Archive for the 'ຂ່າວ' Category

ກອງປະຊຸມສໍາມະນາຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ປຶກສາຫາລືກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ

ກອງປະຊຸມດັ່ງກ່າວ ໄດ່ຈັດຂື້ນທີ່ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ ສາມວັນ, ແຕ່ວັນທີ 3 – 5 ມິຖຸນາ 2015 ໂດຍມີສະມາຊິກຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດເຂົ້າຮ່ວມ ຄົ້ນຄ້ວາປຶກສາຫາລືກ່ຽວກັບຄວາມເຂົ້າໃຈ ແລະ ຄວາມສໍາຄັນຂອງການຜະລິດຂໍ້ມູນພູມສາດທີ່ໄດ້ມາດຕະຖານ ແລະ ມາດຕະຖານທາງດ້ານເຕັກນິກ ແລະ ນະໂຍບາຍສໍາລັບການແລກປ່ຽນຂໍ້ມູນຂ່າວສານພູມສາດ. ວັດຖຸປະສົຫຼັກຂອງກອງປະຊຸມແມ່ນເພື່ອສ້າງຄວາມເປັນເອກະພາບກ່ຽວກັບນະໂຍບາຍ ແລະ ລະບຽບການຂອງການແລກປ່ຽນຂໍ້ມູນ. ການຮ່ວມມື ແລະ ປະສານງານຂອງບັນດາກະຊວງທີ່ກ່ຽວຂ້ອງ ສໍາລັບວຽກງານດ້ານຂໍ້ມູນຂ່າວສານພູມສາດ ແມ່ນມີຄວາມຈໍາເປັນ, ເນື່ອງຈາກວ່າ ຍັງບໍ່ທັນມີຂໍ້ກໍານົດທົ່ວໄປກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ ຫຼື ຍັງບໍ່ທັນມີໜ່ວຍງານພາກລັດທີ່ຕັດສິນກ່ຽວກັບມາດຕະຖານ ແລະ ການປະຕິບັດການດ້ານການສ້າງ, ສະໜອງ ແລະ ແລກປ່ຽນຂໍ້ມູນພູມສາດ. ຫຼາຍໜ່ວຍງານມີມາດຕະຖານ ແລະ ວິທີການປະຕິບັດຂອງຕົນເອງ ເຊິ່ງບໍ່ຄ່ອຍຈະເຊື່ອມໂຍງກັນ. ຄະນະກໍາມະການພູມສາດແຫ່ງຊາດ ສະໜັບສະໜູນໃຫ້ມີມາດຕະຖານທີ່ເປັນເອກະພາບ ແລະ ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານພູມສາດລະ   ຫ່ວາງບັນດາອົງການຈັດຕັ້ງລັດ ເພື່ອຫຼີກລ້ຽງການເຮັດວຽກຊໍ້າກັນ. ທ່ານ ບົວສົດ ສຸວັນນະກຸມມານ, ຫົວໜ້າກົມແຜນທີ່ແຫ່ງຊາດ ທັງເປັນປະທານຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ກ່າວວ່າ ການມີລະບົບທີ່ເປັນມາດຖະຕານສໍາລັບການນໍາໃຊ້ ແລະ ແລກປ່ຽນຂໍ້ມູນພູມສາດ […]

ກົມແຜນທີ່ແຫ່ງຊາດເຂົ້າຮ່ວມກອງປະຊູມສຳມະນາ FIG ທີ່ນະຄອນຫລວງໂຊເຟຍ ປະເທດ ບຸນກາລີ

ພະນັກງານກົມຈາກກົມແຜນທີ່ແຫ່ງຊາດໄດ້ຖຶກຄັດເລືອກໄປທັດສະນະສຶກສາກ່ຽວກັບວຽກງານສຳຫຼວດ ແລະ ແຜນທີ່ ທີ່ເມືອງຫລວງ ໂຊເຟຍ, ປະເທດບຸນກາລີ ຈັດຂື້ນໂດຍ FIG ( International Federation of Surveyors ) http://www.fig.net/fig2015/

Next
Previous