ການເຂົ້າຮ່ວມກອງປະຊຸມກ່ຽວກັບ ວຽກງານສຳຫຼວດ-ວັດແທກ ແລະ ແຜນທີ່ ອາຊຽນ ຄັ້ງຄີ 12 ທີ່ປະເທດຟີລິບປິນ

By KL on June 28, 2013

ຄະນະວິຊາການ ກົມແຜນທີ່ແຫ່ງຊາດ ແລະ ສູນສຳຫຼວດວັດແທກ ແລະ ແຜນທີ່, ກະຊວງພາຍໃນຈຳນວນ04 ທ່ານ ພ້ອມດ້ວຍຊ່ຽວຊານປະຈຳ ໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ ຈຳນວນ 02 ທ່ານ ໄດ້​ເຂົ້າ​ຮ່ວມ​ປະຊຸມ ການ​ສຳ​ຫຼວດ-ວັດ​ແທກ ແລະແຜນທີ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 12 ທີ່​ປະ​ເທດ​ຟີ​ລິບ​ປິນລະຫວ່າງ​ ວັນ​ທີ 18-20 ມີຖຸນາ 2013 ຊຶ່ງຄະນະວິຊາການ ປະກອບ​ດ້ວຍ:

1. ທ່ານ ບົວສົດ ສຸວັນນະກຸມມານ  ຫົວຫນ້າກົມແຜນທີ່ແຫ່ງຊາດ

2. ທ່ານ ບົວວັນພຸດທະວົງ         ຮອງຫົວຫນ້າ ສູນສຳຫຼວດວັດແທກ ແລະ ແຜນທີ່

3. ທ່ານ ບຸດດີແພງເໝາະ          ຫົວໜ້າກອງເຄື່ອງມືສຳຫຼວດສູນສຳຫຼວດວັດແທກ ແລະ ແຜນທີ່

4. ທ່ານ ບຸດສີບົວຄຳວິໄລ         ຮອງຫົວໜ້າພະແນກແຜນການການເງິນແລະການຮ່ວມມື ກົມແຜນທີ່ແຫ່ງຊາດ

5. ທ່ານ ກາຣີຊູໂອມີແນັນ          ຊ່ຽວຊານປະຈຳໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ

6. ທ່ານ ຊາມີເຈນ                   ຊ່ຽວຊານປະຈຳໂຄງການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ           

ຈຸດປະສົງໃນການໄປຮ່ວມກອງປະຊຸມເທື່ອນີ້ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານສຳ​ຫຼວດ-ວັດ​ແທກ ແລະແຜນທີ່ຂອງ AFLAG (ASEANFEDERATION OF LAND SURVEYING AND GEOMATICS) ​ແລະ​ເພື່ອ​ພັດທະນາ ​ແລະ ຍົກ​ລະດັບຄວາມຮູ້ ຄວາມສາມາດ, ແລກປ່ຽນບົດຮຽນໃນການປະຕິບັດວຽກງານ ສຳຫຼວດວັດແທກ ແລະ ແຜນທີ່ ຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ​ໃຫ້​ມີການພັດທະນາຢ່າງບໍ່ຢຸດຢັ້ງ; ເພື່ອຄວາມເປັນເອກະພາບແລະມິດຕະພາບລະຫວ່າງບັນດາປະເທດສະມາຊິກສະຫະພັນການສຳຫຼວດວັດແທກແລະແຜນທີ່ດ້ວຍກັນ.ເນື້ອໃນການປະຊຸມໄດ້ດຳເນີນຕາມວາລະດັ່ງນີ້:  

