ພະແນກ
1. ໜ້າທີຕົ້ນຕໍຂອງພະແນກແຜນການ-ການເງິນ ແລະ ການຮ່ວມມື.
– ສຶກສາຄົ້ນຄ້ວາສ້າງແຜນຍຸດທະສາດ, ແຜນງານ, ແຜນງົບປະມານ, ໂຄງການ ແລະ ແຜນການເຄື່ອນໄຫວວຽກງານຮອບດ້ານໄລຍະສັ້ນ ແລະ ໄລຍະຍາວຂອງກົມ.
– ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນການຈັດຕັງປະຕິບັດແຜນຍຸດທະສາດ, ແຜນງານ, ແຜນງົບປະມານ, ໂຄງການ ແລະ ການເຄື່ອນໄຫວຮອບດ້ານໄລຍະສັ້ນ, ໄລຍະຍາວຂອງກົມ.
– ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຕ່ລະໄລຍະ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ການເງິນວາງອອກ.
– ຕິດຕາມ, ກວດກາບັນຊີເງິນເດືອນ, ເງິນອຸດໜູນນະໂຍບາຍຕ່າງໆຂອງພະນັກງານລັດຖະກອນພາຍໃນກົມໃຫ້ຖືກຕ້ອງ ແລະ ທັນເວລາ.
– ຄຸ້ມຄອງ, ກວດກາລາຍຮັບ-ລາຍຈ່າຍ ໃຫ້ຖືກຕ້ອງຕາມລະບຽບການວາງອອກ.
– ເປັນໃຈກາງປະສານງານໂດຍກົງ ໃຫ້ແກ່ການພົວພັນກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງການຊ່ວຍເຫລືອ ໃນຂົງເຂດວຽກງານການສຳຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່.
– ສຶກສາຄົ້ນຄ້ວາ, ສ້າງ ແລະ ແປບົດບັນທຶກ ຫຼື ຂໍ້ຜູກພັນສັນຍາຮ່ວມມືກັບພາຍໃນ ແລະ ຕ່າງປະເທດ.
2. ໜ້າທີ່ຕັ້ນຕໍຂອງພະແນກຄຸ້ມຄອງສະໜອງຂໍ້ມູນ ແລະ ວັດຖຸເຕັກນິກ.
– ຄຸ້ມຄອງ, ກວດກາ ແລະ ປົກປັກຮັກສາລະບົບສ້າງແຜນທີ່, ເຄື່ອງມືສຳຫລວດວັດແທກ, ອຸປະກອນເຕັກນິກ, ພາຫະນະຮັບໃຊ້ ແລະ ຊັບສົມບັດລວມຂອງກົມ.
– ບໍລິການສະໜອງຂໍ້ມູນທາງດ້ານການສຳຫລວດວັດແທກ, ຖ່າຍພາບທາງອາກາດ, ແຜນທີ່, ພາຫະນະຮັບໃຊ້ ແລະ ເຄື່ອງມືອຸປະກອນສຳຫລວດວັດແທກ ເພື່ອສ້າງແຜນທີ່ໃຫ້ບັນດາພະແນກການພາຍໃນກົມ, ສູນ ແລະ ຂະແໜງການອື່ນໆ.
– ຂື້ນແຜນບູລະນະ, ບຳລຸງຮັກສາ ແລະ ສ້ອມແປງເຄື່ອງຕຶກອາຄານ, ສະຖານທີ່, ພາຫະນະຮັບໃຊ້, ໄຟຟ້າ, ນ້ຳປະປາ, ໂທລະສັບ ແລະ ອື່ນໆຂອງກົມ.
3. ໜ້າທີຕົ້ນຕໍຂອງພະແນກວິທະຍາສາດ-ເຕັກນິກ.
– ກວດກາ, ປັບປຸງ ແລະ ດັດແກ້ຂໍ້ກຳນົດດ້ານເຕັກນິກ ກ່ຽວກັບວຽກງານສຳຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ ເພື່ອນຳສະເໜີຂັ້ນເທີງພິຈາລະນາອະນຸມັດ ແລະ ປະກາດໃຊ້ຢ່າງເປັນທາງການ.
– ຈັດຕັ້ງ, ຄຸ້ມຄອງ ແລະ ຂື້ນບັນຊີຫົວໜ່ວຍການຜະລິດ, ຈຳນວນນັກວິຊາການ, ເຄື່ອງມືອຸປະກອນເຕັກນິກການສຳຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃນຂອບເຂດທົ່ວປະເທດ.
– ສຶກສາຄົ້ນຄ້ວາ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ ທີ່ທັນສະໄໝໃນປະຈຸບັນ ເພື່ອຮັບໃຊ້ວຽກງານການສຳຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ ພ້ອມທັງຈັດຕັ້ງກອງປະຊຸມສຳມະນາ, ເຜີຍແຜ່ ແລະ ຍົກລະດັບໃຫ້ແກ່ພະນັກງານພາຍໃນກົມ ແລະ ບັນດາອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ.
