Archive for the 'ຂ່າວ' Category

ຈັດຊື້ເຄື່ອງວັດແທກອຸນຫະພູມ

ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19, ຄະນະນໍາກົມແຜນທີ່ແຫ່ງຊາດ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່ ໄດ້ຕົກລົງເຫັນດີໃຫ້ຈັດຊື້ເຄື່ອງວັດແທກອຸນຫະພູມ ເພື່ອນໍາໃຊ້ພາຍໃນຕຶກ ກົມແຜນທີ່ແຫ່ງຊາດ ເປັນການສ້າງຄວາມໝັ້ນໃຈໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກົມ ແລະ ສູນ ກໍ່ຄື ບັນດາທ່ານຜູ້ມາໃຊ້ບໍລິການໃນສະຖານທີ່ແຫ່ງນີ້. ໃນນາມຕາງໜ້າພະນັກງານ-ລັດຖະກອນກົມ ແລະ ສູນ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະນໍາທັງສອງພາກສ່ວນ ທີ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ພາລະນາໄມທີ່ດີ ຂອງສະມາຊິກຂອງຕົນ.

ກອງປະຊຸມວຽກງານເຂດແດນເຊື່ອມຕໍ່

ກອງປະຊຸມວຽກງານແກ້ໄຂບັນຫາເຂດແດນເຊື່ອມຕໍ່ ໄດ້ຈັດຂື້ນໃນວັນທີ 19 ສິງຫາ 2021 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ.  ໂດຍການເປັນປະທ່ານ ຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖມົນຕີກະຊວງພາຍໃນ,  ໃນກອງປະຊຸມ ມີທ່ານຫົວໜ້າກົມແຜນທີ່ແຫ່ງຊາດ, ທາ່ນຮອງຫົວໜ້າກົມການປົກຄອງທອງຖິ່ນ, ມີຄະນະພະແນກ ແລະ ວິຊາການຈາກສອງພາກສ່ວນເຂົ້າຮ່ວມ ລວມທັງໝົດ 13 ທ່ານ. ກອງປະຊຸມ ໄດ້ມີການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ແຜນການວຽກງານຈຸດສຸມໃນຕໍ່ໜ້າ  ສະພາບລວມ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍໃນ ປີ 1975 ເປັນຕົ້ນມາ ພັກ ແລະ ລັດຖະບານ ກໍ່ໄດ້ເອົາໃຈໃສ່ເຂົ້າໃນການປັບປຸງ ແລະ ຈັດແບ່ງເຂດການປົກຄອງລະຫວ່າງ ນະຄອນຫຼວງ, ແຂວງ ກັບ ແຂວງ (ເຂດແດນເຊື່ອມຕໍ່) ໃຫ້ແທດເໝາະກັບສະພາບຈຸດພິເສດ ກໍ່ຄືຄວາມສາມາດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເອື້ຍອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ. ປັດຈຸບັນໃນທົ່ວປະເທດມີທັງໝົດ 17 ແຂວງ, 1 ນະຄອນຫຼວງ ເຊຶ່ງເຮັດໃຫ້ແຕ່ລະທ້ອງຖິ່ນມີເຂດແດນເຊື່ອມຕໍ່ຮ່ວມກັນ ທັງໝົດ “30 […]

Next