ພິທີ ຮັບສະມາຊິກພັກສໍາຮອງຂອງໜ່ວຍພັກ ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ

By Sengdao on May 29, 2023

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2023 ທີ່ຜ່ານມາ, ໜ່ວຍພັກກົມແຜນທີ່ແຫ່ງຊາດ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າຈໍານວນ 04 ສະຫາຍເຂົ້າເປັນສະມາຊິກພັກສໍາຮອງ.
ໃຫ້ກຽດເຂົ້າຮ່ວມໂອ້ລົມພ້ອມທັງເປັນປະທານໃນພິທີ ມີສະຫາຍ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກກະຊວງພາຍໃນ, ມີສະຫາຍເລຂາໜ່ວຍພັກ, ບັນດາສະຫາຍໃນຄະນະໜ່ວຍພັກ ຂອງກົມແຜນທີ່ແຫ່ງຊາດ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ສູນສໍາຫຼວດວັດແທກ ແລະ ແຜນທີ່ ຕະຫຼອດເຖິງສະມາຊິກພັກສົມບູນ ແລະ ສໍາຮອງພາຍໃນໜ່ວຍ ຜູ້ປະຈໍາການພາຍໃນໜ່ວຍພັກຂອງກົມແຜນທີ່ແຫ່ງຊາດ. ການຂະຫຍາຍພັກແມ່ນວຽກໜຶ່ງທີ່ສໍາຄັນຂອງພັກ ທີ່ຈະຕ້ອງໄດ້ເຮັດຢ່າງເປັນປົກກະຕິເພື່ອແນໃສ່ສ້າງຖັນແຖວພະນັກງານ-ສະມາຊິກພັກ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ການຂະຫຍາຍພັກ ແມ່ນການເລືອກເຟັ້ນເອົາບັນດາບຸກຄົນທີ່ດີເດັ່ນກ່ວາໝູ່ເຂົ້າເປັນສະມາຊິກພັກ ເຮັດໃຫ້ຖັນແຖວສະມາຊິກພັກນັບມື້ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ.
ໃນພິທີ ສະຫາຍ ສີສົມບັດ ຈັນທະພິມ, ຮອງເລຂາໜ່ວຍພັກກົມແຜນທີ່ແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຕົກລົງຮັບຮອງເອົາສະມາຊິກພັກສໍາຮອງ, ຈາກນັ້ນ ສະຫາຍ ນາງ ສີໄຄ ສໍສິລິບຸນມາ ເລຂາໜ່ວຍພັກກົມແຜນທີ່ແຫ່ງຊາດ ໄດ້ຂຶ້ນກ່າວຮັບ ແລະ ຈັບມືຮັບເອົາສະມາຊິກສໍາຮອງ ພ້ອມທັງມອບມະຕິຕົກລົງໃຫ້ແກ່ສະມາຊິກພັກສໍາຮອງໃໝ່ທັງ 04 ສະຫາຍ.
ເພື່ອເປັນການໃຫ້ທິດຊີ້ນໍາແກ່ສະມາຊິກພັກສໍາຮອງ ກໍຄື ບັນດາສະຫາຍທີ່ເຂົ້າຮ່ວມພິທີໃນຄັ້ງນີ້, ສະຫາຍ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກກະຊວງພາຍໃນ ກໍໄດ້ໃຫ້ ກຽດໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮຽກຮ້ອງໃຫ້ສະມາຊິກພັກແຕ່ລະສະຫາຍ ຕ້ອງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ ເອົາໃຈໃສ່ໃນການ ເຄື່ອນໄຫວວຽກງານເຮັດສໍາເລັດໜ້າທີ່ ຕາມການຈັດຕັ້ງມອບໝາຍ, ມີຫົວຄິດປະດິດສ້າງ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນເພື່ອເປັນກຳລັງແຮງໃຫ້ໜ່ວຍພັກປະຕິບັດໜ້າທີ່ການເມືອງໃຫ້ບັນລຸຜົນສໍາເລັດຕາມວັດຖຸປະສົງ ແລະ ອຸດົມການຂອງພັກ

Comments are closed.