ກອງປະຊຸມລາຍງານຄວາມຄືບໜ້າໄລຍະກາງສະໄໝ ຂອງໂຄງການສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານພູມສາດ ແລະ ເສີມສ້າງຄວາມອາດສາມາດ ເພື່ອການພັດທະນາເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ, ສປປ ລາວ.

By Sengdao on June 19, 2023

ໃນວັນທີ 13 ມິຖຸນາ 2023 ທີ່ຜ່ານມາ, ຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດຈໍານວນ 04 ທ່ານ ຊຶ່ງນໍາໂດຍ ທ່ານ ນາງ ສີໄຄ ສໍສິລິບຸນມາ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າໄລຍະກາງສະໄໝ ຂອງໂຄງການສ້າງພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານພູມສາດ ແລະ ເສີມສ້າງຄວາມອາດສາມາດ ເພື່ອການພັດທະນາ
ເຂດເສດຖະກິດພິເສດ ຢູ່ແຂວງສະຫວັນນະເຂດ, ສປປ ລາວ. ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ແລະ ທ່ານ ນາງ ມີຍ໋ອງຈິນ ລີ ຫົວໜ້າຫ້ອງການອົງການໄຈກາປະຈໍາ ສປປ ລາວ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການຊຶ່ງເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນມັງກອນ 2019 ແລະ ຈະສິ້ນສຸດລົງໃນເດືອນເມສາ 2024, ຮອດປັດຈຸບັນການຈັດຕັ້ງປະຕິບັດໂຄງການແມ່ນສໍາເລັດໄປແລ້ວຫລາຍກິດຈະກຳເຊັ່ນ: ການສ້າງແຜນທີ່ພູມສັນຖານມາດຕາສ່ວນ 1:2 000, ການຝຶກອົບຮົມຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ; ພ້ອມນັ້ນ ໂຄງການກຳລັງປັບປຸງສູນຝຶກອົບຮົມວຽກງານສໍາຫຼວດວັດແທກ ແລະ ສ້າງແຜນທີ່ຢູ່ກະຊວງພາຍໃນ ຊຶ່ງຄາດວ່າຈະສໍາເລັດພາຍໃນປີ 2023 ນີ້.

ໃນກອງປະຊຸມ ຄັ້ງນີ້ໄດ້ມີຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດ ທີ່ເຂົ້າຮ່ວມສຶກສາຄົນຄ້ວາກ່ຽວກັບວິທີການສ້າງ“ແຜນແມ່ບົດວຽກງານໂຄງຮ່າງພື້ນຖານຂໍ້ມູນຂ່າວສານພູມສາດແຫ່ງຊາດ ຂອງ ສປປ ລາວ” ໄດ້ນໍາສະເໜີຜົນຂອງການສຶກສາຕໍ່ກອງປະຊຸມເມື່ອທຽບໃສ່ພາກພື້ນ ແລະ ສາກົນເຫັນວ່າ ທ່າອ່ຽງ ແລະ ສະພາບຂອງວຽກງານໂຄງຮ່າງພື້ນຖານຂໍ້ມູນຂ່າວສານພູມສາດແຫ່ງຊາດໃນລະດັບສາກົນ ສໍາລັບປະເທດທີ່ພັດທະນາແລ້ວ, ໃນແຕ່ລະປີ ລັດຖະບານໄດ້ທຸ່ມເທງົບປະມານໃສ່ວຽກງານດັ່ງກ່າວຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ຮັບຮອງວ່າໂຄງຮ່າງພື້ນຖານຂໍ້ມູນຂ່າວສານພູມສາດແຫ່ງຊາດ ເປັນຊັບສົມບັດລວມຂອງຊາດ, ສໍາລັບປະເທດທີ່ກຳລັງພັດທະນາ ກໍພວມສຸມໃສ່ສ້າງແຜນແມ່ບົດ ແລະ ແຜນຍຸດທະສາດແຫ່ງຊາດຂອງຕົນເອງ ເພື່ອພັດທະນາວຽກງານດັ່ງກ່າວ ເນື່ອງຈາກຂໍ້ມູນຂ່າວສານພູມສາດແມ່ນເຄື່ອງມືທີ່ສໍາຄັນທີ່ສຸດທີ່ຈະນໍາໃຊ້ເຂົ້າໃນການວາງແຜນເສດຖະກິດ-ສັງຄົມຂອງຊາດ, ເພື່ອຄຸ້ມຄອງຕິດຕາມຊັບພະຍາກອນທໍາມະຊາດ ແລະ ເພີ່ມຄວາມໂປ່ງໃສໃຫ້ແກ່ທຸກຂັ້ນຕອນຂອງການດໍາເນີນການຈັດຕັ້ງປະຕິບັດທຸກໂຄງການ.ນອກນັ້ນ, ຜູ້ສະເໜີບົດຍັງໄດ້ຍົກໃຫ້ເຫັນ ວິໄສທັດ ແລະ ເປົ້າໝາຍຂອງຮ່າງແຜນຍຸດທະສາດສໍາລັບວຽກງານໂຄງຮ່າງພື້ນຖານຂໍ້ມູນຂ່າວສານພູມສາດແຫ່ງຊາດ ຂອງ ສປປ ລາວ, ຈຸດປະສົງ ແລະ ບັນດາກິດຈະກຳສະໜັບສະໜູນ ແລະ ພາກສຸດທ້າຍແມ່ນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຊຶ່ງໂດຍລວມ ສິ່ງທ້າທາຍສໍາລັບ ສປປ ລາວແມ່ນກ່ຽວກັບທາງດ້ານງົບປະມານ ແລະ ຊັບພະຍາກອນມະນຸດ ທີ່ຍັງມີຈໍາກັດ, ການເຫັນໄດ້ຄວາມສໍາຄັນຕໍ່ກັບວຽກງານດັ່ງກ່າວຍັງມີໜ້ອຍສະແດງອອກ ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດແຕ່ລະໄລຍະແມ່ນບໍ່ໄດ້ລະບຸວຽກງານດັ່ງກ່າວແຕ່ປະການໃດ. ເພື່ອພັດທະນາວຽກງານດັ່ງກ່າວໃຫ້ໄປຄຽງຄູ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ສປປ ລາວ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ, ລົງທຶນໃນການສ້າງຂໍ້ມູນຢ່າງມີຈຸດສຸມ, ເປັນລະບົບ, ລວມສູນ, ເປີດກ້ວາງ ແລະ ສາມາດນໍາໃຊ້ໄດ້ທຸກຂະແໜງການ. ນອກນັ້ນ ໃນກອປະຊຸມຍັງມີຫົວຂໍ້ອື່ນທີ່ນໍາມາສະເໜີຈໍານວນ 3 ຫົວຂໍ້ ຈາກນັກຄົ້ນຄ້ວາ ແລະ ບັນດາທ່ານຊ່ຽວຊານເກົາຫຼີປະຈໍາໂຄງການດັ່ງກ່າວ.

Comments are closed.