ຄະນະກໍາມະການ GIS

By admin on May 5, 2015

ຄະນະ​ປະສານ​ງານ​ຂໍ້​ມູນ​ຂ່າວສານພູມ​ສາດ​ແຫ່ງ​ຊາດ​ລາວ
ຫນ້າ ​ທີ່​ຕົ້ນຕໍຂອງ ​ຄະນະ​ປະສານ​ງານ​ຂໍ້​ມູນ​ຂ່າວສານພູມ​ສາດ​ແຫ່ງ​ຊາດ​ລາວ​ ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ຕ່າງໆພາຍ​ໃນ​ສປປ ລາວ ທີ່​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ພູມ​ສາດເພື່ອ​ຫລີກ​ລ່ຽງການ​ເຮັດ​ວຽກຊ້ຳກັນ. ຄະນະ​ປະສານ​ງານ​ດັ່ງກ່າວ​ໄດ້​ມີ​ການ​ພົບ​ປະ​ເພື່ອ​ປຶກສາ​ຫາລື​ພຽງ​ແຕ່​ ຄັ້ງດຽວພາຍຫລັງ​ທີ່​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ໃນ​ປີ 2003. ຍ້ອນ​ຄວາມ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ​ແຟງ​ລັງ (​ໂຄງການ​​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນການ​ບໍລິການ​ຂໍ້​ມູນ​ແຜນ​ທີ່ຢູ່ ສປປ ລາວ) ຄະນະດັ່ງກ່າວໄດ້ມີການເຄື່ອນໄຫວເພື່ອຮ່ວມມືກັນອີກ ເທື່ອໃຫມ່.

ກອງປະຊຸມຄັ້ງປະຖົມມະເລີກຫລັງຈາກກອງປະຊຸມເມື່ອປີ 2003 ໄດ້ຈັດຂື້ນໃນເດືອນທັນວາປີ 2011. ຄະນະປະສານງານຂໍ້ມູນຂ່າວສານພູມສາດແຫ່ງຊາດ ປະກອບມີບັນດາທ່ານສະມາຊິກຈາກກະຊວງ​ອ້ອມ​ຂ້າງ​ເຊັ່ນ: ກະຊວງ ກະສິກຳ-ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ອຸດສາຫະກຳ ການຄ້າ, ກະຊວງ ສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ກະຊວງ ແຜນການ ແລະ ການລົງທຶນ.

ຫນຶ່ງໃນບັນດາຫນ້າວຽກທີ່ສຳຄັນຂອງຄະນະດັ່ງກ່າວແມ່ນການຮ່ວມມືປະສານງານເພື່ອສ້າງ ພື້ນຖານໂຄງ ຮ່າງຂໍ້ມູນຂ່າວສານພູມສາດແຫ່ງຊາດ (NSDI). ພື້ນຖານໂຄງຮ່າງຂໍ້ມູນຂ່າວສານພູມສາດແຫ່ງຊາດ ກວມເອົາ​ການ​ສ້າງ​ນະ​ໂຍບາຍ​ເພື່ອ​ເອື້ອອຳນວຍ​ໃນ​ການ​ເປີດ​ກ້ວາງ​ການ​ນຳ​ໃຊ້​ ຂໍ້​ມູນ, ການ​ເລືອກ​ໃຊ້​ເທັກ​ໂນ​ໂລ​ຢີທີ່​ເຫມາະ​ສົມ​ໃນ​ການ​ແລກປ່ຽນຂໍ້​ມູນ ​ແລະ ສ້າງ​ມາດຕະຖານ​ຂໍ້​ມູນ​ແຫ່ງ​ຊາດ.

ອີກຫນຶ່ງຫນ້າ​ວຽກທີ່​ສຳຄັນ​ ຂອງຄະນະ​ປະສານ​ງານຂໍ້ມູນຂ່າວສານພູມສາດແຫ່ງຊາດ​ ແມ່ນ​ເປັນ​ຈຸດ​ໃຈກາງ​ໃນ​ການ​​ໃຫ້​ຂໍ້​ມູນ, ລາຍ​ລະອຽດ, ປະສານ​ງານ​ໃນ​ຂົງ​ເຂດ​ວຽກງານ​ທີ່​ກ່ຽວຂ້ອງ ​ແລະ ​ມີ​ການ​ນຳ​ໃຊ້​ລະບົບ​ຂໍ້​ມູນ​ຂ່າວສານ​ພູມ​ສາດ GIS.
ໃນ​ເວັບ​ໄຊ​ທ ຂອງ​ກົມ​ແຜນ​ທີ່​ແຫ່ງ​ຊາດ​​ໄດ້​ເປີດ​ໂອກາດ​ໃຫ້ສະມາຊິກ​ຜູ້ນຳ​ໃຊ້​ຂໍ້​ມູນ​ ຂ່າວສານ​ພູມ​ສາດ ​ແລະ ບຸກຄົນ​ທົ່ວ​ໄປ ​ໄດ້​ມີພື້ນທີ່​ໃນ​ການ​ສົນທະນາ ​ແລະ ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນກ່ຽວກັບ​ວຽກງານທີ່​​ໄດ້ກ່າວມາ ຂ້າງ​ເທິງ​ນັ້ນ.
ນອກ ​ນັ້ນ, ຄະນະ​ປະສານ​ງານ​ຂໍ້​ມູນ​ຂ່າວສານພູມ​ສາດ​ແຫ່ງ​ຊາດ​ລາວຍັງ​ແນ​ໃສ່​ເພິ່ມທະວີ​ ຄວາມ​ຮັບ​ຮູ້, ​ເຂົ້າ​ໃຈ​ໃນ​ການນຳ​ໃຊ້​ຂໍ້​ມູນຂ່າວສານ​ພູມ​ສາດ​ແຫ່ງ​ຊາດ​ເຊິ່ງ​ເປັນ​ຂໍ້​ ມູນ​ພື້ນຖານ ​ແລະ ​ເປັນ​ຊັບ​ສົມບັດທີ່​ສຳຄັນ ຂອງ​ຊາດ.

Name List of TWG on Meta Data

 

21/06/2012

 

ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບຂໍ້ມູນຂ່າວສານພູມສາດແຫ່ງຊາດ

ໃນວັນທີ 21/06/2012

1. ບົດຄວາມເອກະສານກ່ຽວກັບກຳມະການ GIS ແຫ່ງຊາດ

2. ພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງ, ຜະລິດຕະພັນຂອງກົມແຜນທີ່ແຫ່ງຊາດ

3. ປະກອບຄຳເຫັນເຂົ້າໃນຮ່າງເອກະສານຂອງແຜນວຽກງານຄາດຄະເນ 1-5ປີຕໍ່ໜ້າ

Name List of TWG on Meta Data

Comments are closed.