ກອງປະຊຸມຄັ້ງປະຖົມມະເລີກຂອງ ຄະນະວິຊາການສ້າງ

By admin on May 5, 2015

 

DSCN0029

ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະວິຊາການກ່ຽວກັບການສ້າງ Metadata ໄດ້ໄຂຂື້ນໃນວັນທີ 14 ມັງກອນ 2014 ໂດຍການເປັນປະທານຂອງທ່ານ ບົວສົດ ສຸວັນນະກຸມມານ ຫົວຫນ້າກົມແຜນທີ່ແຫ່ງຊາດ, ປະທານຄະນະກຳມາທິການຂໍ້ມູນຂ່າວສານພູມສາດແຫ່ງຊາດ. ເຊິ່ງມີຜູ້ເຂົ້າຮ່ວມຈຳນວນ 17 ທ່ານ ຈາກ 7 ກະຊວງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງບົດສະເໜີ ທີ່ກ່ຽວຂ້ອງກັບຂັ້ນຕອນ ແລະ ວິທີການສ້າງ metadata ຈຳນວນ 3 ບົດ ຈາກ ກຜທ, ສວຜ ແລະ ມະຫາວິທະຍາໄລແຫ່ງຊາດ. ນອກຈາກນັ້ນຍັງໄດ້ມອບຫມາຍບັນດາຫນ້າວຽກໃຫ້ແກ່ສະມາຊິກ ໂດຍສະເພາະແມ່ນກອງເລຂາເພື່ອກະກຽມ ແລະ ສ້າງສະບັບຮ່າງໃຫ້ສຳເລັດກ່ອນກອງປະຊຸມຂອງຄະນະໃຫຍ່ຈະໄດ້ຈັດຂື້ນໃນອີກ 2 ເດືອນຕໍ່ຫນ້າ ເພື່ອພິຈາລະນາຄົ້ນຄ້ວາ ແລະ ຮັບຮອງເອົາຢ່າງເປັນທາງການ.

Comments are closed.