Author Archive

ຈັດຕັ້ງການຝຶກອົບຮົມ ໃຫ້ພະນັກງານຂະແໜງແຜນທີ່ໃນທົ່ວປະເທດ

ໃນລະຫວ່າງວັນທີ 21-25 ມັງກອນ 2015 ຜ່ານມານີ້, ກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ໄດ້ຈັດຕັ້ງການຝຶກອົບຮົມໃຫ້ແກ່ພະນັກງານຂະແຫນງແຜນທີ່ໃນທົ່ວປະເທດຂຶ້ນ. ໃຫ້ກຽດເປັນປະທານສຳລັບກອງປະຊຸມສຳມະນາຄັ້ງນີ້ ມີທ່ານ ບົວສົດ ສຸວັນນະກຸມມານ ຫົວຫນ້າກົມແຜນທີ່ແຫ່ງຊາດ, ບັນດາຫົວຫນ້າພະແນກ, ຮອງພະແນກ ເຊິ່ງໄດ້ຜັດປ່ຽນກັນຂື້ນສະເໜີບົດ ແລະ ໄດ້ລົງຝຶກຫັດຕົວຈິງກ່ຽວກັບບັນດາຫນ້າວຽກຕ່າງໆ ເຊັ່ນ: ການອ່ານແຜນທີ່, ການຝຶກການນຳໃຊ້ GPS, ການຝຶກໃນການນຳໃຊ້ GIS, ຄວາມຮູ້ກ່ຽວກັບວຽກງານຖ່າຍພາບທາງອາກາດ ແລະ ອີກຫລາຍຫົວຂໍ້ທີ່ພົວພັນເຖິງວຽກງານ ສຳຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່.

ພິທີອວຍພອນຊ່ຽວຊານທີ່ປຶກສາເນື່ອງໃນໂອກາດ ວັນປີໃຫມ່ສາກົນ 2014

ວັນທີ 14 ມັງກອນ 2014 ຜ່ານມານີ້, ກົມແຜນທີ່ແຫ່ງຊາດ ພ້ອມດ້ວຍສູນສຳຫລວດ ແລະ ວັດແທກແຜນທີ່ ທີ່ຂື້ນກັບກະຊວງພາຍໃນ ໄດ້ຈັດພິທີອວຍພອນ, ມອບກະຕ່າອວຍພອນໃຫ້ແກ່ ຊ່ຽວຊານທີ່ປຶກສາ ປະຈຳໂຄງການ ສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ ຢູ່ ສປປ ລາວ ຂື້ນ. ພິທີດັ່ງກ່າວມີ ທ່ານ ບົວສົດ ສຸວັນນະກຸມມານ ຫົວຫນ້າ ກົມແຜນທີ່ແຫ່ງຊາດ ເປັນປະທານ, ມີທ່ານ Kari Suominen ແລະ ບັນດາທ່ານຊ່ຽວຊານພ້ອມດ້ວຍພະນັກງານຈາກກົມ ແລະ ສູນເຂົ້າຮ່ວມຢ່າງພ້ອມພຽງ

Previous