງາມ ພ້ອມການຕໍ່ສູ້ອັນແຂງແກ່ນຂອງເອື້ອຍນ້ອງຍິງ. ນອກນັ້ນຍັງໄດ້ໃຫ້ຄຳໂອວາດ, ເອົາໃຈໄສ່ຊຸກຍູ້ຊ່ວຍເຫຼືອ, ເປັນຫ່ວງເປັນໄຍຕໍ່ເອື້ອຍນ້ອງແມ່ຍິງກົມແຜນທີ່ແຫ່ງຊາດຢ່າງຈິງໃຈ. ເອື້ອຍນ້ອງແມ່ຍີງໄດ້ຮັບຄຳໂອວາດຈາກທ່ານຫົວໜ້າກົມ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ສຳມະຊີກແມ່ຍີງທັງໝົດ ພາຍໃນກົມ, ຊີ້ນຳນຳພາອົງການອົງການຈັດຕັ້ງແມ່ຍິງໃຫ້ເຕີບໃຫຍ່ເຂັ້ມແຂງ,​ ເພື່ອຄຽງຄູ່ໄປກັບເພດຊາຍ ແລະໃຫ້ສຳເລັດພາລະໜ້າທີ່ໄດ້ທຸກປະການ.      

Next
Previous