ຕອນເຊົ້າຂອງ​ທຸກໆ​ມື້​ນັບ​ແຕ່​ວັນ​ທີ 18-20 ​ເດືອນ​ ມິຖຸນາ ເປັນກອງປະຊຸມລວມທີ່ສະມາຊິກຈາກທຸກພາກສ່ວນຂົ້າຮ່ວມຊຶ່ງໄດ້ຮັບຟັງບົດປະຖະກະຖາຂອງບັນດາຜູ້ແທນຜູ້ຊົງຄຸນວຸດທິທີ່ມີປະສົບການໃນການຈັດຕັ້ງປະຕິບັດ ໂຄງການຕ່າງໆຊຶ່ງຖອດ ຖອນເປັນບົດຮຽນ ແລະ ຮັບຮູ້ເປັນປະສົບການໃໝ່ໆໄດ້ເຊັ່ນ: ການນຳໃຊ້ລະບົບສາຍໃຍແກ້ວໃນການບໍລິຫານຂໍ້ມູນຂ່າວສານລະບົບຕົວເລກ; ການລົງທຶນເຂົ້າໃນການສ້າງພື້ນຖານໂຄງລ່າງຂອງຂໍ້ມູນພູມສາດ ແລະການບໍລິຫານທີ່ດິນ;ການຮ່ວມມືໃນ ການສ້າງຂໍ້ມູນພູມສາດເພື່ອອະນາຄົດທີ່ຍືນຍົງ;ການສ້າງຖານຂໍ້ມູນຜັງເມືອງແບບສີ່ມິຕິ; ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານພູມສາດໃໝ່ໆໃນຂົງເຂດການຄຸ້ມຄອງທີ່ດິນ; ການນຳໃຊ້ຂໍ້ມູນພູມສາດໃນການຄາດຄະເນ ແລະ ການຫຼຸດຜ່ອນໄພພິບັດ ຕ່າງໆ ແລະຫົວຂໍ້ອື່ນໆ ​ແລະ ທຸກໆຕອນແລງມີການປະຊຸມສຳມະນາທາງດ້ານວິຊາການຊຶ່ງຈັດເປັນ 5 ຫ້ອງສຳມະນາຊຶ່ງຜູ້ເຂົ້າຮ່ວມສາມາດເລືອກຮັບຟັງຕາມຄວາມສົນໃຈ ແລະເໝາະສົມກັບຂົງເຂດວິຊາສະເພາະຂອງຕົນເອງ.

ຕາງໜ້າກົມແຜນທີ່ແຫ່ງຊາດ ແມ່ນທ່ານກາຣີ ຊູໂອມີແນັນຊ່ຽວຊານປະຈຳໂຄງການສ້າງຄວາມເຂັ້ມແຂງໃການບໍລິການຂໍ້ມູນແຜນທີ່ຢູ່ ສປປ ລາວ ສະເໜີບົດກ່ຽວກັບໂຄງກາການສ້າງຄວາມເຂັ້ມແຂງໃນການບໍລິການຂໍ້ມູນແຜນທີ່ ໃນ ສປປ ລາວ ຂອງກົມແຜນທີ່ແຫ່ງຊາດ; ສ່ວນທ່ານ ຊາມີ ໄດ້ສະເໜີບົດການສ້າງພື້ນຖານໂຄງລ່າງຂໍ້ມູນພູມສາດແຫ່ງຊາດ (National Spatial Data Infrastracture)

ຜົນໄດ້ຮັບຈາກການເຂົ້າຮ່ວມກອງປະຊຸມຄັ້ງນີ້ກໍຄື ໄດ້ຮຽນຮູ້ບາງ​ເທັກ​ໂນ​ໂລ​ຢີ​ໃຫມ່ ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ສຳ​ຫລວດ​ວັດ​ແທກ ແລະ ການສ້າງແຜນທີ່; ໄດ້ຮຽນຮູ້ການວາງ​ລະບຽບການ ​ແລະບາງວິທີການໃນການຈັດຕັ້ງປະຕິບັດວຽກ ງານການສຳຫລວດ-ວັດແທກ; ກ່ຽວກັບຜົນຂອງການວັດແທກ ການເໜັງຕີງຂອງເປືອກໂລກ, ແຜ່ນດິນໄຫວ,ການປົກປັກຮັກສາສີ່ງແວດລ້ອມ ແລະ ການກໍ່ສ້າງຕ່າງໆ;Ä©É´ó¡¾­²ö®¯½ຄະນະວິຊາ​ການສຳ​ຫຼວດ-ວັດ​ແທກ ແລະແຜນທີ່Á졯ȼ­ນ ®ö©»¼­ນ À§…¤¡ນñ­ Áì½ ¡ນñ­ລະ​ຫ່ວາງ​ນັກ​ສຳ​ຫລວດ​ວັດ​ແທກ ແລະແຜນທີ່​ ຈາກປະເທດສະມາຊິກຕ່າງໆ; ໄດ້ຊົມການວາງສະແດງ ເຄື່ອງມືອຸປະກອນຕ່າງໆທີ່ທັນສະໃໝ ທີ່ນຳໃຊ້ເຂົ້າໃນວຽກງານການສຳຫລວດວັດແທກໃນຍຸກປະຈຸບັນ.

ງົບປະມານທີ່ນຳໃຊ້ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນອີງໃສ່ໂຄງການສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ບໍລິການ​ຂໍ້​ມູນ​ແຜນ​ທີ່ຢູ່ ສປປ ລາວ ເປັນຜູ້ສະນັບສະໜູນ.


Comments are closed.