ກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ

By Sengdao on July 26, 2023

ໃນວັນທີ 25 ກໍລະກົດ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໄດ້ມີການຈັດກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ, ຊຶ່ງໃນກອງປະຊຸມໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ມີທ່ານ ຫົວໜ້າກົມ, ຮອງກົມ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ມີຜູ້ອຳນວຍການ, ປະທານ, ຮອງປະທານ, ຊ່ຽວຊານ ຈາກບໍລິສັດຕ່າງໆ ທີ່ເຄື່ອນໄຫວວຽກງານດ້ານການສຳຫຼວດວັດແທກ ແລະ ສ້າງແຜນທີ່ ພ້ອມດ້ວຍພະນັກງານວິຊາການທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ ລວມທັງໝົດຈຳນວນ 122 ທ່ານ ຈາກ 81 ພາກສ່ວນ;

  • ເພື່ອປະຕິບັດຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ກົມແຜນທີ່ແຫ່ງຊາດ ກັບ ບໍລີສັດ ຢູນິກເທັກ ຈຳກັດ ສະບັບລົງວັນທີ 27 ເມສາ 2023; ຂໍ້ຕົກລົງຂອງລັດຖະມົນຕີກະຊວງພາຍໃນ​ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການທົດລອງ ສ້າງແຜນທີ່ 3 ມິຕິ(3D) ຂອງນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ສະບັບ​ເລກທີ 477/ພນ, ລົງ​ວັນ​ທີ 09 ມິຖຸນາ 2023 ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງພາຍໃນວ່າດ້ວຍການອະນຸມັດເປີດກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3ມິຕິ (3D)ສະບັບເລກທີ644/ພນ, ລົງວັນທີ 13ກໍລະກົດ 2023.

ກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງພາຍໃນ ດ້ານວຽກງານສຳຫຼວດວັດແທກ, ຖ່າຍພາບ,ສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ໃນຂອບເຂດທົ່ວປະເທດ ແລະ ມີການລົງນາມຮ່ວມມື ກັບບໍລິສັດ ຢູນິກເທັກ ຈຳກັດ ເພື່ອທົດລອງໂຄງການສ້າງແຜນທີ່ 3ມິຕິ ຊຶ່ງເປັນອີກໜື່ງຂອງເທັກໂນໂລຢີ່ໃຫມ່ ທີ່ທັນສະໃໝ່ ດ້ານການສຳຫຼວດວັດແທກ ແລະ ສ້າງແຜ່ນທີ່. ການສ້າງແຜ່ນທີ່ 3ມິຕິ ໝາຍເຖິງການສ້າງວັດຖຸໃນຮູບແບບ 3ມິຕິ ທີ່ສາມາດປະຍຸກໃຊ້ເຂົ້າໃນຫຼາຍວຽກເຊັ່ນ: ການວິເຄາະພື້ນທີ່ເສດຖະກິດ, ການວາງແຜນພັດທະນາຜັງເມືອງ, ການວາງແຜນການກໍ່ສ້າງຂົວ-ທາງ, ການວາງແຜນຈັດສັນວາງແລວນ້ຳປະປາ, ການວາງແຜນຈັດສັນໄຟຟ້າ ແລະ ໃຊ້ໃນວຽກງານຂອງ Mobile Mapping…

 

ຊຶ່ງໂຄງການດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ ເມືອງສີໂຄດຕະບອງ, ເມືອງຈັນລະບຸລີ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ ຈຳນວນ 4,1 ກມ2 ແລະຢູ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ມີເນື້ອທີ່ທັງໝົດ ຈຳນວນ 1,8 ກມ2.

ໂຄງການທົດລອງສ້າງແຜນທີ່ 3 ມິຕິ ກໍແມ່ນໜຶ່ງໂຄງການ ການຮ່ວມມື ລະຫວ່າງ ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ກັບ ບໍລີສັດ ຢູນິກເທັກຈຳກັດ ຊຶ່ງມີຈຸດປະສົງ ເພື່ອຮ່ວມກັນຈັດຕັ້ງສຳມະນາ ແລະ ສ້າງກິດຈະກຳທາງດ້ານວິຊາການ, ເຜີຍແຜ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານສຳຫຼວດວັດແທກ, ສ້າງແຜນທີ່ ແລະ ລະບົບຂໍ້ມູນຂ່າວສານທາງດ້ານພູມສາດ, ຮ່ວມກັນປັບປຸງສ້າງຫຼັກສູດຝຶກອົບຮົມໄລຍະສັ້ນກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອພັດທະນາທາງດ້ານບຸກຄາລາກອນ, ທາງດ້ານເຕັກນິກໃຫ້ທັນຍຸກທັນສະໄຫມຕາມມາດຕະຖານສາກົນ; ການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນໂຄງການຄົ້ນຄວ້າວິທະຍາສາດ ແລະ ໂຄງການບໍລິການດ້ານວິຊາການຕົວຈິງ ເພື່ອສະຫນອງ ແລະ ຮັບໃຊ້ສັງຄົມ ລວມທັງຍົກລະດັບທາງດ້ານວິຊາການ, ພັດທະນາວິຊາສະເພາະທີ່ກ່ຽວຂ້ອງ.

ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນທັງພາກລັດ ແລະ ເອກະຊົນດ້ານວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່ ກະຊວງພາຍໃນ ໃນນາມເປັນຜູ້ຄຸ້ມຄອງມະຫາພາກ ດ້ານວຽກງານດັ່ງກ່າວ ຈຶ່ງໄດ້ຮ່ວມກັບບໍລິສັດ ຢູ່ນິກເທັກ ຈຳກັດ ເພື່ອສ້າງໂຄງການທົດລອງ ຮ່ວມກັນ ແລະ ຜູ້ເຂົ້າຮ່ວມທັງໝົດໄດ້ຮັບຟັງການລາຍງານຈາກຄະນະວິຊາການຜູ້ປະຕິບັດຕົວຈິງ ເຖິງຂັ້ນຕອນ, ວິທີ ໃນການສ້າງແຜນທີ່ 3 ມິຕິດັ່ງກ່າວ, ນອກນັ້ນ, ຍັງຈະໄດ້ຮັບຟັງການນຳສະເໜີເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່ ທີ່ພົວພັນກັບການຄຸ້ມຄອງການສຳຫຼວດວັດແທກ ແລະ ສ້າງແຜນທີ່ ນອກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງຈະໄດ້ສົນທະນາ ແລກປ່ຽນໃນຫົວຂໍ້ສຳຄັນຕ່າງໆ ຊຶ່ງມັນແມ່ນວາລະທີ່ສຳຄັນເພື່ອແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອເປັນການພັດທະນາວຽກງານຂົງເຂດສຳຫຼວດວັດແທກ ແລະ ສ້າງແຜນທີ່ ບໍ່ວ່າຈະເປັນການພັດທະນາທາງດ້ານບຸກຄະລາກອນ, ການພັດທະນາທາງດ້ານເທັກໂນໂລຊີຕ່າງໆ.

ກອງປະຊຸມຍັງມີກິດຈະກຳຫຼາຍຢ່າງ ເປັນຕົ້ນ ການວາງສະແດງຂໍ້ມູນແຜນທີ່, ວາງສະແດງເຄື່ອງມືອຸປະກອນການສຳຫຼວດວັດແທກ ແລະ ສ້າງແຜນທີ່, ກິດຈຳກຳຫຼີ້ນເກມຕອບຄຳຖາມລຸ້ນຮັບລາງວັນເປັນຕົ້ນ:

  • Total Station 1ລາງວັນ
  • Landstar8 (3)ລາງວັນ
  • Software CGOProcessing Kinematic (Static)2 ລາງວັນ

ຈາກນັ້ນ, ໄດ້ຮັບຊົມພິທີເປີດໂຕເທັກໂນໂລຢີທີ່ທັນສະໄຫມ ຂອງ CHCNAV GNSSRTK i93

ໃນການປະຍຸກໃຊ້ເທັກໂນໂລຊີດັ່ງກ່າວ ເຂົ້າໃນວຽກງານການສ້າງແຜນທີ່,​ ການວິເຄາະຂໍ້ມູນ ເປັນຕົ້ນ ຂໍ້ມູນການວາງແຜນການສຳຫຼວດກະສິກຳປ່າໄມ້, ການວາງແຜນການສ້າງຊົນລະປະທານ, ວາງແລວສາຍສົ່ງນ້ຳປະປາ, ແລວສາຍສົ່ງໄຟຟ້າ ແລະ ອື່ນໆ

ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ເຖິງຮູບແບບການປະຕິບັດງານ ຂອງເຄື່ອງມືການສຳຫຼວດວັດແທກດ້ວຍເຮືອບິນບໍ່ມີຄົນຂັບ (DRONE)ຕະຫຼອດຮອດການປະມວນຜົນຂໍ້ມູນຂອງວັດຖຸຕົວຈິງ ໃນຮູບແບບຈຳລອງ 3 ມິຕິ, ການຄຳນວນຂໍ້ມູນໃນຮຸູບແບບ DEM ແລະ ຈຸດຄ່າພິກັດກາງຫາວ (Cloud Point)

ຈົນຮອດເວລາ 16:30 ໂມງ ກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງສ້າງແຜນທີ່ 3 ມິຕິ  ກໍປິດລົງ ດ້ວຍຜົນສຳເລັດອັນຈົບງາມ ໃນວັນດຽວກັນ

Comments are closed.