ກອງປະຊຸມສໍາມະນາຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ປຶກສາຫາລືກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ

By daosamlong on June 9, 2015

ກອງປະຊຸມດັ່ງກ່າວ ໄດ່ຈັດຂື້ນທີ່ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ ສາມວັນ, ແຕ່ວັນທີ 3 – 5 ມິຖຸນາ 2015 ໂດຍມີສະມາຊິກຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດເຂົ້າຮ່ວມ ຄົ້ນຄ້ວາປຶກສາຫາລືກ່ຽວກັບຄວາມເຂົ້າໃຈ ແລະ ຄວາມສໍາຄັນຂອງການຜະລິດຂໍ້ມູນພູມສາດທີ່ໄດ້ມາດຕະຖານ ແລະ ມາດຕະຖານທາງດ້ານເຕັກນິກ ແລະ ນະໂຍບາຍສໍາລັບການແລກປ່ຽນຂໍ້ມູນຂ່າວສານພູມສາດ.

ຄະນະກຳມະການຂໍ້ມູນຂ່າວພູມສາດແຫ່ງຊາດ

ຄະນະກຳມະການຂໍ້ມູນຂ່າວພູມສາດແຫ່ງຊາດ

ວັດຖຸປະສົຫຼັກຂອງກອງປະຊຸມແມ່ນເພື່ອສ້າງຄວາມເປັນເອກະພາບກ່ຽວກັບນະໂຍບາຍ ແລະ ລະບຽບການຂອງການແລກປ່ຽນຂໍ້ມູນ. ການຮ່ວມມື ແລະ ປະສານງານຂອງບັນດາກະຊວງທີ່ກ່ຽວຂ້ອງ ສໍາລັບວຽກງານດ້ານຂໍ້ມູນຂ່າວສານພູມສາດ ແມ່ນມີຄວາມຈໍາເປັນ, ເນື່ອງຈາກວ່າ ຍັງບໍ່ທັນມີຂໍ້ກໍານົດທົ່ວໄປກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ ຫຼື ຍັງບໍ່ທັນມີໜ່ວຍງານພາກລັດທີ່ຕັດສິນກ່ຽວກັບມາດຕະຖານ ແລະ ການປະຕິບັດການດ້ານການສ້າງ, ສະໜອງ ແລະ ແລກປ່ຽນຂໍ້ມູນພູມສາດ. ຫຼາຍໜ່ວຍງານມີມາດຕະຖານ ແລະ ວິທີການປະຕິບັດຂອງຕົນເອງ ເຊິ່ງບໍ່ຄ່ອຍຈະເຊື່ອມໂຍງກັນ. ຄະນະກໍາມະການພູມສາດແຫ່ງຊາດ ສະໜັບສະໜູນໃຫ້ມີມາດຕະຖານທີ່ເປັນເອກະພາບ ແລະ ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານພູມສາດລະ   ຫ່ວາງບັນດາອົງການຈັດຕັ້ງລັດ ເພື່ອຫຼີກລ້ຽງການເຮັດວຽກຊໍ້າກັນ.

ທ່ານ ບົວສົດ ສຸວັນນະກຸມມານ, ຫົວໜ້າກົມແຜນທີ່ແຫ່ງຊາດ ທັງເປັນປະທານຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ກ່າວວ່າ ການມີລະບົບທີ່ເປັນມາດຖະຕານສໍາລັບການນໍາໃຊ້ ແລະ ແລກປ່ຽນຂໍ້ມູນພູມສາດ ແມ່ນສໍາຄັນຫຼາຍ: “ການປະສານງານກັນກ່ຽວກັບການເກັບກໍາຂໍ້ມູນ ລວມທັງການນໍາໃຊ້ແຜນທີ່ທີ່ໄດ້ມາດຕະຖານ ໃນທົ່ວອົງການຈັັດຕັ້ງຂອງລັດຖະບານ ແມ່ນຄວາມຄວາມສໍາຄັນອັນຕົ້ນຕໍ ຂອງລະບົບຂໍ້ມູນຂ່າວສານພູມສາດທີ່ມີປະໂຫຍດ ແລະ ທັນສະໄໝ. ມັນເປັນການປະຢັດຊັບພະຍາກອນ ທີ່ຈະຖືກນໍາໃຊ້ໃນການປະສານງານ ແລະຄວາມພະຍາຍາມຂອງໜ່ວຍງານລັດທັງໝົດ ທີ່ເຮັດວຽກກ່ຽວກັບຂໍ້ມູນຂ່າວສານພູມສາດ, ແລະ ຍັງເປັນການຊ່ວຍໃຫ້ແກ່ວຽກງານດ້ານການພັດທະນາຂອງປະເທດເຮົາ ນໍາອີກ.”

 

table

ຜູ້ເຂົ້າຮ່ວມປະກອບດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງພາຍໃນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສູນສະຖິຕິແຫ່ງຊາດ.

ໃນລະຫ່ວາງກອງປະຊຸມ, ຜູ້ຕາງໜ້າຈາກກະຊວງຕ່າງໆ ໄດ້ນໍາສະເໜີກ່ຽວກັບຮູບແບບ ແລະ ວິທີການໃນການເກັບກໍາ,​ ສ້າງ, ນໍາໃຊ້ ແລະ ຮັກສາຂໍ້ມູນຂອງຕົນ. ໃນມື້ທີສອງຂອງກອງປະຊຸມ, ໄດ້ມີການສົນທະນາກຸ່ມກ່ຽວກັບຮ່າງນະໂຍບາຍ ແລະ ມາດຕະຖານດ້ານວິຊາການກ່ຽວກັບການແລກປ່ຽນຂໍ້ມູນ.

ກອງປະຊຸມໄດ້ຮັບການສະໜັບສະໜູນໂດຍ ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິຫານຂໍ້ມູນແຜນທີ່ຢູ່ ສປປ ລາວ ເຊິ່ງເປັນທຶນຊ່ວຍເຫຼືອຈາກລັດຖະບານແຟັງລັງ (SNGS).

Comments are closed.