ກອງປະຊຸມພົບປະສາມຝ່າຍ ປະຈໍາປີ 2021

By daosamlong on September 17, 2021

ກອງປະຊຸມພົບປະສາມຝ່າຍ ປະຈໍາປີ 2021 ລະຫວ່າງ ກົມແຜນທີ່ແຫ່ງຊາດ, ສູນສໍາຫຼວດວັດແທກ ແລະ ແຜນທີ່ (ກະຊວງພາຍໃນ) ແລະ ກົມແຜນທີ່ກອງທັບ (ກະຊວງປ້ອງກັນປະເທດ) ໄດ້ໄຂຂຶ້ນໃນວັນທີ 16 ກັນຍາ 2021 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ໂດຍມີບັນດາທ່ານ ຫົວໜ້າກົມ, ຮອງກົມ ແລະ ຫົວໜ້າສູນ, ຮອງສູນ ຈາກສາມພາກສ່ວນເຂົ້າຮ່ວມທັງໝົດຈໍານວນ 09 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອທົບທວນຄືນການຮ່ວມມືໃນໄລຍະ 01 ປີຜ່ານມາ ແລະ ວາງທິດທາງຮ່ວມມືກ່ຽວກັບວຽກງານສໍາຫຼວດວັດແທກ ແລະ ແຜນທີ່ສໍາລັບສົກປີ 2022. ກອງປະຊຸມໄດ້ຍົກຫຼາຍບັນຫາຂຶ້ນມາປຶກສາຫາລື ແລະ ໄດ້ຕົກລົງເຫັນດີເປັນເອກະພາບຄື:
1. ເຫັນດີປັບປຸງບົດບັນທຶກການຮ່ວມມືຄືນໃໝ່;
2. ຕົກລົງເຫັນດີເປັນເອກະພາບໃນການແລກປ່ຽນຂໍ້ມູນ ແລະ ແຜນທີ່;
3. ເຫັນດີສ້າງຕັ້ງໜ່ວຍງານສຶກສາຄົ້ນຄ້ວາເຕັກນິກວິທະຍາສາດກ່ຽວກັບວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່.

Comments are closed.