Author Archive

ກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການ SNGS ຄັ້ງທີ VII

ກອງປະຊຸມ​ຂອງ​ຄະນະ​ຮັບຜິດຊອບຊີ້ນຳ​ໂຄງການ​ໄດ້​ໄຂ​ຂື້ນ​ໃນ​ເວລາ 08:45 ​ໂມງ ຂອງ​ວັນ​ທີ 8 ​ເມສາ 2014 ທີ່​ຫ້ອງ​ປະຊຸມ​ກົມ​ແຜນ​ທີ່​ແຫ່ງ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ທອງ​ຈັນ ມະນີ​ໄຊ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ, ມີ​ຜູ້​ເຂົ້າຮ່ວມ​ທັງ​ຫມົດ​ຈຳນວນ 17 ທ່ານ ມາ​ຈາກ 10 ພາກສ່ວນ ​ໃນ​ການ​ກ່າວ​ເປີດ​ກອງ​ປະຊຸມທ່ານ​ປະທານ​ກອງ​ປະຊຸມໄດ້​ເນັ້ນຫນັກ​ເຖິງ ຄວາມ​ສຳຄັນ​ຂອງ​ຂໍ້​ມູນ​ຂ່າວສານ​ພູມ​ສາດຕໍ່ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​ຊາດ ທ່ານ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ສະຖານທູດ​ແຟງ​ລັງກໍ່ຄື​ທີ​ມຊ່ຽວຊານ​ທີ່​ ປຶກສາ ທີ່​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ຍູ້​ດັນ​ຊ່ວຍ​ໃຫ້​ວຽກງານ​ຕ່າງໆຂອງ​ໂຄງການ​ສຳ​ ເລັດ​ລຸ​ລ່ວງ​ໄປ​ໄດ້​ດ້ວຍ​ດີ, ນອກ​ນັ້ນທ່ານ​ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ທ່ານ ອັນ​ຕິ ອິນ​ກີ​ເນັນ ​ໃຫ້​ຊ່ວຍ​ສຸມ​ທຸກ​ກຳລັງ​ເພື່ອ​ຍາດ​ແຍ່ງ​ເອົາ​ທຶນ​ຊ່ວຍ​ເຫລືອ​ໃນ​ການບິນ​ ຖ່າຍຮູບ​ທາງ​ອາກາດ​ພາກ​ເຫນືອ​ຂອງ ສປປ ລາວ. ຫລັງ​ຈາ​ການ​ກ່າວ​ເປີດ​ກອງ ​ປະຊຸມ​ຢ່າງ​ເປັນ​ທາງ​ການ, ທ່ານ ອັນ​ຕິ ອິນ​ກິ​ເນັນ ທີ່​ປຶກສາ​ທາງ​ດ້ານ​ການ​ພັດທະນາ ​ແລະ ຮ່ວມ​ມື​ສະຖານທູດ​ແຟງ​ລັງປະຈຳ ສປປ ລາວ ທີ່​ມີ​ສະຖານທູດ​ຕັ້ງຢູ່ ບາງກອກ ປະ​ເທດ​ໄທ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ກະຊວງ​ພາຍ​ໃນ​ກໍ່ຄື​ກົມ​ແຜນ​ທີ່​ແຫ່ງ​ຊາດ ທີ່​ໄດ້​ຊ່ວຍ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ມາ​ຢ້ຽມຢາມ ສປປ ລາວ ກໍ່ຄື​ກະຊວງ​ພາຍ​ໃນ​ຂອງ​ທ່ານ​ຮອງ​ຫົວຫນ້າພະ​ແນ​ກຈາກ​ກະຊວງ​ການ​ຕ່າງປະ​ເທດ​ ຂອງ​ແຟງ​ລັງ; ທ່ານ​ໄດ້​ກ່າວ​ວ່າ: ການ​ຢ້ຽມຢາມ​ໃນ​ຄັ້ງນີ້​ແມ່ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ເປັນ​ຢ່າງ​ຍິ່ງ​ ຕໍ່ຄະນະ​ດັ່ງກ່າວ, […]

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ

ບົດຂ່າວມອບ​ຮັບ​ໃບ​ຢັ້ງຢືນ

Next