Archive for the 'ໜ້າຫຼັກ' Category

ການວັດແທກ GPS ເຊື່ອມໂຍງສາກົນ Asia-Facific ປະຈຳປີ 2021

ການວັດແທກ ເພື່ອເຊື່ອມໂຍງກັບພາກພື້ນອາຊີປາຊີຟິກ ແມ່ນໂຄງການໜຶ່ງທີ່ນອນຄວາມຮັບຜິດຊອບຂອງອົງການຄຸ້ມຄອງຂໍ້ມູນຂ່າວສານພູມສາດສາກົນ (ຄະນະກໍາມະການ ພາກພື້ນອາຊີປາຊີຟິກ) ເຊິ່ງມີປະເທດສະມາຊິກທັງໝົດ 56 ປະເທດລວມທັງ ສປປລາວ.  ການວັດແທກເຊື່ອມໂຍງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2016 ແລະ ໄດ້ຈັດຂຶ້ນໃນເດືອນກັນຍາຂອງທຸກໆປີ, ສໍາລັບປີ 2021 ນີ້  ແມ່ນຈະໄດ້ຈັດຕັ້ງປະຕິບັດເລີ່ມແຕ່ ເວລາ 00:00:00 UTC ກົງກັບເວລາ 07:00:00 ໂມງ ຂອງວັນທີ 12 ກັນຍາ 2021 ຫາ 07:00:00 ໂມງ ຂອງວັນທີ 19 ກັນຍາ 2021 ລວມໄລຍະເວລາໃນການວັດແທກ 7 ວັນ 7 ຄືນ. ກົມແຜນທີ່ແຫ່ງຊາດຈະໄດ້ເຂົ້າຮ່ວມວັດແທກໃນສາມຈຸດຄື: ຈຸດ ເມືອງ ໂຂງ ແຂວງຈໍາປາສັກ, ຈຸດເຄົ້າພິກັດແຫ່ງຊາດໜອງແຕ່ງ ແລະ ຈຸດ ເມືອງພູຄູນ ແຂວງຫຼວງພະບາງ. ນອກນັ້ນ, ຍັງມີພາກສ່ວນ ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກົມຄຸ້ມຄອງທີ່ດິນ, […]

ຈັດຊື້ເຄື່ອງວັດແທກອຸນຫະພູມ

ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19, ຄະນະນໍາກົມແຜນທີ່ແຫ່ງຊາດ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່ ໄດ້ຕົກລົງເຫັນດີໃຫ້ຈັດຊື້ເຄື່ອງວັດແທກອຸນຫະພູມ ເພື່ອນໍາໃຊ້ພາຍໃນຕຶກ ກົມແຜນທີ່ແຫ່ງຊາດ ເປັນການສ້າງຄວາມໝັ້ນໃຈໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກົມ ແລະ ສູນ ກໍ່ຄື ບັນດາທ່ານຜູ້ມາໃຊ້ບໍລິການໃນສະຖານທີ່ແຫ່ງນີ້. ໃນນາມຕາງໜ້າພະນັກງານ-ລັດຖະກອນກົມ ແລະ ສູນ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະນໍາທັງສອງພາກສ່ວນ ທີ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ພາລະນາໄມທີ່ດີ ຂອງສະມາຊິກຂອງຕົນ.

Next