Archive for the 'ສະໄລ້' Category

ຄະນະກໍາມະການ GIS

ຄະນະ​ປະສານ​ງານ​ຂໍ້​ມູນ​ຂ່າວສານພູມ​ສາດ​ແຫ່ງ​ຊາດ​ລາວ ຫນ້າ ​ທີ່​ຕົ້ນຕໍຂອງ ​ຄະນະ​ປະສານ​ງານ​ຂໍ້​ມູນ​ຂ່າວສານພູມ​ສາດ​ແຫ່ງ​ຊາດ​ລາວ​ ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ຕ່າງໆພາຍ​ໃນ​ສປປ ລາວ ທີ່​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ພູມ​ສາດເພື່ອ​ຫລີກ​ລ່ຽງການ​ເຮັດ​ວຽກຊ້ຳກັນ. ຄະນະ​ປະສານ​ງານ​ດັ່ງກ່າວ​ໄດ້​ມີ​ການ​ພົບ​ປະ​ເພື່ອ​ປຶກສາ​ຫາລື​ພຽງ​ແຕ່​ ຄັ້ງດຽວພາຍຫລັງ​ທີ່​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ໃນ​ປີ 2003. ຍ້ອນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ​ແຟງ​ລັງ (​ໂຄງການ​​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນການ​ບໍລິການ​ຂໍ້​ມູນ​ແຜນ​ທີ່ຢູ່ ສປປ ລາວ) ຄະນະດັ່ງກ່າວໄດ້ມີການເຄື່ອນໄຫວເພື່ອຮ່ວມມືກັນອີກ ເທື່ອໃຫມ່. ກອງປະຊຸມຄັ້ງປະຖົມມະເລີກຫລັງຈາກກອງປະຊຸມເມື່ອປີ 2003 ໄດ້ຈັດຂື້ນໃນເດືອນທັນວາປີ 2011. ຄະນະປະສານງານຂໍ້ມູນຂ່າວສານພູມສາດແຫ່ງຊາດ ປະກອບມີບັນດາທ່ານສະມາຊິກຈາກກະຊວງ​ອ້ອມ​ຂ້າງ​ເຊັ່ນ: ກະຊວງ ກະສິກຳ-ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ອຸດສາຫະກຳ ການຄ້າ, ກະຊວງ ສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ກະຊວງ ແຜນການ ແລະ ການລົງທຶນ. ຫນຶ່ງໃນບັນດາຫນ້າວຽກທີ່ສຳຄັນຂອງຄະນະດັ່ງກ່າວແມ່ນການຮ່ວມມືປະສານງານເພື່ອສ້າງ ພື້ນຖານໂຄງ ຮ່າງຂໍ້ມູນຂ່າວສານພູມສາດແຫ່ງຊາດ (NSDI). ພື້ນຖານໂຄງຮ່າງຂໍ້ມູນຂ່າວສານພູມສາດແຫ່ງຊາດ ກວມເອົາ​ການ​ສ້າງ​ນະ​ໂຍບາຍ​ເພື່ອ​ເອື້ອອຳນວຍ​ໃນ​ການ​ເປີດ​ກ້ວາງ​ການ​ນຳ​ໃຊ້​ ຂໍ້​ມູນ, ການ​ເລືອກ​ໃຊ້​ເທັກ​ໂນ​ໂລ​ຢີທີ່​ເຫມາະ​ສົມ​ໃນ​ການ​ແລກປ່ຽນຂໍ້​ມູນ ​ແລະ ສ້າງ​ມາດຕະຖານ​ຂໍ້​ມູນ​ແຫ່ງ​ຊາດ. […]

ກ່ຽວກັບພວກເຮົາ

  ກົມແຜນທີ່ແຫ່ງຊາດ ແມ່ນມີພາລະບົດບາດໃນການສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ແລະ ແຜນທີ່ໃນດິນແດນ ສ ປ ປ ລາວ. ພາຍໃຕ້ການຊີ້ນຳຂອງສຳນັກງານນາຍົກລັດຖະມົນຕີຊຶ່ງມີພາລະຫນ້າທີ່ໃນການຄົ້ນຄ້ວາ ແລະ ກຳນົດນະໂຍບາຍໃນການສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ແລະ ແຜນທີ່ເພື່ອສະເຫນີໃຫ້ທາງລັດຖະບານພິຈາລະນາ, ອະນຸຍາດ ແລະ ເຜີຍແພ່ອອກຢ່າງເປັນທາງການ. ກົມແຜນທີ່ແຫ່ງຊາດ ຕັ້ງຢູ່ພາຍໃນບໍລິເວນສຳນັກງານນາຍົກລັດຖະມົນຕີ (ເມືອງຈັນທະບູລີ) ນະຄອນຫຼວງວຽງຈັນ, ສ ປ ປ ລາວ. ຄິຣກ ທີ່ນີ້ ເພື່ອເບິ່ງທີ່ຕັ້ງໃນແຜນທີ່. ກົມແຜນທີ່ແຫ່ງຊາດ ທີ່ຢູ່: ບໍລິເວນສຳນັກງານນາຍົກລັດຖະມົນຕີ, ບ້ານນາໄຮ່ດຽວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສ ປ ປ ລາວ ໄປສະນີ: ຕູ໊ໄປສະນີ 2159, ນະຄອນຫຼວງວຽງຈັນ, ສ ປ ປ ລາວ ໂທລະສັບ: 856 (0) 21 214917 856 (0) 21 218470 856 (0) […]

Previous