ກອງປະຊຸມວຽກງານເຂດແດນເຊື່ອມຕໍ່

By daosamlong on September 2, 2021

ກອງປະຊຸມວຽກງານແກ້ໄຂບັນຫາເຂດແດນເຊື່ອມຕໍ່ ໄດ້ຈັດຂື້ນໃນວັນທີ 19 ສິງຫາ 2021 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ.  ໂດຍການເປັນປະທ່ານ ຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖມົນຕີກະຊວງພາຍໃນ,  ໃນກອງປະຊຸມ ມີທ່ານຫົວໜ້າກົມແຜນທີ່ແຫ່ງຊາດ, ທາ່ນຮອງຫົວໜ້າກົມການປົກຄອງທອງຖິ່ນ, ມີຄະນະພະແນກ ແລະ ວິຊາການຈາກສອງພາກສ່ວນເຂົ້າຮ່ວມ ລວມທັງໝົດ 13 ທ່ານ. ກອງປະຊຸມ ໄດ້ມີການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ແຜນການວຽກງານຈຸດສຸມໃນຕໍ່ໜ້າ 

ສະພາບລວມ

ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍໃນ ປີ 1975 ເປັນຕົ້ນມາ ພັກ ແລະ ລັດຖະບານ ກໍ່ໄດ້ເອົາໃຈໃສ່ເຂົ້າໃນການປັບປຸງ ແລະ ຈັດແບ່ງເຂດການປົກຄອງລະຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ (ເຂດແດນເຊື່ອມຕໍ່) ໃຫ້ແທດເໝາະກັບສະພາບຈຸດພິເສດ ກໍ່ຄືຄວາມສາມາດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເອື້ຍອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ. ປັດຈຸບັນໃນທົ່ວປະເທດມີທັງໝົດ 17 ແຂວງ, 1 ນະຄອນຫຼວງ ເຊຶ່ງເຮັດໃຫ້ແຕ່ລະທ້ອງຖິ່ນມີເຂດແດນເຊື່ອມຕໍ່ຮ່ວມກັນ ທັງໝົດ 30 ເສັ້ນເຂດແດນ ດັ່ງນີ້:

  1. ນະຄອນຫຼວງວຽງຈັນ ກັບ ແຂວງວຽງຈັນ;
  2. ນະຄອນຫຼວງວຽງຈັນ ກັບ ແຂວງບໍລິຄໍາໄຊ;
  3. ແຂວງຜົ້ງສາລີ ກັບ ແຂວງອຸດົມໄຊ;
  4. ແຂວງຜົ້ງສາລີ ກັບ ແຂວງຫຼວງພະບາງ;
  5. ແຂວງຫຼວງນໍ້າທາ ກັບ ແຂວງອຸດົມໄຊ;
  6. ແຂວງຫຼວງນໍ້າທາ ກັບ ແຂວງບໍ່ແກ້ວ;
  7. ແຂວງອຸດົມໄຊ ກັບ ແຂວງບໍ່ແກ້ວ;
  8. ແຂວງອຸດົມໄຊ ກັບແຂວງຫຼວພະບາງ;
  9. ແຂວງອຸດົມໄຊ ກັບ ແຂວງໄຊຍະບູລີ;
  10. ແຂວງບໍ່ແກ້ວ ກັບ ແຂວງໄຊຍະບູລີ;
  11. ແຂວງຫົວພັນ ກັບ ແຂວງຫຼວງພະບາງ;
  12. ແຂວງຫຼວງພະບາງ ກັບ ແຂວງຊຽງຂວາງ;
  13. ແຂວງຫຼວງພະບາງ ກັບ ແຂວງໄຊຍະບູລີ;
  14. ແຂວງຫຼວງພະບາງ ກັບ ແຂວງໄຊສົມບູນ;
  15. ແຂວງຫຼວງພະບາງ ກັບ ແຂວງວຽງຈັນ;
  16. ແຂວງຫົວພັນ ກັບ ແຂວງຊຽງຂວາງ;
  17. ແຂວງຊຽງຂວາງ ກັບ ແຂວງບໍລິຄໍາໄຊ,
  18. ແຂວງຊຽງຂວາງ ກັບ ແຂວງໄຊສົມບູນ;
  19. ແຂວງວຽງຈັນ ກັບ ແຂວງໄຊຍະບູລີ,
  20. ແຂວງວຽງຈັນ ກັບ ແຂວງໄຊສົມບູນ,
  21. ແຂວງວຽງຈັນ ກັບ ແຂວງບໍລິຄໍາໄຊ,
  22. ແຂວງບໍລິຄໍາໄຊ ກັບ ແຂວງໄຊສົມບູນ,
  23. ແຂວງບໍລິຄໍາໄຊ ກັບ ແຂວງຄໍາມ່ວນ,
  24. ແຂວງຄໍາມ່ວນ ກັບ ແຂວງສະຫວັນນະເຂດ
  25. ແຂວງສະຫວັນນະເຂດ ກັບ ແຂວງສາລະວັນ,
  26. ແຂວງສາລະວັນ ກັບ ແຂວງເຊກອງ,
  27. ແຂວງສາລະວັນ ກັບ ແຂວງຈໍາປາສັກ,
  28. ແຂວງເຊກອງ ກັບ ແຂວງຈໍາປາສັກ,
  29. ແຂວງເຊກອງ ກັບ ແຂວງອັດຕະປື,
  30. ແຂວງຈໍາປາສັກ ກັບ ແຂວງອັດຕະປື.

