ກົມແຜນທີ່ແຫ່ງຊາດເປີດຂະບວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ”

By admin on August 15, 2023

ຕອນເຊົ້າ ຂອງວັນທີ 09 ສິງຫາ 2023 ກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ໄດ້ຈັດກອງປະຊຸມເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານ ໂດຍ ທ່ານ ປະລິນຍາເອກ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພາຍໃນ, ທ່ານ ຜູ້ຕາງໜ້າຈາກຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຂ່ງຂັນ ແລະ ຍ້ອງຍໍ, ສູນສໍາຫຼວດວັດແທກ ແລະ ແຜນທີ່, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ກົມແຜນທີ່ແຫ່ງຊາດເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ທ່ານ ປອ ນາງ ອໍາມາລາ ແກ້ວໜູຈັນ ຫົວໜ້າກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂະບວນການແຂ່ງຂັນ ແລະ ຍ້ອງຍໍ ຮອດປີ “ຮັກຊາດ ແລະ ພັດທະນາ” 2025 ຂອງກົມແຜນທີ່ແຫ່ງຊາດ ສະບັບເລກທີ ……/ຄຊຂຍ; ລົງວັນທີ ….. ສິງຫາ 2023; ສ້າງແຜນຂະບວນການ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຮອດປີ 2025 ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເນື້ອໃນຂໍ້ແຂ່ງຂັນ ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຮອດປີ 2025. ຈາກນັ້ນ ທ່ານ ສີສົມບັດ ຈັນທະພິມ ຮອງຫົວໜ້າກົມແຜນທີ່ແຫ່ງຊາດ ຂຶ້ນຜ່ານແຜນສ້າງຂະບວນການ “ຮັກຊາດ ແລະ ພັດທະນາ” ປີ 2023 ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເນື້ອໃນການແຂ່ງຂັນ ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2023 ຂອງກົມແຜນທີ່ແຫ່ງຊາດ ສະບັບເລກທີ ……/ຄຊຂຍ.ພນ, ລົງວັນທີ …..ສິງຫາ 2023. ໂດຍຍົກໃຫ້ເຫັນບັນດາຂໍ້ແຂ່ງຂັນຂອງບັນດາພະແນກການທີ່ສັງກັດກົມແຜນທີ່ແຫ່ງຊາດ ກໍ່ຄືພະນັກງານ-ລັດຖະກອນພາຍໃນກົມ ໃນການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນ:
1) ນໍາພາສຶກສາ, ຄົ້ນຄວ້າແນວທາງນະໂຍບາຍຂອງພັກ, ກົດໝາຍ, ບັນດານິຕິກຳ, ລະບຽບການ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເພື່ອກຳແໜ້ນ ແລະ ຮູ້ໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຢ່າງຖືກຕ້ອງໃຫ້ທັນກັບສະພາບປະຈຸບັນ.
2) ເຮັດໜ້າທີ່ເປັນເສນາທິການຊ່ວຍກະຊວງພາຍໃນ ແລະ ກົມ, ຮັບປະກັນວຽກງານພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ;
3) ເອົາໃຈໃສ່ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານບໍລິຫານວິຊາການ ສະໜອງຂໍ້ມູນດ້ານການສຳຫຼວດວັດແທກ, ພາບຖ່າຍທາງອາກາດ ແລະ ແຜນທີ່ ໃຫ້ແກ່ສັງຄົມ, ສູ້ຊົນສ້າງລາຍຮັບ ເພື່ອມອບພັນທະເຂົ້າງົບປະມານຂອງລັດໃຫ້ໄດ້ຕາມແຜນການແຕ່ລະສົກປີ;
