ການວັດແທກ GPS ເຊື່ອມໂຍງສາກົນ Asia-Facific ປະຈຳປີ 2021

By daosamlong on September 15, 2021

ການວັດແທກ ເພື່ອເຊື່ອມໂຍງກັບພາກພື້ນອາຊີປາຊີຟິກ ແມ່ນໂຄງການໜຶ່ງທີ່ນອນຄວາມຮັບຜິດຊອບຂອງອົງການຄຸ້ມຄອງຂໍ້ມູນຂ່າວສານພູມສາດສາກົນ (ຄະນະກໍາມະການ ພາກພື້ນອາຊີປາຊີຟິກ) ເຊິ່ງມີປະເທດສະມາຊິກທັງໝົດ 56 ປະເທດລວມທັງ ສປປລາວ.  ການວັດແທກເຊື່ອມໂຍງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2016 ແລະ ໄດ້ຈັດຂຶ້ນໃນເດືອນກັນຍາຂອງທຸກໆປີ, ສໍາລັບປີ 2021 ນີ້  ແມ່ນຈະໄດ້ຈັດຕັ້ງປະຕິບັດເລີ່ມແຕ່ ເວລາ 00:00:00 UTC ກົງກັບເວລາ 07:00:00 ໂມງ ຂອງວັນທີ 12 ກັນຍາ 2021 ຫາ 07:00:00 ໂມງ ຂອງວັນທີ 19 ກັນຍາ 2021 ລວມໄລຍະເວລາໃນການວັດແທກ 7 ວັນ 7 ຄືນ. ກົມແຜນທີ່ແຫ່ງຊາດຈະໄດ້ເຂົ້າຮ່ວມວັດແທກໃນສາມຈຸດຄື: ຈຸດ ເມືອງ ໂຂງ ແຂວງຈໍາປາສັກ, ຈຸດເຄົ້າພິກັດແຫ່ງຊາດໜອງແຕ່ງ ແລະ ຈຸດ ເມືອງພູຄູນ ແຂວງຫຼວງພະບາງ.

ນອກນັ້ນ, ຍັງມີພາກສ່ວນ ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກົມຄຸ້ມຄອງທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມການວັດ ເພື່ອເປັນການປັບປຸງຂໍ້ມູນ ໂດຍສະເພາະແມ່ນຂໍ້ມູນເຄົ້າພິກັດຈຸດຕາໜ່າງຄວບຄຸມ ຈີພີເອັສ (GPS) ຮ່ວມລະຫວ່າງ ລາວ-ໄທ ທາງບົກ ແລະ ທາງນໍ້າ, ຈຸດຄວບຄຸມຈີພີເອັສ (GPS) ເພື່ອໃຊ້ວຽກງານທີ່ດິນ ໃຫ້ມີຄວາມຊັດເຈນສູງ, ມີມາດຕະຖານທຽບເທົ່າພາກພື້ນ ແລະ ສາກົນ.

Comments are closed.