ໃນປີ 1998 ເພື່ອເປັນການເສີມຂະຫຍາຍສິດເປັນເຈົ້າຂອງແຕ່ລະທ້ອງຖິ່ນ ໃນການປົກປັກຮັກສາເຂດແດນເຊື່ອມຕໍ່ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງແທ້ຈິງ, ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄໍາສັ່ງ      ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກຢູ່ເຂດເຊື່ອມຕໍ່ລະຫວ່າງ ແຂວງ ກັບ ແຂວງ ສະບັບເລກທີ 27/ນຍ, ລົງວັນທີ 18 ທັນວາ 1998; ບົນພື້ນຖານນິຕິກໍາດັ່ງກ່າວ, ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ໄດ້ສໍາເລັດບົດບັນທຶກເຂດແດນເຊື່ອມ ລະຫວ່າງກັນ ແລະ ກັນ ໃນປີ 1999 ບົດບັນທຶກເຂດແດນເຊື່ອມຕໍ່ ປີ 1999, ຕໍ່ມາໃນ ປີ 2005 ຍ້ອນມີຄວາມຮຽກຮ້ອງຕ້ອງການໃໝ່ເກີດຂຶ້ນ (ໄດ້ມີການມອບພື້ນທີ່ການປົກຄອງ ສ່ວນໃດສ່ວນໜຶ່ງຂອງ ແຂວງຈໍາປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື ໃຫ້ແຂວງເຊກອງ ເພື່ອໃຫ້ຄົບເງື່ອນໄຂການສ້າງຕັ້ງແຂວງ ຕາມທີ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບ ປີ 2003 ໄດ້ກໍານົດໄວ້) ຈຶ່ງເຮັດໃຫ້ 4 ແຂວງພາກໃຕ້ ຄື: ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ໄດ້ພ້ອມກັນປັບປຸງບົດບັນທຶກເຂດແດນເຊື່ອມຕໍ່ຄືນໃໝ່, ພ້ອມນັ້ນ ກໍ່ໄດ້ມີຄໍາສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂເຂດແດນເຊື່ອມຕໍ່ 04 ແຂວງພາກໃຕ້ ສະບັບເລກທີ 16/ນຍ, ລົງວັນທີ 30 ພຶດສະພາ 2007 ເປັນບ່ອນອີງໃນການຈັດຕັ້ງປະຕິບັດຕື່ມອີກ.