– ຈັດຕັ້ງກວດກາເຕັກນິກ ແລະ ຢັ້ງຢືນຄຸນນະພາບການຜະລິດກ່ຽວກັບວຽກງານການສຳຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃນຂອບເຂດທົ່ວປະເທດ.
4. ໜ້າທີ່ຕັ້ນຕໍຂອງພະແນກ ສຳຫລວດວັດແທກພູມສັນຖານ.
– ຄົ້ນຄ້ວາ ແລະ ຮ່າງລະບຽບຫລົກການ, ຂໍ້ກຳນົດທາງດ້ານເຕັກນິກ ກ່ຽວກັບວຽກງານການສຳຫລວດວັດແທກ ເພື່ອນຳສະເໜີຂັ້ນເທີງພິຈາລະນາອະນຸມັດ ແລະ ປະກາດໃຊ້ຢ່າງເປັນທາງການ, ພ້ອມທັງຄຸ້ມຄອງ, ກວດກາການຈັດຕັ້ງປະຕິບັດລະບຽບຫລັກການ ແລະ ຂໍ້ກຳນົດທາງດ້ານເຕັກນິກດັ່ງກ່າວ ໃນຂອບເຂດທົ່ວປະເທດ.
– ຈັດຕັ້ງປະຕິບັດ ສ້າງຕາໜ່າງສຳຫລວດວັດແທກຂັ້ນພື້ນຖານແຫ່ງຊາດ ໃນຂອບເຂດທົ່ວປະເທດ.
– ສ້າງແຜນທີ່ພູມສັນຖານພື້ນຖານແຫ່ງຊາດ ດ້ວຍການວັດແທກໜ້າດິນ.
– ຄຸ້ມຄອງ, ບົວລະບັດ, ປົກປັກຮັກສາບັນດາຈຸດຕາໜ່າງສຳຫລວດຂັ້ນພື້ນຖານແຫ່ງຊາດ ໃນຂອບເຂດທົ່ວປະເທດ.
5. ໜ້າທີ່ຕັ້ນຕໍຂອງພະແນກວັດແທກຮູບຖ່າຍ.
– ຄົ້ນຄ້ວາ ແລະ ຮ່າງລະບຽບການ, ຂໍ້ກຳນົດທາງດ້ານເຕັກນິກ ກ່ຽວກັບວຽກງານຖ່າຍພາບທາງອາກາດ ເພື່ອນຳສະເໜີຂັ້ນເທີງພິຈາລະນາອະນຸມັດ ແລະ ປະກາດໃຊ້ຢ່າງເປັນທາງການ.
– ຄຸ້ມຄອງ, ຕິດຕາມ, ກວດກາທາງດ້ານເຕັກນິກ ໃນການບິນຖ່າຍພາບທາງອາກາດຂອງຂະແໜງການ, ອົງການຈັດຕັ້ງຕ່າງໆ ທີ່ຈັດຕັ້ງການບິນຖ່າຍພາບທາງອາກາດ ໃນຂອບເຂດທົ່ວປະເທດ.
– ຄຸ້ມຄອງ, ປົກປັກຮັກສາອຸປະກອນເຄື່ອງມືເຕັກນິກ, ຟີມເຄົ້າ, ຂໍ້ມູນຮູບຖ່າຍທາງອາກາດ, ຮູບຖ່າຍດາວທຽມ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ.
– ຄຸ້ມຄອງ, ບົວລະບັດ, ປົກປັກຮັກສາເຄື່ອງມືອຸປະກອນ ວັດແທກແຕ້ມຮູບຖ່າຍທາງອາກາດ, ຮູບຖ່າຍດາວທຽມ, ອຸປະກອນຖ່າຍພາບທາງອາກາດ ບໍ່ໃຫ້ເຊື່ອມຄຸນນະພາບ ແລະ ເປເພເສຍຫາຍ.
– ຈັດຕັ້ງປະຕິບັດດຳເນີນບິນຖ່າຍພາບທາງອາກາດ ແລະແຜນທີ່ພູມສັນຖານດ້ວຍຮູບຖ່າຍທາງອາ ກາດ ແລະ ຮູບຖ່າຍດາວທຽມ.
6. ໜ້າທີ່ຕົ້ນຕໍຂອງພະແນກແຜນທີ່.
– ຄົນຄ້ວາ ແລະ ຮ່າງລະບຽບການ, ຂໍ້ກຳນົດທາງດ້ານເຕັກນິກ ກ່ຽວກັບວຽກງານການສ້າງແຜນທີ່ ເພື່ອນຳສະເໜີຂັ້ນເທີງພິຈາລະນາອະນຸມັດ ແລະ ປະກາດໃຊ້ຢ່າງເປັນທາງການ.