4) ສືບຕໍ່ປັບປຸງລະບອບແບບແຜນວິທີເຮັດວຽກພາຍໃນກົມ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ກວດກາ, ບໍລິຫານບັນຊາວຽກງານຮອບດ້ານຂອງກົມ ໃຫ້ເຂົ້າສູ່ລະບຽບວິໃນ, ມີວິທະຍາສາດ, ມີຄວາມຮັບຜິດ ຊອບ ແລະ ປະສິດຜົນຂອງວຽກງານ.
5) ສືບຕໍ່ຍາດແຍ່ງເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ເພື່ອຍົກລະດັບວິຊາການສ້າງແຜນທີ່, ຂໍ້ມູນສໍາຫຼວດວັດແທກ ແລະ ຍົກລະດັບເຄື່ອງມືອຸປະກອນໃຫ້ທັນສະໃໝ່ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ;
6) ສືບຕໍ່ປະຕິບັດວິໃສທັດ 2030 ແລະ ແຜນຍຸດທະສາດໄລຍະ 10 ປີ (2016-2025) ປັບປຸງໃຫ້ສໍາເລັດການດັດແກ້ຂໍ້ມູນແຜນທີ່ມາດຕາສ່ວນ 1:50 000 ໃນຂອບເຂດທົ່ວປະເທດ ແລະ ສ້າງແຜນທີ່ອັດລັດ ສປປ ລາວ;
7) ເອົາໃຈໃສ່ປະຕິບັດບັນດາໂຄງການວຽກງານຈຸດສຸມ ສືບຕໍ່ຮ່ວມມືກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ໂຄງການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ທາງບົກ ແລະ ທາງນ້ຳ, ລາວ-ກຳປູເຈຍ ໃຫ້ສໍາເລັດຕາມແຜນການວາງອອກ, ສໍາຫຼວດບູລະນະຫຼັກໝາຍຊາຍແດນກັບປະເທດອ້ອມຂ້າງ. ຈັດຕັ້ງປະຕິບັດບັນດາໂຄງການວຽກງານທີ່ລັດຖະບານໄດ້ອະນຸມັດງົບປະມານໃຫ້ ເປັນຕົ້ນແມ່ນໂຄງການສ້າງແຜນທີ່ພູມສັນຖານມາດຕາສ່ວນໃຫຍ່, ໂຄງການເຂດເຊື່ອມຕໍ່ລະຫວ່າງແຂວງ;
8) ກວດກາ, ບູລະນະກໍ່ສ້າງ ແລະ ວັດແທກຈຸດຕາໜ່າງການສໍາຫຼວດວັດແທກພື້ນຖານແຫ່ງຊາດ ໃນຂອບເຂດທົ່ວປະເທດ;
9) ວັດແທກ GPS ທີ່ເຊື່ອມໂຍງກັບພາກພື້ນອາຊີ- ປາຊີຟິກ ເພື່ອກວດເຊັກຂໍ້ມູນເກົ່າ ສົມທຽບຄືນໃໝ່ ແນໃສ່ການດັດປັບຄວາມຜິດດ່ຽງ ຍ້ອນການເໜັງຕີງຂອງເປືອກໂລກ;
10) ສືບຕໍ່ປັບປຸງຄົ້ນຄວ້າ ແລະ ສ້າງເອກະສານນິຕິກຳຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການຄຸ້ມຄອງມະຫາພາກຕໍ່ຂົງເຂດວຽກງານສໍາຫຼວດວັດແທກ, ຖ່າຍພາບ ແລະ ສ້າງແຜນທີ່ ເພື່ອນໍາສະເໜີຂັ້ນເທິງພິຈາລະນາອະນຸມັດ ແລະ ປະກາດໃຊ້ຢ່າງເປັນທາງການ;
11) ກະກຽມເປີດກອງປະຊຸມປຶກສາຫາລືລະດັບຊາດການຂອງຄະນະກຳມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ;
12) ຝຶກອົບຮົມວຽກງານການສໍາຫຼວດວັດແທກ ແລະ ສ້າງແຜນທີ່, ການກໍານົດເຂດແດນເຊື່ອມຕໍ່ ແລະ ການນໍາໃຊ້ຊອບແວຣ໌ຕ່າງໆ ໃຫ້ແກ່ພະແນກພາຍໃນແຂວງ;
13) ກວດກາຂໍ້ມູນພາບຖ່າຍດາວທຽມ ZY3 ເພື່ອບໍລິການສັງຄົມ;
14) ຄຸ້ມຄອງ, ກວດກາ ໂຄງການບິນຖ່າຍພາບດ້ວຍໂດຼນ (UAV) ແລະ ດ້ວຍຍົນມີຄົນຂັບ ຂອງພາກລັດ ແລະ ເອກະຊົນ.

