ກອງປະຊຸມເຜີຍແຜ່ ຜົນຂອງກອງປະຊຸມຄະນະປະສານງານດ້ານການບໍລິການອາຊຽນຄັ້ງທີ 104 ແລະ ປຶກສາຫາລືການຈັດຕັ້ງປະຕິບັດສັນຍາການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານແຮງງານທີ່ມີສີມືໃນອາຊຽນ.

By Sengdao on June 21, 2023

ໃນວັນທີ 16 ມິຖຸນາ 2023 ທີ່ຜ່ານມາ, ຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດຈໍານວນ 02 ທ່ານ ຊຶ່ງນໍາໂດຍ ທ່ານ ນາງ ຄໍາວັນ ລໍຄໍາຢອງ ຫົວໜ້າພະແນກຂໍ້ມູນຂ່າວສານພູມສາດ ກົມແຜນທີ່ແຫ່ງຊາດ (ຜູ້ຮັບຜິດຊອບປະສານງານວຽກງານການຄ້າ ແລະ ການບໍລິການອາຊຽນຂອງຂະແໜງການສໍາຫຼວດວັດແທກ) ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ຜົນຂອງກອງປະຊຸມຄະນະປະສານງານດ້ານການບໍລິການອາຊຽນຄັ້ງທີ 104 ແລະ ປຶກສາຫາລືການຈັດຕັ້ງປະຕິບັດສັນຍາການຮັບຮູ້ຊຶ່ງກັນ ແລະ ກັນ ດ້ານແຮງງານທີ່ມີສີມືໃນອາຊຽນ ຊຶ່ງຈັດຂຶ້ນທີ່ໂຮງແຮມລາວເທວ ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ. ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ເຂັມເດັດ ສີຫາວົງ ຮອງຫົວໜ້າກົມ ນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມເພື່ອ:

  1. ຮັບຟັງການເຜີຍແຜ່ຜົນຂອງກອງປະຊຸມຄະນະປະສານງານດ້ານການບໍລິການອາຊຽນຄັ້ງທີ 104ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-19ພຶດສະພາ 2023 ທີ່ຢອກຢາກາຕາ ປະເທດອິນໂດເນເຊຍ;
  2. ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ MRAຂອງ 7 ຂະແໜງການບູລິມະສິດ (ວິສະວະກອນສະຖາປານິກ, ສໍາຫຼວດວັດແທກ, ບັນຊີ, ທັນຕະແພດ, ພະຍາບານ, ແພດປິ່ນປົວ);
  3. ປຶກສາຫາລືເນື້ອໃນຮ່າງ ການອໍານວຍຄວາມສະດວກດ້ານການບໍລິການອາຊຽນ;
  4. ປຶກສາຫາລືກົນໄກປະສານງານຂອງຂະແໜງການທີ່ກ່ຽວຂ້ອງ ແລະ ແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ໃນກອງປະຊຸມຄັ້ງນີ້ຜູ້ຕາງໜ້າຈາກກົມແຜນທີ່ແຫ່ງຊາດ ໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບຜົນຂອງການເຂົ້າຮ່ວມກອງປະຊຸມຂອງຂະແໜງການສໍາຫຼວດວັດແທກ ພ້ອມທັງລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕົນ ໂດຍສະເພາະແມ່ນການສ້າງບັນດານິຕິກຳ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍແຮງງານ ທີ່ມີສີມື (ນັກສໍາຫຼວດວັດແທກອາຊຽນ); ຊຶ່ງພາຍຫຼັງທີ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ໄດ້ປະກາດໃຊ້ຢ່າງເປັນທາງການ ມາຮອດປັດຈຸບັນກົມແຜນທີ່ແຫ່ງຊາດ ໄດ້ສໍາເລັດການອອກໃບອະນຸຍາດໃນການດຳເນີນທຸລະກິດໃຫ້ແກ່ບັນດາບໍລິສັດທີ່ເຄື່ອນໄຫວສໍາຫຼວດວັດແທກ ແລະ ສ້າງແຜນທີ່ສໍາເລັດແລ້ວ 03 ບໍລິສັດ ແລະ ພວມສືບຕໍ່ສ້າງ ແລະ ປັບປຸງນິຕິກຳ ເພື່ອໃຫ້ສາມາດຮອງຮັບການຂຶ້ນທະບຽນນັກສໍາຫຼວດວັດແທກໃນອະນາຄົດ.

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບກົນໄກໃນການປະສານງານເພື່ອເຮັດໃຫ້ມີຄວາມໂລ່ງລ່ຽນຍິ່ງຂຶ້ນກະຊວງພາຍໃນ ຈະຍື່ນໜັງສືສະເໜີຫາກະຊວງອຸດສະຫະກໍາ ແລະ ການຄ້າ (ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ) ເພື່ອນໍາຂໍ້ມູນ ບັນດາບໍລິສັດທີ່ໄດ້ຮັບໃບທະບຽນວິສາຫະກິດແລ້ວແຕ່ຍັງບໍ່ທັນໄດ້ສະເໜີຂໍອະນຸຍາດດໍາເນີນທຸລະກິດຕາມຂັ້ນຕອນ ແລະ ລະບຽບການ ມາສຶກສາ ແລະ ຫາວິທີແກ້ໄຂ, ທັງນີ້ເພື່ອຮັບປະກັນການຄຸ້ມຄອງບັນດາຫົວໜ່ວຍທຸລະກິດໃຫ້ມີປະສິດທິຜົນ ແລະ ຮັດກຸມຍິ່ງຂຶ້ນສາມາດປະຕິບັດໄດ້ພາລະບົດບາດ ແລະ ສິດຂອງກະຊວງພາຍໃນ (ກົມແຜນທີ່ແຫ່ງຊາດ) ຕາມທີ່ໄດ້ຮັບການມອບໝາຍ.

 

 

Comments are closed.