– ຄົ້ນຄ້ວາອອກແບບຕົກແຕ່ງແຕ້ມແຜນທີ່ພູມສັນຖານພື້ນຖານແຫ່ງຊາດ, ປື້ມແຜນທີ່ພູມສາດ (ATLAS).
– ຄຸ້ມຄອງປົກປັກຮັກສາຂໍ້ມູນແຜນທີ່, ແຜນທີ່ລະບົບຕົວເລກ, ລະບົບຂ່າວສານພູມສາດ.
– ພົວພັນເກັບກຳຂໍ້ມູນຊື່ພູມມີປະເທດ, ສະຖິຕິຕ່າງໆ ເພື່ອມາສະໜອງໃຫ້ແກ່ການສ້າງແຜນທີ່ຊະນິດຕ່າງໆ.
– ພັດທະນາ, ຄຸ້ມຄອງປົກປັກຮັກສາ, ປັບປຸງ, ດັດແກ້ ແລະ ສະໜອງຂໍ້ມູນແຜນທີ່ລະບົບຂ່າວສານພູມສາດ ໃຫ້ແກ່ສັງຄົມ.
7. ໜ້າທີຕົ້ນຕໍ່ຂອງພະແນກບໍລິຫານ
– ສຶກສາ, ຄົ້ນຄ້ວາສັງລວມໂຄງປະກອບການຈັດຕັ້ງ, ພາລະບົດບາດ, ໜ້າທີ, ຂອບເຂດສິດຊອງບັນດາພະແນກການ ແລະ ຂະແໜງການ.
– ຄຸ້ມຄອງ, ກວດກາ, ຄົ້ນຄ້ວາ ແລະ ນຳສະເໜີຂັນເທີງ ພິຈາລະນາບັນຈຸຊັບຊ້ອນບຳລຸງກໍ່ສ້າງ, ເລື່ອນຊັ້ນ, ເລື່ອນຂັ້ນເງິນເດືອນ, ຍ້ອງຍໍຊົມເຊີຍ, ຍົກຍ້າຍ ຫຼື ປະຕິບັດວິໄນ ແລະ ນະໂຍບາຍຕ່າງໆ ຕໍ່ພະນັກງານລັດຖະກອນ ປະສານສົມທົບ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາອົງການຈັດຕັງມະຫາຊົນ.
– ຄຸ້ມຄອງ, ຕິດຕາມ, ກວດກາວຽກງານຂາເຂົ້າ-ຂາອອກ, ສ້າງ, ສຳເນົາ, ແຈກຢາຍເອກະສານທາງລັດຖະການ ແລະ ຂ່າວສານຕ່າງໆ.
– ຄົ້ນຄ້ວາສັງລວມຮ່າງຂໍ້ກຳນົດ, ກົດລະບຽບ ແລະ ນະໂຍບາຍຕ່າງໆກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ ແລະ ແຜນທີ່ ເພື່ອສະເໜີໃຫ້ຂັ້ນເທີງ ພິຈາລະນາ ປະກາດໃຊ້ຢ່າງເປັນທາງການ.
– ສ້າງແຜນ, ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ, ອະນາໄມ, ປະດັບປະດາສະຖານທີ່, ຮັບແຂກ ແລະ ພິທີການ.
8. ໜ້າທີ່ຕົ້ນຕໍຂອງພະແນກ ແຜນທີ່ຊາຍແດນ ແລະ ເຂດເຊື່ອມຕໍ່.
– ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສຳຫລວດວັດແທກ, ປັກຫລັກໝາຍ, ຖ່າຍພາບທາງອາກາດ, ສ້າງແລະພິມແຜນທີ່ຊາຍແດນລະຫວ່າງຊາດ ແລະ ເຂດເຊື່ອມຕໍ່ພາຍໃຮປະເທດ.
– ຄຸ້ມຄອງ ແລະ ປົກປັກຮັກສາຂໍ້ມູນເຄົ້າກ່ຽວກັບຜົນຂອງການສຳຫລວດວັດແທກ, ຮູບຖ່າຍທາງອາກາດ ແລະ ແຜນທີ່ເສັ້ນຊາຍແດນລະຫວ່າງຊາດ.
– ສຶກສາຄົ້ນຄ້ວາ ແລະ ວິໄຈຂໍ້ມູນເອກະສານທາງດ້ານເຕັກນິກ ເພື່ອເປັນພື້ນຖານໃຫ້ແກ່ວຽກງານຊາຍແດນລະຫວ່າງຊາດ ແລະ ເຂດເຊື່ອມຕໍ່.
– ຄຸ້ມຄອງ, ກວດກາຄວາມຖືກຕ້ອງ ການສະແດງເສັ້ນຊາຍແດນລະຫວ່າງຊາດ ແລະ ເຂດເຊື່ອມຕໍ່ຂອງແຜນທີ່ຕ່າງໆ.