ກອງປະຊຸມສຳມະນາຄັ້ງທີ 3 ຂອງສູນຂໍ້ມູນຂ່າວສານພາບຖ່າຍດາວທຽມຈີນ-ອາຊຽນ

By Sengdao on July 10, 2023

ເພື່ອເປັນການເພີ່ມທະວີການຮ່ວມມືໃນຂົງເຂດສໍາຫຼວດວັດແທກ ເວົ້າລວມ ເວົ້າສະເພາະແມ່ນຂົງເຂດພາຍຖ່າຍດາວທຽມ (ການສໍາຫລວດໄລຍະໄກ) ລະຫວ່າງ ສປ.ຈີນ ກັບບັນດາປະເທດອາຊຽນ ພ້ອມທັງເປັນການປຶກສາຫາລືໃນການສ້າງກົນໄກຮ່ວມມືຫລາຍຝ່າຍຢ່າງຫມັ້ນຄົງ ແລະ ຍາວນານ, ຊຸກຍູ້ການແລກປ່ຽນຂໍ້ມູນຮອບດ້ານ ແລະ ການນຳໃຊ້ດາວທຽມຊັບພະຍາກອນທຳມະຊາດຂອງຈີນຢ່າງເລິກເຊີ່ງ ແລະ ມີປະສິດທິພາບ, ຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະຮັບຜິດຊອບດ້ານວິຊາການໄດ້ຈັດກອງປະຊຸມສໍາມະນາຂອງຕົນຂຶ້ນຢູ່ນະຄອນໜານໜິງແຂວງກວາງຊີຂອງປະເທດສປ.ຈີນ ໃນລະຫວ່າງວັນທີ ວັນທີ 17-21 ພຶດສະພາ2023ທີ່ຜ່ານມາຊຶ່ງມີຜູ້ຕາງໜ້າ​ຈາກ​ອົງການ​ທີ່ຮັບຜິດຊອບວຽກງານ ​ດາວ​ທຽມ​ແລະ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ຂອງ 9 ປະ​ເທດ​ອາ​ຊຽນ ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ສປປ ລາວ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ​ໄທ, ຫວຽດນາມພ້ອມ​ທັງ​ຜູ້ຕາງໜ້າຈາກຂະແໜງການ​ອຸດສາຫະກຳ​ສປ.ຈີນ ​ເຂົ້າ​ຮ່ວມ​ລວມທັງໝົດ 120 ທ່ານ​.ຕາງໜ້າຈາກ ສປປ ລາວທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ, ຫົວໜ້າກົມແຜນທີ່ແຫ່ງຊາດ (ໃນນາມຄະນະຮັບຜິດຊອບຊີ້ນໍາລວມ) ແລະ ທ່ານ ບຸນເພັງ ແພງຂັວນ ຫົວໜ້າພະແນກ ພາບຖ່າຍ (ໃນນາມສະມາຊິກຂອງຄະນະຮັບຜິດຊອບດ້ານວິຊາການ).

ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງກ່າວ​ແມ່ນ​ເວ​ທີ​ສຳ​ຄັນ​ສຳ​ລັບ​ການ​ຮ່ວມ​ມື​ສາ​ກົນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດສໍາຫຼວດວັດແທກໄລຍະໄກ​ ​(ຮູບຖ່າຍດາວ​ທຽມ) ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳທຸກ​ປີ​​ເພື່ອຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ພົວພັນຮ່ວມມືກ່ຽວກັບ​ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ພູມ​ສາດ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ເປັນການຍົກລະດັບຄວາມອາດສາມາດຂອງຂະແໜງການດັ່ງກ່າວໃຫ້ມີທ່າກ້າວຕາມຍຸກສະໄໝຂອງການພັດທະນາ.

ສໍາລັບ ສປປ ລາວ, ໄດ້ມີການພົວພັນຮ່ວມມືກັບ ອົງການຮູບຖ່າຍດາວທຽມ ສປ. ຈີນມາຕັ້ງແຕ່ປີ 2016 ໃນໄລຍະຜ່ານມາ ທັງສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງປະຕິບັດໂຄງການຮ່ວມກັນເຊັ່ນ: ການຝຶກອົບຮົມຍົກລະດັບທາງດ້ານວິຊາສະເພາະໃຫ້ແກ່ພະນັກງານວິຊາການຈໍານວນ 04 ທ່ານ, ສຶກສາຄົ້ນຄ້ວາການນໍາໃຊ້ຮູບຖ່າຍດາວທຽມ ZY3 ເຂົ້າໃນການດັດແກ້ແຜນທີ່ໃນບາງເຂດ, ບາງມາດຕາສ່ວນ, ຮ່ວມປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນລະຫວ່າງກັນ ເຫຼົ່ານີ້ເປັນຕົ້ນ.

 

 

Comments are closed.