ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານຫົວໜ້າກົມແຜນທີ່ແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່

By Sengdao on July 18, 2023

ໃນວັນທີ 14ກໍລະກົດ 2023 ທີ່ຜ່ານມາ, ທີ່ກົມແຜນທີ່ແຫ່ງຊາດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ສີໄຄ ສໍສິລິບຸນມາ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ເກົ່າ) ແລະ ທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ໃໝ່), ໃຫ້ກຽດເປັນປະທານໃນພິທີດັ່ງກ່າວມີທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີ ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄະນະ, ທ່ານ ຄະນະກົມກວດກາ ຕະຫລອດເຖິງພະນັກງານ-ລັດຖະກອນຂອງກົມແຜນທີ່ແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນາງ ສີໄຄ ສໍສິລິບຸນມາ (ຫົວໜ້າກົມແຜນທີ່ແຫ່ງຊາດຜູ້ເກົ່າ) ໄດ້ຂື້ນຜ່ານບົດສະຫລຸບ ການເຄື່ອນໄຫວນໍາພາຊີ້ນໍາຂອງຕົນນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ລວມໄລຍະເວລາໃນການດຳລົງຕໍາແໜ່ງ2 ປີ 8 ເດືອນ ຊຶ່ງໄລຍະຜ່ານມາ ສາມາດຍາດຜົນງານໄດ້ຫລາຍດ້ານໂດຍສະເພາະແມ່ນດ້ານວິຊາສະເພາະເປັນຕົ້ນແມ່ນ ສໍາເລັດການຮ່າງກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ຊຶ່ງໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນວັນທີ 16 ພະຈິກ 2011,ສໍາເລັດແກ້ໄຂວຽກງານເຂດແດນເຊື່ອມຕໍ່ ຈໍານວນ 26 ເສັ້ນຂອງຈໍານວນທັງໝົດ 30 ເສັ້ນໂດຍປະສານສົມທົບກັບກົມການປົກຄອງທ້ອງຖິ່ນ, ສໍາເລັດການຮ່າງຄໍາແນະນໍາໃນການຈັດຕັ້ງປະຕິບັດກົດໝາຍ 70%ແລະ ວຽກງານອື່ນໆອີກໂດຍສະເພາະການປະກອບສ່ວນເຂົ້າຮ່ວມໃນການປັກຫລັກໝາຍຊາຍແດນລະຫວ່າງຊາດຮ່ວມກັບກະຊວງການຕ່າງປະເທດ. ນອກນັ້ນ ໃນພິທີຍັງໄດ້ຮັບຟັງການຜ່ານມະຕິຕົກລົງແຕ່ງຕັ້ງເລຂາໜ່ວຍພັກກົມແຜນທີ່ແຫ່ງຊາດ ຊຶ່ງແມ່ນ ທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ ເປັນເລຂາໜ່ວຍພັກຜູ້ໃໝ່; ຫລັງຈາກນັ້ນໄດ້ມີພິທີເຊັນມອບ-ຮັບໜ້າທີ່ຢ່າງເປັນທາງການໂດຍມີ ທ່ານ ລັດຖະມົນຕີກະຊວງພາຍໃນ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດເປັນສັກຂີພິຍານ.

ໃນຕອນທ້າຍຂອງພິທີດັ່ງກ່າວ, ທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານບໍານານ ກໍຄືພະນັກງານລັດຖະກອນທັງໝົດພາຍໃນກົມໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫລວງຂອງທ່ານ ນາງ ສີໄຄ ສໍສິລິບຸນມາ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຂອງຂະແໜງການຢ່າງເຕັມຄວາມສາມາດສະເໝີຕົ້ນສະເໝີປາຍ ສະແດງອອກການສ້າງບຸກຄະລາກອນສືບທອດ, ຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ແກ່ພະນັກງານລຸ່ນຫລັງ, ເອົາໃຈໃສ່ນໍາພາຊີ້ນໍາ ທຸກວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ. ນອກນັ້ນ ທ່ານ ລັດຖະມົນຕີກະຊວງພາຍໃນ ຍັງໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນທັງໝົດຂອງກົມ ໃຫ້ເອົາໃຈໃສ່ໃນການຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ພາສາຕ່າງປະເທດ ແລະ ວິທີປາຖະກະຖາ, ສູ້ຊົນນໍາພາ-ຊີ້ນໍາ ພ້ອມທັງຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ຍາດແຍ່ງເອົາການຮ່ວມມື-ຊ່ວຍເຫລືອຈາກຕ່າງປະເທດ ແລະ ຊອກຄົ້ນແບບວິທີການໃນການປະສານສົມທົບກັບບັນດາຂະແໜງການອ້ອມຂ້າງໃຫ້ກ້ວາງຂວາງ ແລະ ຮັດແໜ້ນຂຶ້ນກ່ວາເກົ່າ ເພື່ອເຮັດໃຫ້ວຽກງານສໍາຫຼວດວັດແທກ ແລະ ແຜນທີ່ ມີທ່າກ້າວຂະຫຍາຍຕົວຍິ່ງຂື້ນ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການນໍາໃຊ້ຂໍ້ມູນສໍາຫຼວດວັດແທກ, ແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດເຂົ້າໃນບັນດາຂະ  ແໜງການຕາມລະດັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືພາກພື້ນ ແລະ ສາກົນ.

Comments are closed.