ກອງປະຊຸມ ພົບປະປະຈຳປີ 2023 ລະຫວ່າງ ກົມແຜນທີ່ກອງທັບ, ກົມໃຫ່ຍເສນາທິການ ກະຊວງປ້ອງກັນປະເທດ, ກົມແຜນທີ່ແຫ່ງຊາດ ແລະ ສູນສຳຫຼວດວັດແທກ ແລະ ແຜນທີ່ ກະຊວງພາຍໃນ

By Sengdao on May 3, 2023

 

 ໂດຍປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃນປີທີ່ຜ່ານມາ, ກອງປະຊຸມພົບປະລະຫວ່າງ ກົມແຜນທີ່ກອງທັບ, ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ; ກົມແຜນທີ່ແຫ່ງຊາດ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່ ກະຊວງ
ພາຍໃນໄດ້ໄຂຂຶ້ນໃນເວລາ 14.00 ໂມງ ຂອງວັນທີ 27 ເມສາ 2023 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ. ກົມແຜນທີ່ກອງທັບນໍາໂດຍສະຫາຍ ພົນຈັດຕະວາ ທອງຈັນ ວັນນະສີ ຫົວໜ້າກົມ; ກົມແຜນທີ່ແຫ່ງຊາດ ນໍາໂດຍສະຫາຍ ນາງ ສີໄຄ ສໍສິລິບຸນມາ ຫົວໜ້າກົມ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່ ນໍາໂດຍສະຫາຍ ສາຍຄໍາ ສີຫາລາດ ຮອງຫົວໜ້າສູນ, ມີບັນດາສະຫາຍໃນຄະນະກົມ ແລະ ຄະນະພະແນກຈາກສາມພາກສ່ວນເຂົ້າຮ່ວມ ລວມທັງຫມົດ 18 ສະຫາຍ.
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນສະຫນິດສະຫນົມ, ເຕັມໄປດ້ວຍຄວາມສາມັກຄີ ແລະ ເຂົ້າໃຈ ເຊິ່ງກັນ ແລະ ກັນ. ສາມພາກສ່ວນໄດ້ຕີລາຄາຕໍ່ຫມາກຜົນຂອງການຮ່ວມມື ຊ່ວຍເຫຼືອທາງດ້ານຂໍ້ມູນແຜນທີ່, ການຮ່ວມມື ດ້ານວິຊາການ ແລະ ການຜະລິດໃນໄລຍະຜ່ານມາ ເຫັນໄດ້ວ່າມີຄວາມສໍາຄັນເປັນຢ່າງຍິ່ງໂດຍສະເພາະຕໍ່ວຽກງານວິຊາສະເພາະ ດ້ານການສໍາຫຼວດວັດແທກ ແລະ ສ້າງແຜນທີ່, ກອງປະຊຸມໄດ້ປຶກສາຫາລືເປັນເອກະພາບຕໍ່ການສະຫລຸບສັງລວມຜົນຂອງການຮ່ວມມືໃນໄລຍະຜ່ານມາ ເຊັ່ນ:

 ລະຫວ່າງກົມແຜນທີ່ແຫ່ງຊາດ ແລະ ກົມແຜນທີ່ກອງທັບ:
 1. ວັນທີ 28 ທັນວາ 2021 ກົມແຜນທີ່ແຫ່ງຊາດ ໄດ້ມອບໃຫ້ລ້າ ຂໍ້ມູນ-ແຜນທີ່ ຊຶ່ງເປັນຜະລິດຕະພັນຂອງກົມແຜນທີ່ແຫ່ງຊາດ ໃຫ້ແກ່ກົມແຜນທີ່ກອງທັບໂດຍມີມູນຄ່າ 258,090,000 ກີບ (ສອງຮ້ອຍຫ້າສິບແປດລ້ານເກົ້າສິບພັນກີບ)
 2. ນອກນັ້ນ, ກົມແຜນທີ່ແຫ່ງຊາດຍັງໄດ້ຈັດຕັ້ງການຝຶກອົບຮົມໃຫ້ແກ່ພະນັກງານ-ວິຊາການຈາກກົມແຜນທີ່ກອງທັບຈໍານວນ 05 ທ່ານ ເປັນເວລາ 10 ວັນ ໃນຫົວຂໍ້:
  - ຄວາມຮູ້ພື້ນກ່ຽວກັບການນຳໃຊ້ຂອບແວ Arc.GIS
  - ການຕົກແຕ່ງແຜນທີ່
  - ແນະນຳ ການນໍາໃຊ້ຂໍ້ມູນແຜນທີ່ມາດຕາສ່ວນ1/50 000

 

