Author Archive

ກົມແຜນທີ່ແຫ່ງຊາດ (ກຜທ) ໄດ້ເຂົ້າຮ່ວມງານຕະຫຼາດນັດຫາວຽກເຮັດງານທໍາ (Job Fair) ຄັ້ງທີ 4 ທີ່ ຄະນະວິສະວະກຳສາດ

ກົມແຜນທີ່ແຫ່ງຊາດ (ກຜທ) ໄດ້ເຂົ້າຮ່ວມງານຕະຫຼາດນັດຫາວຽກເຮັດງານທໍາ (Job Fair) ຄັ້ງທີ 4 ທີ່ຈັດຂື້ນຢູ່ວິທະຍາເຂດໂສກປ່າຫຼວງ ໃນວັນທີ 29 ພຶດສະພາ2015. ງານດັ່ງກ່າວ ຈັດຂື້ນໂດຍຄະນະວິສະວິກໍາສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ວັດຖຸປະສົງຫຼັກຂອງການຈັດງານໃນຄັ້ງນີ້ແມ່ນ ເພື່ອລົດຊ່ອງຫ່ວາງແຫ່ງການຕິດຕໍ່ສື່ສານລະຫ່ວາງ ໂລກແຫ່ງວິຊາການ ແລະ ຊຸມຊົນທຸລະກິດ. ເຖີງແມ່ນວ່າງານ Job Fair ຄັ້ງນີ້ ຈະເພັ່ງເປົ້າໝາຍໃສ່ນັກສຶກສາທີ່ຈະຮຽນຈົມໃນສົກຮຽນນີ້ກໍຕາມ, ແຕ່ບັນດານັກຮຽນນັກສຶກສາຈາກໂຮງຮຽນວິຊາຊີບ ແລະ ໂຮງຮຽນມັດທະຍົມປາຍ ກໍ່ຖືກເຊີນໃຫ້ເຂົ້າຮ່ວມ ເຊັ່ນກັນ. ງານນີ້ໄດ້ໃຫ້ໂອກາດແກ່ຜູ້ເຂົ້າຮ່ວມ ໃນການສ້າງແຜນອາຊີບຢ່າງຈະແຈ້ງ ລວມທັງການຄົ້ນຄ້ວາຫາໂອກາດທາງດ້ານການສຶກສາ ແລະ ການຝຶກອົບຮົມຕ່າງໆ ພ້ອມການລົງຝຶກງານທີ່ພວກເຂົາຕ້ອງການ. ໃນປະຈຸບັນ, ມີນັກສຶກສາປະມານ 5,000 ຄົນ ໄດ້ລົງທະບຽນໃນ 10 ຂະແໜງທີ່ແຕກຕ່າງກັນ ພາຍໃນຄະນະວິສະວະກໍາສາດ. ໃນງານດັ່ງກ່າວ, […]

ກອງປະຊຸມສໍາມະນາຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ປຶກສາຫາລືກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ

ກອງປະຊຸມດັ່ງກ່າວ ໄດ່ຈັດຂື້ນທີ່ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ ສາມວັນ, ແຕ່ວັນທີ 3 – 5 ມິຖຸນາ 2015 ໂດຍມີສະມາຊິກຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດເຂົ້າຮ່ວມ ຄົ້ນຄ້ວາປຶກສາຫາລືກ່ຽວກັບຄວາມເຂົ້າໃຈ ແລະ ຄວາມສໍາຄັນຂອງການຜະລິດຂໍ້ມູນພູມສາດທີ່ໄດ້ມາດຕະຖານ ແລະ ມາດຕະຖານທາງດ້ານເຕັກນິກ ແລະ ນະໂຍບາຍສໍາລັບການແລກປ່ຽນຂໍ້ມູນຂ່າວສານພູມສາດ. ວັດຖຸປະສົຫຼັກຂອງກອງປະຊຸມແມ່ນເພື່ອສ້າງຄວາມເປັນເອກະພາບກ່ຽວກັບນະໂຍບາຍ ແລະ ລະບຽບການຂອງການແລກປ່ຽນຂໍ້ມູນ. ການຮ່ວມມື ແລະ ປະສານງານຂອງບັນດາກະຊວງທີ່ກ່ຽວຂ້ອງ ສໍາລັບວຽກງານດ້ານຂໍ້ມູນຂ່າວສານພູມສາດ ແມ່ນມີຄວາມຈໍາເປັນ, ເນື່ອງຈາກວ່າ ຍັງບໍ່ທັນມີຂໍ້ກໍານົດທົ່ວໄປກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ ຫຼື ຍັງບໍ່ທັນມີໜ່ວຍງານພາກລັດທີ່ຕັດສິນກ່ຽວກັບມາດຕະຖານ ແລະ ການປະຕິບັດການດ້ານການສ້າງ, ສະໜອງ ແລະ ແລກປ່ຽນຂໍ້ມູນພູມສາດ. ຫຼາຍໜ່ວຍງານມີມາດຕະຖານ ແລະ ວິທີການປະຕິບັດຂອງຕົນເອງ ເຊິ່ງບໍ່ຄ່ອຍຈະເຊື່ອມໂຍງກັນ. ຄະນະກໍາມະການພູມສາດແຫ່ງຊາດ ສະໜັບສະໜູນໃຫ້ມີມາດຕະຖານທີ່ເປັນເອກະພາບ ແລະ ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານພູມສາດລະ   ຫ່ວາງບັນດາອົງການຈັດຕັ້ງລັດ ເພື່ອຫຼີກລ້ຽງການເຮັດວຽກຊໍ້າກັນ. ທ່ານ ບົວສົດ ສຸວັນນະກຸມມານ, ຫົວໜ້າກົມແຜນທີ່ແຫ່ງຊາດ ທັງເປັນປະທານຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ກ່າວວ່າ ການມີລະບົບທີ່ເປັນມາດຖະຕານສໍາລັບການນໍາໃຊ້ ແລະ ແລກປ່ຽນຂໍ້ມູນພູມສາດ […]

Next
Previous