ເຊີນເຂົ້າຮ່ວມການປະມູນພາຍໃນເປີດກ້ວາງ (ເຄື່ອງມືອຸປະກອນການສຳຫລວດວັດແທກ ຂອງກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ)
ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນໄດ້ຮັບອະນຸມັດງົບປະມານຈາກລັດຖະບານ ໃນການຈັດຊື້ເຄື່ອງມືອຸປະກອນການສຳຫລວດວັດແທກ ມີຈຸດປະສົງ: ຂໍເຊີນບັນດາບໍລິສັດທີ່ມີທະບຽນການຄ້າຖືກຕ້ອງຕາມລະບຽບກົດຫມາຍເຂົ້າຮ່ວມປະມູນພາຍໃນເປີດກ້ວາງ ເພື່ອສະຫນອງຈັດຊື້ເຄື່ອງມືອຸປະກອນການສຳຫລວດວັດແທກໃຫ້ແກ່ ກົມແຜນທີ່ແຫ່ງຊາດ ບໍລິສັດໃດສົນໃຈ ຂໍເຊີນຕິດຕໍ່ຊື້ຊອງປະມູນ ມູນຄ່າ 800,000 ກີບ ໄດ້ທີ່ກົມແຜນທີ່ແຫ່ງຊາດ ເລີ່ມແຕ່ວັນທີ 12 ມິຖຸນາຈົນເຖິງວັນທີ 5 ກໍລະກົດ 2013 ຕາມໂມງລັດຖະການ. ຈະໄດ້ເປີດຊອງປະມູນໂດຍຊ້ອງຫນ້າຄະນະກຳມະການ ແລະ ຜູ້ຍື່ນຊອງປະມູນໃນວັນເວລາດຽວກັນ ທີ່ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ. ໃນວັນທີ 5 ກໍລະກົດ 2013 ເວລາ 9ໂມງ 30 ນາທີ. ຊອງປະມູນຈະຕ້ອງສົ່ງກ່ອນບໍ່ໃຫ້ກາຍເວລາ 9 ໂມງ 20 ນາທີ ຂອງວັນດັ່ງກ່າວ ສອບຖາມຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ພົວພັນກັບກົມແຜນທີ່ແຫ່ງຊາດຕາມທີ່ຢູ່ຂ້າງລຸ່ມນີ້: ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ, ຖະຫນົນນາໄຮ່ດຽວ, ຄຸ້ມນາໄຮ່ດຽວ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ (ຢູ່ໃນຂອບຮົ້ວຫ້ອງການລັດຖະບານ) ໂທລະສັບ: 021 214 917, 020 22242897, 020 […]