ຝຶກອົບຮົມສຳມະນາເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ
ການຈັດຕັ້ງການຝຶກອົບຮົມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ.ຈັດ ຢູ່ຫ້ອງປະຊຸມຂອງຫ້ອງຮັບແຂກຫຼັກສີ່ ເມືອງປາກເຊ ແຂວງ ຈໍາປາສັກ ລະຫ່ວາງວັນທີ 15-18 ຕຸລາ 2012. ໂດຍເປັນປະທ່ານ ຮ່ວມຂອງ ທ່ານ ນ . ສີໄຄ ສໍສີລິບຸນມາ ຮອງຫົວໜ້າກົມແຜນທີ່ ແຫ່ງຊາດ ທັງເປັນປະທານການຈັດຕັ້ງຝຶກອົບຮົມ ແລະ ທ່ານ ສະຖຽນ ສາຍໂສພາ ຫົວໜ້າພະແນກພາຍໃນຂອງ ແຂວງຈຳປາສັກ ເຊີ່ງຜູ້ເຂົ້າຮ່ວມ ລວມມີ ພາກລັດຖະບານ 14 ພາກສ່ວນລວມມີ 33 ທ່ານ ຄື : ພະແນກກະສິກຳປະຈຳແຂວງຈຳປາສັກ ຂະແໜງທີ່ດິນ ພະແນກ ພາຍໃນຂອງແຂວງຈຳປາສັກ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ຂະແໜງນໍ້າປະປາ ພະແນກ ສາທາລະນະສຸກ […]
ຕ້ອນຮັບແຂກຈາກ ຕົວແທນ ທີ່ມາຈາກສະຖາບັນສຳຫຼວດວັດແທກ, ປະເທດມາເລເຊຍ
ການພົບປະ, ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກົມແຜນທີ່ແຫ່ງຊາດຂອງຄະນະຜູ້ແທນກົມສຳຫຼວດວັດແທກ ແລະ ສ້າງແຜນທີ່ຈາກຣາຊະອານາຈັກ ມາເລເຊຍ ຄັ້ງວັນທີ 01 ມີນາ 2013 ເວລາ 09:30 ນາທີ. ——##——– ຄະນະຜູ້ແທນຂອງທາງຝ່າຍມາເລເຊຍ ນຳພາໂດຍທ່ານ Hasan Jamil, ຮອງຫົວໜ້າກົມສຳຫຼວດວັດແທກ ແລະ ແຜນທີ່. ຄະນະຜູ້ແທນ ປະກອບມີທັງໝົດ 19 ທ່ານ ເຊິ່ງເປັນຕົວແທນຈາກຂະແໜງຈີໂອເມຕິກ ແລະ ວັດແທກທີ່ດິນ (GLS), ສະຖາບັນສຳຫຼວດວັດແທກ (RISM), ແລະ ສະມາຄົມນັກສຳຫຼວດວັດແທກ (PEJUTA). ຕົວແທນທີ່ມາຈາກສະຖາບັນສຳຫຼວດວັດແທກ ແມ່ນມາຈາກອົງການຈັດຕັ້ງຂອງລັດ, ມະຫາວິທະຍາໄລ, ແລະ ນັກສຳຫຼວດວັດແທກ. ການຢ້ຽມຢາມ ສປປລາວ ຂອງຄະນະຜູ້ແທນປະເທດ ມາເລເຊຍໃນຄັ້ງນີ້ ແມ່ນກິດຈະກຳໜຶ່ງທີ່ໄດ້ມີການວາງແຜນໃນແຕ່ລະປີໃນການຢ້ຽມຢາມບັນດາເພື່ອນຮ່ວມອາຊີບໂດຍສະເພາະບັນດາປະ ເທດໃນຂົງເຂດອາຊີ ກໍ່ຄືສະມາຊິກ ອາຊຽນດ້ວຍກັນ. ເປົ້າໝາຍຕົ້ນຕໍຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮຽນຮູ້ຊຶ່ງກັນ ແລະ ກັນ, ເສີມສ້າງຄວາມຮ່ວມມືໃຫ້ຮັດແໜ້ນຂື້ນ ແລະ ແລກປ່ຽນບົດຮຽນທີ່ກ່ຽວຂ້ອງກັບວິຊາສະເພາະໃຫ້ຂະຫຍາຍຂື້ນຕື່ມ ເຊິ່ງຫັວງວ່າ ການພົບປະໃນຄັ້ງນີ້ຈະ ສາມາດ […]