ຈາກນັ້ນ, ຄະນະກົມ ຄະນະພະແນກ ແລະ ຕາງໜ້າພະນັກງານ-ລັດຖະກອນ ຂຶ້ນຈັບມືກັນຢູ່ໜ້າເວທີ ເພື່ອເປັນການຢັ້ງຢືນ ແລະ ຮັບປະກັນໃນການເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຂອງກົມແຜນທີ່ແຫ່ງຊາດ ຢ່າງເປັນທາງການ. ໃນກອງປະຊຸມດັ່ງກ່າວ ທ່ານ ປະລິນຍາເອກ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາຄະນພັກກະຊວງ, ລັດຖະມົນຕີກະຊວງພາຍໃນ ປະທານກອງປະຊຸມໃນຄັ້ງນີ້ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວ ທ່ານ ໄດ້ກ່າວວ່າ: ກອງປະຊຸມເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ແມ່ນມີຄວາມໝາຍສໍາຄັນຫຼາຍໃນການອົງການຈັດຕັ້ງທຸກຂັ້ນ ເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ແລະ ການຈັດຕັ້ງຂອງກະຊວງພາຍໃນ ເວົ້າລວມ, ເວົ້າສະເພາະ ພະນັກງານ-ລັດຖະກອນກົມແຜນທີ່ແຫ່ງຊາດ ໃຫ້ມີຄວາມຮູ້, ຄວາມສາມາດ ໃນລະດັບທີ່ແນ່ນອນ ແລະ ເປັນຮູບປະທໍາ ເພື່ອຮັບປະກັນການປະຕິບັດວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຕາມຄໍາຂວັນຂອງກະຊວງພາຍໃນ ທີ່ວ່າ: ການບໍລິຫານລັດເຂັ້ມແຂງ, ລັດຖະກອນມີຄວາມສາມາດເປັນມືອາຊີບ, ການບໍລິການວ່ອງໄວ, ໂປ່ງໃສ, ທັນສະໄໝ, ປະຊາຊົນເພິງພໍໃຈ ເພື່ອເຮັດໃຫ້ຄໍາຂວັນດັ່ງກ່າວປາກົດຜົນເປັນຈິງ ແລະ ຮັບປະກັນໃຫ້ໄດ້ຕາມ 4 ຄາດໝາຍ ຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ສະນັ້ນ, ເພື່ອຮັບປະກັນໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ກ່າວມາຂ້າງເທິງນັ້ນ ຄະນະກົມຕ້ອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ສຶກສາອົບຮົມພະນັກງານ-ລັດຖະກອນພາຍໃນກົມໃຫ້ເລິກເຊິ່ງແທ້ໆ; ພະນັກງານ-ລັດຖະກອນທຸກທ່ານພາຍໃນກົມຕ້ອງມີຄວາມບຸກບືນ, ຫ້າວຫັນ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ມີຫົວຄິດປະດິດສ້າງ ແລະ ສິ່ງສໍາຄັນຕ້ອງເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ ແລະ ທຸກທ່ານກໍ່ຕ້ອງໄດ້ມີການແຂ່ງຂັນກັນ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ລວມທັງວຽກຂະບວນການ ໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ຊອກໃຫ້ເຫັນວຽກດີຄົນເດັ່ນແທ້ໆ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການຂອງກົມແຜນທີ່ແຫ່ງຊາດທີ່ວາງໄວ້ໃຫ້ປາກົດຜົນເປັນຈິງ.

 

Comments are closed.