Archive for the 'ແຈ້ງການ' Category

ເວັບໄຊທ໌ໃໝ່

ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ (SNGS) ແລະ ກົມແຜນທີ່ແຫ່ງຊາດ (ກຜທ) ໂດຍການຮ່ວມມືກັບ ອິນທະຣາ (www.inthara.com) ໄດ້ເປີດໂຕການອອກແບບໃໝ່ ແລະ ເນື້ອໃນ ໃໝ່ສໍາລັບ ເວັບໄຊທ໌ນີ້. ເວັບໄຊທ໌ລະບົບ URL ໄດ້ຖືກປ່ຽນເປັນເວັບໄຊທ໌ທີ່ເປັນທີ່ຮູ້ຈັັກກັນຫຼາຍຂື້ນຄື www.ngd.la. ເຊິ່ງໄດ້ເພີ້ມອົງປະກອບຂອງການຂາຍຜະລິດຕະພັນແບບອອນລາຍ (online store) ຂອງ ກຜທ ໄວ້ໃນເວັບໄຊທ໌ນີ້ດ້ວຍ. ປະຈຸບັນນີ້, online store ກໍາລັງຢູ່ໃນຂັ້ນຕອນການທົດສອບ ແລະຍັງບໍ່ທັນມີຜະລິດຕະພັນ ສໍາລັບການສັ່ງຊື້ຜ່ານລະບົບນີ້ໄດ້ເທື່ອ. ກຜທ ແລະ Inthara ຈະສືບຕໍ່ພັດທະນາເວັບໄຊທ໌ນີ້ ໃນລະຫ່ວາງປີ 2015 ນີ້ ແລະຄາດວ່າ ລະບົບການຂາຍຜະລິດຕະພັນແບບອອນໄລນ໌ຜ່ານເວັບໄຊທ໌ນີ້ ຈະຖືກເປີດໂຕພາຍໃນປີນີ້.

ພາບຖ່າຍທາງອາກາດ ທີ່ມີຄວາມຖືກຕ້ອງ ແລະ ຊັດເຈນ ໄດ້ຄອບຄຸມພື້ນທີ່ພາກກາງແລະ ທົ່ວພາກໃຕ້ຂອງປະເທດລາວ

ພາບຖ່າຍທາງອາກາດ ທີ່ມີຄວາມຖືກຕ້ອງ ແລະ ຊັດເຈນ ໄດ້ຄອບຄຸມພື້ນທີ່ພາກກາງ ແລະ ທົ່ວພາກໃຕ້ຂອງປະເທດລາວ ລັດຖະບານແຫ່ງ ສາທລະນະລັດແຟັງລັງ ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ໃຫ້ແກ່ການຈັດຕັ້ງປະຕິບັດ ໂຄງ ການສົ່ງເສີມຄວາມເຂັ້ມແຂງໃນການບໍລິການ ຂໍ້ມູນແຜນທີ່ ຢູ່ ສປປ ລາວ (SNGS) ເຊິ່ງໄດ້ເຄື່ອນໄຫວ ຖ່າຍພາບທາງ ອາກາດ (orthophto mosaic) ລະບົບຕົວເລກ ທີ່ມີຄວາມຊັດເຈນ ແລະກວມເອົາພື້ນທີ່ 71,000 ກິໂລຕາ ແມັດ ( ຫຼື ປະມານ 1/3 ຂອງປະເທດລາວ ), ເລີ່ມຈາກ ບໍລິເວນຊາຍແດນຕິດກັບ ປະເທດກໍາປູເຈຍ ໃນພາກໃຕ້ ຂື້ນໄປ ທາງເໜືອ ເຊິ່ງກວມເອົາເຄິ່ງໜຶ່ງຂອງ ແຂວງຄໍາມ່ວນ. ການເຄື່ອນໄຫວຖ່າຍພາບທາງອາກາດ ໄດ້ເລີ່ມຕົ້ນແຕ່ເດືອນ ທັນວາ 2010 ຫາເດືອນ ກຸມພາ 2011. ພາຍຖ່າຍທາງອາກາດ (orthophto mosaic) ໄດ້ຖືກກະກຽມ ແລະ ສ້າງຂື້ນໂດຍ […]

Next
Previous