ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ເຂົ້າຮ່ວມ “ກອງປະຊຸມຄະນະກໍາມະການປະສານງານດ້ານການບໍລິການອາຊຽນ (CSS) ຄັ້ງທີ 88 (Surveying Working Group)” ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-13 ຕຸລາ 2017 ທີ່ ສຽມລຽບ, ກໍາປູເຈຍ.

By admin on October 17, 2017

IMG_0903

 

 

 

 

 

 

 

 

 

ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ໄດ້ເຂົ້າຮ່ວມ “ກອງປະຊຸມຄະນະກໍາມະການປະສານງານດ້ານການບໍລິການອາຊຽນ (CCS) ຄັ້ງທີ 88 (Surveying Working Group)” ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-13 ຕຸລາ 2017 ທີ່ ສຽມລຽບ, ກໍາປູເຈຍ. ໂດຍມີວິຊາການຕາງໜ້າກົມແຜນທີ່ແຫ່ງຊາດ ເຂົ້າຮ່ວມຈຳນວນ 01 ທ່ານ.

ກອງປະຊຸມຄັ້ງທີ 22 ຂອງເຈົ້້າໜ້າທີ່ໃນກອບສັນຍາການຮັບຮູ້ຮ່ວມກັນຂອງຄຸນນະວຸດທິດ້ານການສໍາຫຼວດ ເຊິ່ງເປັນໜຶ່ງໃນກອງປະຊຸມຄັ້ງທີ 88 ຂອງ ຄະນະກໍາມະການປະສານງານດ້ານການບໍລິການອາຊຽນ (CSS). ກອງປະຊຸມແມ່ນເປັນປະທານໂດຍ ດຣ ວິໄຊ ຈິວາໄລ ຈາກ ຣາຊະອານາຈັກໄທ ພ້ອມທັງບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ຍົກເວັ້ນ ອິນໂດເນເຊຍ, ມຽນມາ ແລະ ສສ ຫວຽດນາມ ພ້ອມທັງບັນດາຜູ້ຕາງໜ້າຈາກສະຫະພັນການສໍາຫຼວດທີ່ດິນ ແລະ ລະບົບເຕັກໂນໂລຊີສາລະສົນເທດດ້ານພູມສາດ (Geomatics) ຫຼື ASEAN-FLAG ແລະ ກອງເລຂາອາຊຽນ.

ກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບສະຖານະປະຈຸບັນຂອງການຈັດຕັ້ງປະຕິບັດກອບສັນຍາການຮັບຮູ້ຮ່ວມກັນຂອງຄຸນນະວຸດທິດ້ານການສໍາຫຼວດ (MRA of Surveying Qualifications) ພ້ອມທັງອັບເດດລະບອບລະບຽບການຂອງບັນດາປະເທດສະມາຊິກອາຊຽນ.

Comments are closed.