ມາຮອດປີ 2015, ຍ້ອນສະພາບເສດຖະກິດ-ສັງຄົມ ຂອງປະເທດມີການຂະຫຍາຍຕົວສູງຂຶ້ນ ຈຶ່ງເຮັດໃຫ້ ການຄຸ້ມຄອງ ແລະ ປົກປັກຮັກສາເຂດແດນເຊື່ອມຕໍ່ ຂອງແຕ່ລະທ້ອງຖິ່ນມີບາງບັນຫາຫຍຸ້ງຍາກເກີດຂຶ້ນ; ສະນັ້ນ, ເພື່ອເປັນບ່ອນອີງ ໃນການຄຸ້ມຄອງບໍລິຫານ ແລະ ແກ້ໄຂເຂດແດນເຊື່ອມຕໍ່ ໃຫ້ແກ່ນະຄອນຫຼວງ, ບັນດາແຂວງ ແລະ ທັງເປັນການເສີມຂະຫຍາຍສິດເປັນເຈົ້າຂອງແຕ່ລະທ້ອງຖິ່ນ ໃນການຄຸ້ມຄອງ, ປົກປັກຮັກສາເຂດແດນເຊື່ອມຕໍ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ, ນາຍົກຈຶ່ງໄດ້ ອອກຄໍາສັ່ງ ວ່າດ້ວຍການຄຸ້ມຄອງ ແລະ ແກ້ໄຂວຽກງານເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ ທົ່ວປະເທດ ສະບັບເລກທີ 56/ນຍ, ລົງວັນທີ 27 ຕຸລາ 2015, ພ້ອມນັ້ນ ກະຊວງພາຍໃນ ກໍໄດ້ອອກຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດ ຄໍາສັ່ງດັ່ງກ່າວ ສະບັບເລກທີ 01/ພນ, ລົງວັນທີ 11 ກຸມພາ 2016. ໂດຍປະຕິບັດຕາມ ຄໍາສັ່ງ ສະບັບເລກທີ 56/ນຍ, ນະຄອນຫຼວງ, ບັນດາແຂວງ ໄດ້ກວດກາຄືນເຂດແດນເຊື່ອມຕໍ່ຂອງຕົນກັບບັນແຂວງອ້ອມຂ້າງ ຊຶ່ງຫຼາຍແຂວງແມ່ນຍັງຄົງຍຶດຖືເອົາຕາມເສັ້ນເຂດແດນເຊື່ອມຕໍ່ ປີ 1999, ສໍາລັບແຂວງ ທີ່ເຂດແດນເຊື່ອມຕໍ່ ປີ 1999 ຍັງບໍ່ທັນມີຄວາມຈະແຈ້ງ ກໍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແກ້ໄຂ ບົນພື້ນຖານຄວາມເປັນເອກະພາບຂອງທັງສອງຝ່າຍ ແລະ ໄດ້ມີບົດບັນທຶກເຂດແດນເຊື່ອມຕໍ່ຮ່ວມກັນສະບັບໃໝ່ ເຊັ່ນ: ແຂວງຊຽງຂວາງ ກັບ ແຂວງຫົວພັນ ແມ່ນປະຕິບັດຕາມບົດບັນທຶກເຂດແດນເຊື່ອມຕໍ່    ປີ 2019, ແຂວງຄໍາມ່ວນ ກັບ ແຂວງບໍລິຄໍາໄຊ, ແຂວງຊຽງຂວາງ ກັບ ແຂວງບໍ່ລິຄໍາໄຊ ແມ່ນປະຕິບັດຕາມບົດບັນທຶກ ປີ 2020 ແລະ ມີແຂວງອື່ນໆຕື່ອີກ. ເຖິງແມ່ນວ່າ ບັນດາບົດບັນທຶກທີ່ນະຄອນຫຼວງ, ບັນດາແຂວງ ໄດ້ຕົກລົງຮ່ວມກັນນັ້ນ ຍັງບໍ່ໄດ້ຖືກນໍາສະເໜີ ຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາແລ້ວກໍ່ຕາມ ແຕ່ມັນກໍ່ໄດ້ຖືກຮັບຮູ້ ແລະ ນໍາໃຊ້ເປັນບ່ອນອີງອັນສໍາຄັນ ໃນການດໍາເນີນການຄຸ້ມຄອງບໍລິຫານລັດ ດ້ານຕ່າງໆ ຂອງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ເປັນຢ່າງດີ.

Comments are closed.