By KL on April 9, 2014
ກອງປະຊຸມຂອງຄະນະຮັບຜິດຊອບຊີ້ນຳໂຄງການໄດ້ໄຂຂື້ນໃນເວລາ 08:45 ໂມງ ຂອງວັນທີ 8 ເມສາ 2014 ທີ່ຫ້ອງປະຊຸມກົມແຜນທີ່ແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ທອງຈັນ ມະນີໄຊ ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ, ມີຜູ້ເຂົ້າຮ່ວມທັງຫມົດຈຳນວນ 17 ທ່ານ ມາຈາກ 10 ພາກສ່ວນ ໃນການກ່າວເປີດກອງປະຊຸມທ່ານປະທານກອງປະຊຸມໄດ້ເນັ້ນຫນັກເຖິງ ຄວາມສຳຄັນຂອງຂໍ້ມູນຂ່າວສານພູມສາດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ທ່ານໄດ້ສະແດງຄວາມຂອບໃຈຕໍ່ສະຖານທູດແຟງລັງກໍ່ຄືທີມຊ່ຽວຊານທີ່ ປຶກສາ ທີ່ໄດ້ເອົາໃຈໃສ່ໃນການຍູ້ດັນຊ່ວຍໃຫ້ວຽກງານຕ່າງໆຂອງໂຄງການສຳ ເລັດລຸລ່ວງໄປໄດ້ດ້ວຍດີ, ນອກນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງທ່ານ ອັນຕິ ອິນກີເນັນ ໃຫ້ຊ່ວຍສຸມທຸກກຳລັງເພື່ອຍາດແຍ່ງເອົາທຶນຊ່ວຍເຫລືອໃນການບິນ ຖ່າຍຮູບທາງອາກາດພາກເຫນືອຂອງ ສປປ ລາວ.
ຫລັງຈາການກ່າວເປີດກອງ ປະຊຸມຢ່າງເປັນທາງການ, ທ່ານ ອັນຕິ ອິນກິເນັນ ທີ່ປຶກສາທາງດ້ານການພັດທະນາ ແລະ ຮ່ວມມືສະຖານທູດແຟງລັງປະຈຳ ສປປ ລາວ ທີ່ມີສະຖານທູດຕັ້ງຢູ່ ບາງກອກ ປະເທດໄທ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກະຊວງພາຍໃນກໍ່ຄືກົມແຜນທີ່ແຫ່ງຊາດ ທີ່ໄດ້ຊ່ວຍອຳນວຍຄວາມສະດວກໃນການມາຢ້ຽມຢາມ ສປປ ລາວ ກໍ່ຄືກະຊວງພາຍໃນຂອງທ່ານຮອງຫົວຫນ້າພະແນກຈາກກະຊວງການຕ່າງປະເທດ ຂອງແຟງລັງ; ທ່ານໄດ້ກ່າວວ່າ: ການຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ສ້າງຄວາມປະທັບໃຈເປັນຢ່າງຍິ່ງ ຕໍ່ຄະນະດັ່ງກ່າວ, ຜົນງານ ແລະ ຜະລິດຕະພັນຂອງກົມແຜນທີ່ແຫ່ງຊາດ ແລະ ສູນສຳຫລວດ ແລະ ວັດແທກແຜນທີ່ ທີ່ໄດ້ສ້າງຂື້ນ ແມ່ນຫມາກຜົນທີ່ສຳຄັນ ແລະ ຫນ້າເພິ່ງພໍໃຈ, ການເຫັນໄດ້ເຖິງຄວາມສຳຄັນຂອງຂໍ້ມູນຂ່າວສານພູມສາດຂອງສະມາຊິກສະພາ ແຫ່ງຊາດ ຜູ້ທີ່ມີບົດບາດສູງແມ່ນບາດກ້າວທີ່ສຳຄັນໃນການພັດທະນາຂໍ້ມູນພູມ ສາດໃຫ້ມີຄວາມຍືນຍົງ. ການຢ້ຽມຢາມຄັ້ງນີ້ແມ່ນໄດ້ສ້າງຄວາມເຂົ້າໃຈແຈ້ງໃຫ້ຄະນະດັ່ງກ່າວ ກ່ຽວກັບການພົວພັນຮ່ວມມືລະຫວ່າງລາວ ແລະ ແຟງລັງ.
ຈາກນັ້ນ ທ່ານ ບົວສົດສຸວັນນະກຸມມານ ຫົວຫນ້າກົມແຜນທີ່ແຫ່ງຊາດ, ຜູ້ບໍລິຫານໂຄງການ ໄດ້ສະເໜີລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໂຄງການນັບແຕ່ເດືອນ 10/2013 ຫາເດືອນ 3/2014 ເຊິ່ງສາມາດຍາດໄດ້ຜົນງານເປັນຫນ້າເພິ່ງພໍໃຈ ພ້ອມນັ້ນທ່ານຍັງໄດ້ສະເໜີແຜນການທິດທາງໃນການຈັດຕັ້ງປະຕິບັດວຽກງານ ໂຄງການແຕ່ເດືອນ 4/2014-31/7/2014. ນອກນັ້ນກອງປະຊຸມຍັງໄດ້ຍົກບາງບັນຫາຂື້ນມາປຶກສາຫາລືໂດຍອີງໃສ່ ແຜນການຈັດຕັ້ງປະຕິບັດທີ່ໄດ້ຕົກລົງກັນໃນກອງປະຊຸມຂອງຄະນະຮັບຜິດຊອບ ຊີ້ນຳໂຄງການຄັ້ງທີ VI ທີ່ຜ່ານມາ ກອງປະຊຸມໄດ້ອັດລົງໃນເວລາ 17:00 ໂມງຂອງ ວັນດຽວກັນ
Posted in Uncategorized | Leave a response
Comments are closed.