ກົມແຜນທີ່ແຫ່ງຊາດອວຍພອນການນຳກະຊວງພາຍໃນ

By daosamlong on April 8, 2016

3

ເພື່ອເປັນການສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ ພສ 2559 ທີ່ຈະຫມູນວຽນມາບັນຈົບ ຄົບຮອບອີກວາລະຫນຶ່ງ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ທ່ານ ດຣ. ທອງຈັນ ມະນີໄຊ ຮອງລັດຖະມົນ ຕີກະຊວງພາຍໃນ ຜູ້ຊີ້ນໍາກົມແຜນທີ່ແຫ່ງຊາດ. ໃນຕອນເຊົ້າຂອງວັນທີ 6 ເມສາ 2016 ນີ້, ຄະນະນໍາຂັ້ນກົມ, ຂັ້ນພະແນກ ແລະ ຕາງໜ້າໃຫ້ແກ່ 3 ອົງການຈັດຕັ້ງມະຫາຊົນໄດ້ເຂົ້າມອບກະຕ່າສຸຂະພາບແດ່ທ່ານ ທີ່ຫ້ອງການ ກົມແຜນທີ່ແຫ່ງຊາດ. ໃນໂອກາດນີ້ທ່ານ ບົວສົດ ສຸວັນນະກຸມມານ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ລາຍງານຜົນສໍາ ເລັດໂດຍຫຍໍ້ຂອງການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ພະນັກງານລັດຖະກອນທັງຫມົດທົ່ວກົມແຜນທີ່ແຫ່ງຊາດ ສາມາດຍາດມາໄດ້ເຊິ່ງລວມມີ: ການສ້າງ ແລະ ດັດແກ້ຂໍ້ມູນ, ການບໍລິການຂໍ້ມູນ, ການມອບພັນທະໃຫ້ລັດ ແລະ ອື່ນໆ. ຈາກນັ້ນ ທ່ານ ຮອງລັດຖະມົນຕີໄດ້ໂອ້ລົມຕໍ່ພະນັກງານຜູ້ເຂົ້າຮ່ວມ, ທ່ານໄດ້ເນັ້ນຢໍ້າວ່າ: ການພັດທະນາ ສາຍຕັ້ງໃນທ້ອງຖິ່ນແມ່ນມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງຍ້ອນວ່າພວກເຂົາເຫລົ່ານັ້ນຈະເປັນຜູ້ຊ່ວຍຜັກດັນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງກົມ ກໍ່ຄືວຽກສໍາຫລວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃຫ້ມີຄວາມກ້າວໜ້າ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

Comments are closed.