 ລະຫວ່າງກົມແຜນທີ່ແຫ່ງຊາດ ແລະ ສູນສໍາຫຼວດວັດແທກ ແລະ ແຜນທີ່:
 1. ສວຜ ໄດ້ເຊຶ້ອເຊີນໃຫ້ວິຊາການຈາກ ຜທຊ ຈໍານວນ 02 ທ່ານ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດໂຄງການສ້າງແຜນທີ່ມາດຕາສ່ວນ 1:2000 ຢູ່ ແຂວງສະຫວັນນະເຂດ;
 2. ສວຜ ໄດ້ເຊຶ້ອເຊີນພະນັກງານຈາກ ຜທຊ ເຂົ້າຮ່ວມການຝຶກອົບຮົມໃນການນໍາໃຊ້ ແລະ ຄໍານວນຄິດໄລ່ພາບຖ່າຍຈາກເຮືອບິນບໍ່ມີຄົນຂັບ ຈໍານວນ 02 ຄັ້ງ, 02 ເທື່ອຄົນ;
 3. ສວຜ ໄດ້ເຊຶ້ອເຊີນພະນັກງານຈາກ ຜທຊ 01 ທ່ານ ເຂົ້າຮ່ວມຈັດຕັ້ງປະຕິບັດໂຄງການບິນຖ່າຍພາບຢູ່ແຂວງອຸດົມໄຊ.

II. ແຜນການຮ່ວມມືໃນໄລຍະຕໍ່ໜ້າ
 ທັງສາມພາກສ່ວນໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຮ່ວມມືລະຫວ່າງກັນ, ໃນຕໍ່ໜ້າຈະໄດ້ສືບຕໍ່:
 1. ແລກປ່ຽນບົດຮຽນໃນດ້ານຕ່າງໆ ດ້ວຍການຈັດກອງປະຊຸມພົບປະປຶກສາຫາລືຢ່າງເປັນປົກກະຕິ;
 2. ໃນການແລກປ່ຽນບົດຮຽນ ແລະ ທັດສະນະທາງດ້ານວິຊາການ ບໍ່ຈໍາເປັນຕ້ອງນໍາສະເໜີສະເພາະໃນກອງປະຊຸມແລກປ່ຽນຖອດຖອນບົດຮຽນປະຈໍາປີເທົ່ານັ້ນ, ແຕ່ສາມາດຈັດກອງປະຊຸມວິສາມັນໄດ້ທຸກເມື່ອທີ່ມີຄວາມຈໍາເປັນ;
 3. ສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການ ໂດຍສະເພາະການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ເມື່ອໃດທີ່ກົມແຜນທີ່ກອງທັບໄດ້ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຈາກລັດຖະບານ ສປ. ຈີນ, ກົມແຜນທີ່ກອງທັບຈະເຊື້ອເຊີນເອົາພະນັກງານຈາກ ຜທຊ ແລະ ສວຜ ເຂົ້າຮ່ວມໃນການຝຶກອົບຮົມຍົກລະດັບດ້ານຕ່າງໆ;
 4. ສືບຕໍ່ຊ່ວຍເຫລືອໃນການແລກປ່ຽນຂໍ້ມູນເພື່ອໃຫ້ກົມແຜນທີ່ກອງທັບ ສາມາດນໍາໃຊ້ຂໍ້ມູນແຜນທີ່ຂອງ ຜທຊ ເຂົ້າໃນວຽກງານວິຊາສະເພາະຂອງຕົນ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ.

 ນອກນັ້ນ, ກອງປະຊຸມຍັງໄດ້ຍົກເອົາບັນຫາທີ່ກ່ຽວພັນກັບການຄຸ້ມຄອງວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່ຂຶ້ນມາປຶກສາຫາລືເປັນຕົ້ນ:
 1. ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່
 2. ສັນຍາການຮ່ວມມືຂອງສອງກອງທັບ ສປປລາວ ແລະ ສປ. ຈີນ
 3. ການດັດແກ້ແຜນທີ່ພູມສັນຖານມາດຕາສ່ວນ 1:50 000 ທີ່ໄດ້ຮັບຈາກກົມແຜນທີ່ແຫ່ງຊາດ,
 4. ການພິມແຜນທີ່

ສາມພາກສ່ວນເຫັນດີໃຫ້ມີການຈັດກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການຮ່ວມມືສາມພາກສ່ວນ ໃນລະດັບການນໍາຂຶ້ນໃນແຕ່ລະປີ ໂດຍໃຫ້ຜັດປ່ຽນກັນເປັນເຈົ້າພາບ ກອງປະຊຸມຄັ້ງຕໍ່ໄປມອບໃຫ້ກົມແຜນທີ່ກອງທັບ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ ເປັນເຈົ້າພາບ.

 

 

 

ພາບ ແລະ ຂ່າວ: ພະແນກຂໍ້ມູນຂ່າວສານພູມສາດ, ກົມແຜນທີ່ແຫ່ງຊາດ

 

Comments are closed.